Showing posts with label Buddhist Studies. Show all posts
Showing posts with label Buddhist Studies. Show all posts

Tuesday, September 10, 2024

ຊ່ວຍກັນຮັກສາຄວາມສະອາດ โปรดช่วยกันรักษาความสะอาด #please keep this area clean

ຫ້າມຖິ້ມ!! ຜ້າອະນາໄມ ລົງໃນໂຖສ້ວມ
โปรดช่วยกันรักษาความสะอาด
please keep this area clean


ກະລຸນາຊ່ວຍກັນຮັກສາຄວາມສະອາດ
ແລະບໍ່ຖິ້ມຂີ້ເຫຍື້ອຊະຊາຍ


 

Thursday, August 8, 2024

ທານະວັດຖຸ 10 ຢ່າງ

ທານະວັດຖຸ 10 ຢ່າງເຫລົ່ານີ້ ຄື: ເຂົ້າ ນໍ້າ ຜ້າ ຍານ ລະບຽບດອກໄມ້ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ພັກອາສັຍ ເຄື່ອງປະທີບ ຯ 

     1 ຜູ້ໃຫ້ເຂົ້ານໍ້າ ຊື່ວ່າໃຫ້ ກໍາລັງ 

     2 ຜູ້ໃຫ້ຜ້າ  ຊື່ວ່າ ໃຫ້ວັນນະ (ຄວາມງາມ)

     3 ຜູ້ໃຫ້ຍານພາຫະນະ ຊື່ວ່າ ໃຫ້ຄວາມສຸກ

     4 ຜູ້ໃຫ້ປະທີບ ຊື່ວ່າ ໃຫ້ຈັກຂຸ (ດວງຕາ)

     5 ຜູ້ໃຫ້ຂອງທີ່ພໍໃຈ   ຍ່ອມໄດ້ຂອງທີ່ພໍໃຈ

     6 ຜູ້ໃຫ້ວັດຖຸອັນເລີດ  ຍ່ອມໄດ້ວັດຖຸອັນເລີດ

     7 ຜູ້ໃຫ້ຂອງທີ່ດີ  ຍ່ອມໄດ້ຂອງທີ່ດີ 

     8 ຜູ້ໃຫ້​ຖາ​ນະ​ອັນ​ປະ​ເສີດ  ຍ່ອມ​ເຂົ້າ​ເຖິງ​ຖາ​ນະ​ອັນ​ປະ​ເສີດ

     9 ຜູ້​ໃຫ້​ຂອງ​ທີ່​ເລີດ ໃຫ້​ຂອງ​ທີ່​ດີ ແລະ ໃຫ້​ຖາ​ນະ​ອັນ​ປະ​ເສີດ

     ແມ່ນ​ຜູ້​ນັ້ນ​ເກີດ​ໃນ​ທີ່​ໃດໆ ຍ່ອມ​ເປັນ​ຜູ້​ມີ​ອາ​ຍຸ​ຍືນ ມີ​ຍົ​ສ ໃນ​ທີ່​ນັ້ນໆ ຯ

Sunday, January 9, 2022

ບົດຄວາມທາງພຸດທະສາສະໜາ “ໜີ້ໃນພຣະໄຕຣປີດົກ”



ບົດຄວາມທາງພຸດທະສາສະໜາ “ໜີ້ໃນພຣະໄຕຣປີດົກ”

“ໜີ້” ຕາມທັດສະນະທາງພຣະພຸທທະສາສະໜາ ຄວາມເບື້ອງຕົ້ນ ເມື່ອເອີ່ຍເຖິງ ໜີ້ ບໍ່ມີໃຜຢາກມີ ຢາກເປັນ ຫຼື ຢາກຕິດໜີ້ໃຜໆ ເພາະຄຳວ່າໜີ້ມີສະພາວະທີ່ແບກໄວ້ ເຊິ່ງພາລະບໍ່ໜັກກໍ່ເບົາຢ່າງໃດຢ່າງໜຶ່ງ ຫຼືບາງຄົນອາດຈະປະຕິເສດທັນທີເມື່ອໄດ້ຍິນຄຳວ່າ ໜີ້ ນີ້ວ່າ ຂ້ອຍບໍ່ເຄີຍມີໜີ້ ແລະບໍ່ເຄີຍຄິດຈະເປັນໜີ້ໃຜ ໂດຍຍຶດຫລັກພຸທທະສຸພາສິດທີ່ວ່າ “ອິນາ ທານັງ ທຸກຂັງ ໂລເກ” ແປວ່າ “ການເປັນໜີ້ເປັນທຸກຂ໌ໃນໂລກ” ແຕ່ກໍ່ຍັງມີຄົນອີກຈຳນວນຫຼາຍທີ່ມັກເອົາຊີວິດໄປຜູກພັນຢູ່ກັບໜີ້ ຈົນບາງຄັ້ງມີໜີ້ສິນລົ້ນພົ້ນຕົວຈົນບໍ່ສາມາດໃຊ້ໜີ້ໄດ້ ເມື່ອຖືກເຈົ້າໜີ້ທວງຫຼາຍເຂົ້າຫາທາງອອກບໍ່ເຈີຕັດສິນໃຈປິດຊີວິດຕົວເອງເພື່ອປົດໜີ້ໃຫ້ແກ່ເຈົ້າກັມນາຍເວນໄປກໍ່ມີຫລາຍໃນສັງຄົມປັດຈຸບັນ ແທ້ຈິງແລ້ວທຸກຄົນທີ່ເກີດມາໃນໂລກນີ້ລ້ວນມີໜີ້ດ້ວຍກັນທັ້ງນັ້ນ ໃຜຈະຍອມຮັບຫຼືບໍ່ກໍ່ຕາມ “ໜີ້” ຄຳນີ້ ກໍ່ຍັງຕິດສ້ອຍຫ້ອຍຕາມໄປທົ່ວທຸກຫົນທຸກແຫ່ງທັງໃນໂລກນີ້ແລະໂລກໜ້າ ແມ້ແຕ່ພຣະອໍຣະຫັນສາວົກຫຼືອົງສົມເດັດພຣະຜູ້ມີພຣະພາກເຈົ້າຜູ້ຊົງເປັນບໍຣົມມະຄູຂອງໂລກກໍ່ຍັງຕ້ອງປະເຊີນກັບໜີ້ໃນຊາດປັດຈຸບັນ ແຕ່ຄຳວ່າ ໜີ້ ຈະໝົດສິ້ນໄປກໍ່ຕໍ່ເມື່ອສາມາດປະຕິບັດຈົນຈິຕເຂົ້າສູ່ສະພາວະແຫ່ງຄວາມຫລຸດພົ້ນຈາກອາສາວະກິເລສທັງຫຼາຍທັງປວງຕັດພົບຕັດຊາດບໍ່ກັບມາເກີດອີກຢ່າງເຊັ່ນພຣະຂີນາສົພທັງຫຼາຍ ຄວາມໝາຍຂອງໜີ້ ຄຳວ່າ “ໜີ້” ຕາມໜັງສືພົດຈະນານຸກົມລາວ ໄດ້ໃຫ້ຄວາມໝາຍໄວ້ວ່າ “ໜີ້” ແມ່ນເງິນຫຼືສິ່ງຂອງທີ່ຜູ້ໜຶ່ງຍືມເອົາໄປໃຊ້ແລ້ວຍັງບໍ່ທັນເອົາມາຄືນໃຫ້, ເງິນກູ້ທີ່ຕ້ອງສົ່ງຄືນ ຫຼືບຸນຄຸນທີ່ຕ້ອງຕອບແທນ ລະຫວ່າງບຸກຄົນຕັ້ງແຕ່ 2 ຝ່າຍຂຶ້ນໄປ ເຊິ່ງຝ່າຍໜຶ່ງຮຽກວ່າ “ເຈົ້າໜີ້” ມີສິດທີ່ຈະບັງຄັບບຸກຄົນອີກຝ່າຍໜຶ່ງຮຽກວ່າ “ລູກໜີ້” ໃຫ້ກະທຳການຫຼືງົດເວັ້ນກະທຳການຢ່າງໃດຢ່າງໜຶ່ງ ເພາະໜີ້ດັ່ງກ່າວເກີດຂຶ້້ນຈາກຄວາມຮູ້ສຶກທີ່ຜູກພັນກັນລະຫວ່າງເຈົ້າໜີ້ (ອັນໝາຍເຖິງ ພໍ່ ແມ່ ປູ່ ຍ່າ ຕາ ຍາຍ ຕະຫຼອດເຖິງຜູ້ທີ່ມີອຸປະກາຣະຄຸນທັງຫຼາຍ) ກັບ ລູກໜີ້ (ອັນໝາຍເຖິງ ລູກຫລານ ຕະຫຼອດເຖິງຜູ້ທີ່ເຄີຍຮັບອຸປະກາຣະຄຸນຈາກຄົນອື່ນ) ເຊິ່ງເປັນໜີ້ຕ້ອງຊົດໃຊ້ທາງຈະຣິຍະທັມ ເປັນຕົ້ນ.

1. ໜີ້້ໃນພຣະໄຕຣປີດົກ ຄື ?

            ຄຳວ່າ “ໜີ້” ໃນພຣະໄຕຣປີດົກນັ້ນກົງກັບຄຳວ່າ ອິນັງ ໝາຍເຖິງ ໜີ້ຫຼືຊັພທີ່ກູ້ມາຈາກຄົນທີ່ມີຖານະຫຼາຍກວ່າຕົນເອງກໍ່ຕາມ ໂດຍເມື່ອກູ້ເງິນເຂົາມາແລ້ວຄົນກູ້ຈະຕົກຢູ່ໃນຖານະຂອງການເປັນ “ລູກໜີ້” ສ່ວນຄົນທີ່ຈະໃຫ້ກູ້ຫຼືຍືມກໍ່ຈະມີສະຖານະພາບເປັນ “ເຈົ້າໜີ້” ໄປທັນທີ

            ສຳຫຼັບສະຖານະໜີ້້ີທີ່ປາກົດໃນຄຳພີພຣະໄຕຣປີດົກນັ້ນຈະພົບວ່າ “ໜີ້” ມີສະຖານະເປັນຊັພຫຼືເງິນ ກັບໜີ້ືທີ່ບໍ່ໄດ້ມີສະຖານະທີ່ເປັນຊັພຫຼືເປັນເງິນ ໂດຍສ່ວນດຽວຄື

1)   ໜີ້ທີ່ເປັນຊັພຫຼືເປັນເງິນນັ້ນ ຊັພໝາຍເຖິງ ເງິນທີ່ໃຊ້ແລກປ່ຽນກັນໃນຕະຫຼາດ ໂດຍເງິນຈະເປັນຄຳຫຼືເງິນ, ທອງ ຫຼືຊັບສິນອື່ນໆໃດທີ່ສາມາດນຳມາແລກປ່ຽນກັນໄດ້ໂດຍໜີ້ປະເພດນີ້ມີປາກົດໂດຍທົ່ວໄປການໃຊ້ໜີ້ຈະເປັນຕົວເງິນເທົ່ານັ້ນ

2)   ໜີ້ທີ່ບໍ່ເປັນຊັພ ໃນພຣະໄຕຣປີດົກໄດ້ອະທິບາຍໜີ້ປະເພດນີ້ໄວ້ອີກວ່າ ໜີ້ທີ່ບໍ່ເປັນຊັພນັ້ນໝາຍເຖິງ “ໜີ້ບຸນຄຸນ” ທີ່ຄົນໃດຄົນໜຶ່ງຊ່ວຍເຫລືອດູແລອຸປະຖາກຮັກສາໃນຍາມເດືອດຮ້ອນຫຼືອົບຮົມລ້ຽງດູມາແລ້ວ

ຜູ້ທີ່ໄດ້ຮັບການຊ່ວຍເຫລືອຫຼືລ້ຽງດູມາກໍ່ຈະຕົກເປັນລູກໜີ້ຂອງຜູ້ທີ່ໃຫ້ການຊ່ວຍເຫລືອຫຼືອຸປະກາຣະມາທັນທີ ໜີ້ປະເພດນີ້ຖືວ່າເປັນໜີ້ທີ່ບໍ່ຢູ່ໃນຮູບຂອງຕົວເງິນ ດັ່ງປາກົດໃນຄຳວ່າ ຂ້ານ້ອຍເປັນໜີ້້ບໍລິໂພກກ້ອນເຂົ້າຂອງຊາວບ້ານເຖິງ 1 ອາທິດ (ມາໃນພຣະໄຕຣປີດົກ, ສັງຍຸຕຕະນິກາຍ (ໄທຍ໌) 16/154/...)

ເຊິ່ງຄຳວ່າບໍລິໂພກໃນທີ່ນີ້ໝາຍເຖິງ ບໍລິໂພກ 4 ຢ່າງ ຄື

(1)    ເຖຍຍະປະຣິໂພກ ບໍລິໂພກຢ່າງຂະໂມຍ (ຂີ້ລັກ) ເຊັ່ນ ພິກຂຸສາມະເນນທຸສິນບໍລິໂພກ

(2)    ອິນນະບໍລິໂພກ ບໍລິໂພກຢ່າງເປັນໜີ້ ເຊັ່ນ ການບໍລິໂພກຂອງພິກຂຸສາມະເນນຜູ້ມີສິນ ແຕ່ບໍ່ພິຈາຣະນາໃນເວລາບໍລິໂພກ

(3)    ທາຍັຊຊະບໍລິໂພກ ບໍລິໂພກຢ່າງເປັນທາຍາດ ເຊັ່ນ ການບໍລິໂພກຂອງພຣະເສຂະ 7 ຈຳພວກ

(4)    ສາມີບໍລິໂພກ ການບໍລິໂພກຢ່າງເປັນເຈົ້າຂອງ ໝາຍເຖິງ ການບໍລິໂພກຂອງພຣະຂີນາສົບ

(ສັງ.ນິ.ອ.(ບາລີ) 2/254/221, ວິສຸທທິ.(ບາລີ)1/19/45-46)

ການບໍລິໂພກເຂົ້ານ້ຳໂພຊະນະອາຫານຂອງຊາວບ້ານແລ້ວບໍ່ພິຈາຣະນາຍ່ອມເຖິງອາການຂອງຄົນທີ່ເປັນໜີ້ໄດ້ ໂດຍໜີ້ໃນທີ່ນີ້ໝາຍເຖິງໜີ້ທີ່ບໍ່ໄດ້ເປັນຊັພສິນແຕ່ເປັນໜີ້້ໃນທາງຄຸນນະທັມຈະຣິຍະທັມທີ່ເກີດຂຶ້ນໃນຈິຕໃຈຂອງຄົນເຮົາ.

2. ສະພາບຂອງໜີ້ໃນພຣະໄຕຣປິດົກ : ການເປັນໜີ້ເປັນສຸຂຫຼືເປັນທຸກຂ໌ ?

            ເມື່ອພິຈາຣະນາເຖິງສະພາບຄວາມເປັນໜີ້ໃນທາງພຣະພຸທທະສາສະໜາຈະພົບວ່າ “ໜີ້” ມີສະພາບດັ່ງນີ້ຄື

(1)    ໜີ້ມີສະພາບເປັນທຸກຂ໌ກົດດັນ ບີບຄັ້ນໃຫ້ຜູ້ທີ່ມີໜີ້ບໍ່ໄດ້ຮັບຄວາມສຸຂຄືກໍ່ໃຫ້ເກີດທຸກຂ໌ ດັ່ງປາກົດໃນພຣະພຸທທະພົຈວ່າ “ພິກຂຸທັງຫຼາຍ ຄົນຈົນເຂັນໃຈຍາກໄຮ້ ຍ່ອມກູ້ໜີ້ ແມ້ການກູ້ໜີ້ກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ” (ອັງ.ປັນຈະກະ.(ໄທຍ໌) 22/45/..)

ເມື່ອມີໜີ້ຍ່ອມມີແຕ່ຄວາມທຸກຂ໌ ແຕ່ທີ່ຈຳເປັນຕ້ອງກູ້ໜີ້ກໍ່ເພາະເກີດມາຈາກຄວາມຈົນທີ່ພຣະພຸທທະອົງຄ໌ຊົງຕັສວ່າ ຄວາມຈົນເປັນທຸກຂ໌ໃນໂລກວ່າ “ພິກຂຸທັງຫລາຍ ຄວາມຍາກຈົນເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ” ໂດຍສະພາບຂອງຄົນທີ່ມີໜີ້ຈະຕ້ອງມີລັກສະນະ ດັ່ງນີ້ຄື

1)   ຄົນຈົນເຂັນໃຈຍາກໄຮ້ ຍ່ອມກູ້ໜີ້

2)  ເມື່ອກູ້ໜີ້ແລ້ວ ຍ່ອມໃຊ້ດອກເບັ້ຍ

3)  ເມື່ອໃຊ້ດອກເບັ້ຍແລ້ວ ໃຫ້ດອກເບັ້ຍບໍ່ຕົງເວລາ ຍ່ອມຖືກເຈົ້າໜີ້ຕາມທວງ

4)  ເມື່ອເຂົາຖືກເຈົ້າໜີ້ທວງ ແຕ່ກໍ່ຍັງບໍ່ໃຫ້ ຄືຕ້ອງຫລົບໜ້າໜີ ເມື່ອໜີຍ່ອມຖືກເຈົ້າໜີ້ຕາມ

5)  ຄາວໃດທີ່ຖືກເຈົ້າໜີ້ຕາມທັນ ແຕ່ກໍ່ຍັງບໍ່ມີເງິນຊົດໃຊ້ໃຫ້ເຈົ້າໜີ້ ຝ່າຍເຈົ້າໜີ້ກໍ່ຈະຟ້ອງສານໃຫ້ສານອອກໝາຍຈັບຕິດຄຸກທີ່ຫລົບໜີໜີ້ຫຼືໜີການຈ່າຍໜີ້ (ອັງ.ປັນຈະກະ.(ໄທຍ໌) 22/45/..)

ດັ່ງນັ້ນ ໜີ້ຈຶ່ງມີສະພາບທີ່ເປັນທຸກຂ໌ແລະຖືກບີບຄັ້ນທັ້ງທາງກາຍແລະຈິຕໃຈ ດັ່ງປາກົດໃນພຣະພຸທທະພົຈວ່າ:

“ພິກຂຸທັງຫລາຍ ແມ້ຄວາມຍາກຈົນກໍ່ເປັນທຸກຂ໌ຂອງ ກາມໂພຄີບຸຄຄົນໃນໂລກ ແມ້ການກູ້ໜີ້ກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ ແມ້ການໃຊ້ດອກເບັ້ຍກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ ແມ້ການຖືກທວງຖາມກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ ແມ້ການຖືກເຈົ້າໜີ້ຕາມທັນກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ ແມ້ການຖືກຈອງຈຳກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ ດ້ວຍປະການສະນີ້”

(2)   ໜີ້ມີສະພາບເໝືອນຖືກຈອງຈຳ

ຄຳວ່າຈອງຈຳໃນທີ່ນີ້ຄື ການທີ່ຜູ້ເປັນລູກໜີ້ຈະຕ້ອງເຝົ້າຄິດຢູ່ຕະຫຼອດເວລາວ່າເຮົາເປັນໜີ້້ຄົນນັ້ນຄົນນີ້ເຮັດໃຫ້ຢູ່ບໍ່ມີຄວາມສຸຂ ການຄິດເຖິງໜີ້ນັ້ນເອງທີ່ຈັດວ່າເປັນການຖືກຈອງຈຳ ດັ່ງປາກົດໃນຄຳວ່າ ເໝືອນຄົນເປັນໜີ້ຄິດເຖິງໜີ້ (ອັງ.ເອກາທະສະກະ.(ໄທຍ໌) 24/9/..) ເວລາທີ່ຄຽດຍ່ອມຄິດເຖິງໜີ້ຫຼືຄຽດເພາະການມີໜີ້້ ດັ່ງນັ້ນ ການມີໜີ້ຈຶ່ງມີສະພາບເໝືອນຖືກຈອງຈຳ ຕາບໃດທີ່ຍັງບໍ່ໃຊ້ໜີ້.

(3)    ມີໜີ້ຈະຕ້ອງຂະຫຍັນຫາເງິນມາໃຊ້ໜີ້

-      ເມື່ອຄົນເຮົາເກີດມີຄວາມຈຳເປັນຈະຕ້ອງກູ້ໜີ້ເຂົາມາຈະຕ້ອງປະເມີນຄົວເອງວ່າສາມາດໃຊ້ໜີ້ໄດ້ ແລະເມື່ອມີເງິນແລ້ວກໍ່ຈະຕ້ອງຮູ້ຈັກການເກັບເງິນແລ້ວແບ່ງເງິນນັ້ນໄປເພື່ອໃຊ້ໜີ້ຫຼືຊົດໃຊ້ໜີ້ທີ່ມີຢູ່ນັ້ນເສຍໂດຍບໍ່ຄິດທີ່ຈະໜີ ດັ່ງປາກົດໃນພາສິດນີ້ວ່າ ຄົນເຮົາຝັງຂຸມຊັພໄວ້ໃນໂລກ ກໍ່ເພື່ອຈຸດປະສົງນີ້ ຄື ເພື່ອເກັບໄວ້ໃຊ້ໜີ້ກໍ່ມີ.. (ຂຸ.ອິຕິ. (ໄທຍ) 25/9/17)

-      ສະພາບຂອງໜີ້ໃນຂໍ້ນີ້ກໍ່ຄືເຮັດໃຫ້ຜູ້ເປັນລູກໜີ້ຈະຕ້ອງຂະຫຍັນຫາ ຮັກສາໃຫ້ດີ ມີກັນລະຍານະມິຕ ແລະໃຊ້ຊີວິດໃຫ້ພໍ  ເໝາະພໍສົມ ເພື່ອຫາເງິນມາໃຊ້ໜີ້ນັ້ນໃຫ້ໄດ້.

(4)    ໜີ້ມີສະພາບທີ່ເປັນຂໍ້ຜູກພັນລະຫວ່າງ ເຈົ້າໜີ້ກັບລູກໜີ້ບໍ່ໂດຍກົງກໍ່ໂດຍອ້ອມ

ເມື່ອຝ່າຍໃດຝ່າຍໜຶ່ງກູ້ແລະໃຫ້ກູ້ແລ້ວຍ່ອມຖືວ່າທັ້ງສອງຝ່າຍມີຄວາມຜູກພັນຫຼືກ່ຽວຂ້ອງກັນໂດຍອັດຕະໂນມັດ ເພາະມີເງິນຫຼືຊັພທີ່ໃຫ້ຢືມກັນນັ້ນເປັນເຫດ ຄົນເຮົາໄມ່ຮູ້ຈັກກັນ ແຕ່ເມື່ອໃດກໍ່ຕາມທີ່ເປັນໜີ້້ກັນຈະຮູ້ຈັກກັນຂຶ້ນມາທັນທີ.

3. ການໜີໜີ້ໃນພຣະໄຕຣປິດົກ ?

            ຄຳຖາມວ່າໃນພຣະໄຕຣປິດົກ ມີການໂກງໜີ້ບໍ່? ຄຳຕອບກໍ່ຄື “ມີ” ໂດຍການໂກງໜີ້ຫຼືບ້ຽວໜີ້ຫົວເສຍໄດ້ເໝືອນກັນ ຄື ບໍ່ມີໃຫ້ ບໍ່ຈ່າຍຄືນໃຫ້ ແລະບໍ່ໜີໄປໃສ ມີເມື່ອໃດຈະຊົດໃຊ້ໃຫ້.

            ໂດຍການໂກງໜີ້ຫຼືບ້ຽວໜີ້ໃນພຣະໄຕຣປິດົກກໍ່ມີປາກົດໃນຂໍ້ຄວາມວ່າຄັ້ງນັ້ນ ບຸຣຸສຖືກເຈົ້າໜີ້ບຽດບຽນຈຶ່ງໂດດລົງໃນແມ່ນ້ຳ ໃນກະແສນ້ຳຂ້າງເໜືອດ້ວຍຄິດວ່າ ເຮົາຈະເປັນຫຼືຕາຍກໍ່ຕາມແຕ່ເຂົາຖືກກະແສນ້ຳພັດໄປໃນແມ່ນ້ຳໃຫຍ່ຕະຫຼອດຄືນຕະຫຼອດວັນ ຮ້ອງໄຫ້ລຳພັນຢ່າງນ່າເວດທະນາລອຍໄປທ່າມກາງແມ່ນ້ຳຄົງຄາ ເມື່ອມີຄົນມາເຈີກໍ່ຮ້ອງບອກວ່າຢ່າບອກໃຜວ່າຕົນເອງຢູ່ທີ່ນີ້ (ຂຸ.ອະປາທານະ.(ໄທຍ໌) 33/50-56/725).

            ສະແດງໃຫ້ເຫັນວ່າເລື່ອງຂອງການເປັນລູກໜີ້ນີ້ຖືວ່າເປັນເລື່ອງທີ່ອັນຕະລາຍແລະລູກໜີ້ກໍ່ຢ້ານເຈົ້າໜີ້ຫຼາຍຂະໜາດວ່າຈະຕ້ອງໜີໄປໃຫ້ໄກເນື່ອງຈາກຖືກເຈົ້າໜີ້ຕາມທວງໜີ້ຢ່າງໜັກ ແລະໃຜກໍ່ຕາມທີ່ໜີໜີ້ກໍ່ຈະຖືກເຈົ້າໜ້າທີ່ຈັບໄປສົ່ງພຣະຣາຊາແລະຖືກຈອງຈຳເພາະການກະທຳຜິດເງື່ອນໄຂຂອງທຸລະກຳທີ່ວ່າດ້ວຍເລື່ອງຂອງການເງິນການທອງ.

(1)    ໜີ້ກັບພຣະພຸດທະສາສະໜາ ?

-          ເລື່ອງການມີໜີ້ຫຼືມີສະຖານະຂອງລູກໜີ້ນັ້ນມີຄວາມກ່ຽວເນື່ອງກັບພຣະພຸທທະສາສະໜາຢູ່ຫລາຍປະການ ເຊັ່ນ ໃນພຣະວິນັຍມີກໍລະນີທີ່ລູກໜີ້ໜີໄປບວດ ເມື່ອບວດໄປແລ້ວເຈົ້າໜີ້ໄປພົບເຂົ້າຈຶ່ງທຳການໂພນທະນາຫຼືຕຳໜິພຣະສົງວ່າເຫດໃດຈຶ່ງໃຫ້ຄົນມີໜີ້ມາບວດ ທີ່ສຸດພຣະພຸທທະອົງຄ໌ກໍ່ຊົງກຳໜົດຫ້າມບໍ່ໃຫ້ຄົນທີ່ເປັນລູກໜີ້ບວດ (ວິ.ມ.(ໄທຍ໌) 4/96/150.)

-     ໂດຍສະຖານະຄວາມເປັນລູກໜີ້ນັ້ນຈະມີກໍລະນີໜີ້ທີ່ບຸຄຄົນນັ້ນໆ ຢືມມາເອງ ແລະໜີ້ທີ່ບິດາແລະປູ່ຂອງບຸຄຄົນນັ້ນຢືມໄວ້ກ່ອນແລ້ວ ຈະໃຫ້ບຸຄຄົນຜູ້ມີໜີ້ເຊັ່ນນີ້ບັນພະຊາບໍ່ຄວນ ແຕ່ຖ້າມີຍາດພີ່ນ້ອງແລະຄົນມີສາຍສຳພັນຮັບພາລະໜີ້ແທນ ຈະໃຫ້ບວດກໍ່ໄດ້ (ວິ.ອ.(ບາລີ) 3/96/61)

-    ສ່ວນໃນພຣະສູຕຣນັ້ນພຣະພຸທທະອົງຄ໌ຊົງສອນວ່າຄົນເຮົາເກີດມາບໍ່ຄວນເປັນຜູ້ມີໜີ້ ແຕ່ຖ້າມີໜີ້ແລ້ວຈະຕ້ອງຊົດໃຊ້ ດັ່ງປາກົດໃນຄຳວ່າ ຄົນກູ້ໜີ້ມາລົງທຶນຈົນປະສົບຜົນສຳເລັດ ໃຊ້ໜີ້ເກົ່າທີ່ເປັນຕົ້ນທຶນຈົນໝົ ເກັບກຳໄລທີ່ເຫລືອໄວ້ເປັນຄ່າລ້ຽງດູບຸຕພັນລະຍາເພາະຄວາມບໍ່ມີໜີ້ສິນເປັນເຫດ ເຂົາຈຶ່ງໄດ້ຮັບຄວາມເບິກບານໃຈແລະຄວາມສຸຂໃຈ (ທີ.ສີ.(ໄທຍ໌) 9/128/74)

-    ຈະພົບວ່າການບໍ່ມີໜີ້ຖືວ່າເປັນສິ່ງທີ່ກໍ່ໃຫ້ເກີດຄວາມສຸຂແລະເມື່ອມີໜີ້ກໍ່ຕ້ອງຊົດໃຊ້ຕາມວາຣະ ເຊິ່ງໃນພຣະສູຕຣນີ້ພຣະພຸທທະສາສະໜາກ່າວເຖິງຄວາມເປັນຜູ້ປອດໜີ້ທັ້ງທີ່ເປັນເງິນແລະບຸນຄຸນຫຼືຊາດພົບທີ່ຍັງເປັນກັມຫລົງເຫລືອຢູ່.

(2)   ໜີ້ກັບຄວາມທຸກຂ໌ ?

ຈາກການລວບລວມເລື່ອງລາວໃນພຣະໄຕຣປິດົກມາຈະພົບວ່າ ການຕິດໜີ້ເປັນຄວາມທຸກຂ໌ຫຼາຍກວ່າຄວາມສຸຂຫຼືຫາກປົດໜີ້ໄດ້ຈຶ່ງຈະຖືວ່າໄດ້ຮັບຄວາມສຸຂ ແຕ່ເມື່ອໃດກໍ່ຕາມທີ່ຍັງບໍ່ປົດໜີ້ລົງໄດ້ກໍ່ຈະຍັງມີແຕ່ຄວາມທຸກຂ໌ເລື້ອຍໄປ.

ໃນຖານະລູກໜີ້ຈຶ່ງມີຄວາມປາຖະໜາຢູ່ພຽງຢ່າງດຽວວ່າເມື່ອໃດຈະປົດໜີ້້ໄດ້ ດັ່ງພຣະພຸທທະພົຈວ່າ ພວກລູກໜີ້ ຍ່ອມປາຖະໜາ ຍິນດີ ຄາມເປັນຜູ້ໝົດໜີ້ (ຂຸ.ມະຫາ.(ໄທຍ໌) 29/194)

4. ທຸກຂະລາພະການເປັນໜີ້: ທຸກຂ໌ທີ່ຫຼີກລ່ຽງໄດ້ ?

    ພຣະຜູ້ມີພຣະພາກເຈົ້າຕັສວ່າ “ດູກ່ອນພິກຂຸທັງຫຼາຍ! ຄວາມຈົນເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ”

   ພິກຂຸທັງຫຼາຍ ຂາບທູນວ່າ ເປັນຢ່າງນັ້ນພຣະອົງຂ້ານ້ອຍ ຈຶ່ງຕັສຕໍ່ໄປວ່າ “ດູກ່ອນພິກຂຸທັງຫຼາຍ ຄົນຈົນບໍ່ມີຊັພຂອງຄົນເອງ ບໍ່ມັ່ງຄັ່ງຍອມກູ້ໜີ້້ ແມ້ການກູ້ໜີ້ກໍ່ເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ

            ຄົນຈົນກູ້ໜີ້ແລ້ວ ກໍ່ຈະຕ້ອງເສຍດອກເບັ້ຍ ແມ້ການເສຍດອກເບັ້ຍກໍ່ເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ

            ຄົນຈົນທີ່ຈະຕ້ອງເສຍດອກເບັ້ຍ ບໍ່ໄດ້ດອກເບັ້ຍຕາມກຳໜົດ ກໍ່ຕ້ອງຖືກເຂົາທວງ ແມ້ການຖືກເຂົາທວງກໍ່ເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ

            ຄົນຈົນຖືກຕາມຕົວບໍ່ໃຫ້ເຂົາ ຍ່ອມຖືກຈອງຈຳ ແມ້ການຖືກຈອງຈຳກໍ່ເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ

            ດູກ່ອນພິກຂຸທັງຫຼາຍ ຄວາມຈົນກໍ່ດີ ການກູ້ໜີ້ກໍ່ດີ ການເສຍດອກເບັ້ຍກໍ່ດີ ການຖືກຈອງຈຳກໍ່ດີ ເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ” ນີ້ຄືຄຳສອນຂອງພຣະພຸທທະອົງຄ໌. (ໃນພຣະໄຕຣປິດົກເຫຼັ້ມທີ່ 22 ສັກກະນິບາຕ ອັງຄຸຕຕະຣະນິກາຍ)

            ໂດຍໄນຍະແຫ່ງພຸທທະພົຈນ໌ດັ່ງກ່າວຂ້າງຕົ້ນ ໄດ້ລະບຸຢ່າງຊັດເຈນວ່າ ຄວາມຈົນເປັນທຸກຂ໌ ແລະການກໍ່ໜີ້ອັນເປັນສືບເນື່ອງມາຈາກຄວາມຈົນກໍ່ເປັນທຸກຂ໌ ອັນເນື່ອງມາຈາກການເປັນໜີ້ແລ້ວຕ້ອງເສຍດອກເບັ້ຍຕາມກຳໜົດທີ່ຈະຖືກເຈົ້າໜີ້ທວງ ທວງແລ້ວຍັງບໍ່ໃຫ້ກໍ່ຈະຖືກຕາມຈັບຕົວແລະຖືກຈອງຈຳ ທັງໝົດນີ້ຄື ທຸກຂ໌ອັນເກີດຈາກຄວາມຍາກຈົນແລະການກູ້ໜີ້.

            ຈາກສັຈທັມທີ່ວ່າ ການກູ້ໜີ້້ເປັນທຸກຂ໌ ຄົນລາວໃນປັດຈຸບັນເປັນທຸກຂ໌ຈຳນວນບໍ່ນ້ອຍ ໂດຍສະເພາະຢ່າງຍິ່ງຜູ້ທີ່ເປັນໜີ້ເນື່ອງມາຈາກຄວາມຍາກຈົນ ເຊີ່ງສ່ວນໃຫຍ່ຈະເປັນຊາວກະສິກອນບໍ່ມີທີ່ທຳກິນເປັນຂອງຕົນເອງ ຕ້ອງເຊົ່າທີ່ດິນເຮັດການຜະລິດມາກໍ່ບໍ່ພໍທີ່ຈະຂາຍເພື່ອນຳລາຍໄດ້ມາລ້ຽງຄອບຄົວ ແລະຄ່າໃຊ້ຈ່າຍອື່ນໆໃນຄົວເຮືອນ ຈຶ່ງຕ້ອງກູໜີ້ ແລະສ່ວນໃຫຍ່ຈະເປັນການກູ້ຍືມທັງໃນລະບົບແລະນອກລະບົບ ເປັນຕົ້ນ.

           

ສົມສັກ ສະມະຈິຕໂຕ ພິກຂຸ

23-Dec-21

Wednesday, January 15, 2020

ປະກິນນະ​ກະ​ທັມ



ປະກິນນະ​ກະ​ທັມ
-------------------------
ນິວອນ 5 ​ແລະ​ຂ້າ​ເສິກ​ທາງ​ອ້ອມ: ນິວະຣະນະ​ທັມ 5 ປະການ,
ທັມ​ຝ່າຍ​ຕໍ່າ​ເປັນ​ອຸປະສັກ​ຂັດຂວາງ​ການ​ປະກອບ​ຄວາມ​ດີ​ມີ​ຄື :

1.  ກາມະ​ສັນທະ ຄວາມ​ພໍ​ໃຈ​ເກາະ​ຫ້ອຍ​ຍິນ​ດີ​ນຳ​ວັດ​ຖູ​ກາມກ່ອນ​ຈະ​ຍິນ​ດີ​ນຳ​ວັດຖຸ​ກາມ​ນັ້ນ​ກໍ່​ອາສັຍ​ກິ​ເລ​ສະກາ​ມ ມີ ຣາຄະ​ເປັນ​ຕົ້ນ​ແລ້ວ​ເກີດ​ຄວາມ​ກຳໜັດ​ຂຶ້ນ​ກັບ​ຈິດ​ກ່ອນ ຄື​ຈິດ​ຫຼົງ​ກຳໜັດ​ຍິນ​ດີ​ຕິດ​ຢູ່​ກັບ​ຮູບ, ສຽງ, ກິ່ນ, ຣົສ,​ ເຄື່ອງ​ສຳຜັດ​ເຢັນ​ຮ້ອນ​ອ່ອນ​ແຂງ, ທັມມາ ຣົມ​ເກີດ​ກັບ​ໃຈ​ເປັນ​ໄປ​ໃນ​ຝ່າຍ​ກຸສົນ​ກໍ່​ມີ​ຫຼື​ອະກຸສົນ​ກໍ່​ມີ ອັນ​ນີ້​ເອີ້ນ​ວ່າ​ ກາມະ​ສັນທະ​ນິວອນ
――――――――――――――――――――
(ກ)ວັດຖຸກາມ ສິ່ງ​ທີ່​ມີ​ວິນ​ຍານ​ແລະ​ບໍ່​ມີ​ວິນ​ຍານ​ອັນ​ເປັນ​ເຫດ​ໃຫ້​ຈິດ​ຫຼົງ​ເກາະ​ຫ້ອຍ​ຍິນ​ດີ ​ເຊັ່ນ​ຂ້າ​ທາດ​ບໍຣິວານ ສັດລ້ຽງ ​ເງິນ​ຄຳ ບ້ານ​ເຮືອນ ທີ່​ດິນ ຮູບ,ສຽງ,​ກິ່ນ,ຣົສ.  .  .
(ຂ)ກິ​ເລ​ສະກາ​ມ ​ເຄື່ອງ​ຍ້ອມ​ໃຈ​ໃຫ້​ເສົ້າໝອງ​ເປັນ​ທຸກ​ໄດ້​ແກ່ຣາຄະ​ຄວາມ​ກຳໜັດ ​ໂລພະ ອິຈສາ ພໍ​ໃຈ ຍິນ​ດີ .  .  .

    2. ພະຍາ​ປາທະ ຄື ​ຈິດ​ປາຖະໜາ​ໃນ​ຮູບ,ສຽງ, ກິ່ນ, ຣົສ,​ ເຄື່ອງສຳຜັດ, ທັມມາຣົມບໍ່​ໄດ້​ສົມ​ຫວັງ​ແລ້ວ​ກໍ່​ຄຶດ​ປອງ​ຮ້າຍ,ກັ່ນ​ແກ້ງ​ຄົນ​ອື່ນ,ສັດ​ອື່ນ​ທີ່​ຕົນ​ບໍ່​ຖືກ​ໃຈ​ນັ້ນ​ໃຫ້​ເສຽປະ​ໂຫຍ​ດສຸກ. ຈິດ​ພະຍາບາ​ດນີ້​ຈັດ​ເປັນ​ມິ​ຈສາທິຕຖິ (ຄວາມ​ເຫັນ​ຜິດ) ປະ​ເພດ​ໜຶ່ງ ອັນ​ນີ້​ເອີ້ນ​ວ່າ​ ພະຍາ​ປາທະ​ນິວອນ.

  3. ຖີນະ​ມິດ​ທະ​ ຄື​ຈິ​ດງ່ວມ​ເຫງົາ​ຫາວ​ນອນ,ໜັກ​ກາຍ,ໜັກ​ໃຈ ຂີ້ຄ້ານບໍ່​ຍິນ​ດີ​ໃນ​ວຽກ​ການ​ງານ ​ເມື່ອ​ກຸ້ມ​ກວມ​ຈິດ​ໃຈ​ເຂົ້າ​ແລ້ວ​ກໍ່​ບໍ່​ປະກອບ​ຄຸນງາມຄວາມດີ​ໃຫ້​ເກີດ​ຂຶ້ນ​ໄດ້ ອັນ​ນີ້​ເອີ້ນ​ວ່າ ຖີນະ​ມິດ​ທະ​ນິວອນ ຯ

   4. ອຸດ​ທັດ​ຈະ ກຸກ​ກຸດ​ຈະ ຄື​ຄວາມ​ບໍ່​ສະ​ງົບ​ສ່ວນ​ຈິດ ຟົ້ງ​ຊວ່ານ-​ລຳ​ຄານ​ໃຈ ​ແລ່ນ​ໄປ​ສູ່​ອາຣົມພາຍ​ນອກ​ຄື​ບໍ່​ຮູ້​ຕາມ​ຄວາມ​ເປັນ​ຈິງ​ຂອງ​ອາຍະຕະນະ​ທັງ​ພາຍ​ໃນ​ແລະ​ພາຍ​ນອກ ບໍ່​ຮູ້​ຂົ່ມ​ຈິດ​ຂອງ​ຕົນ​ໃຫ້​ຕັ້ງໝັ້ນຢູ່​ກັບ​ກັມ​ມັຕ​ຖານ​ແຫ່ງ​ຕົນ, ຈິດ​ຈຶ່ງ​ຄວ່າ​ໄປ​ຕາມ​ອາຣົມຕ່າງໆ.ຈິດ​ດວງ​ນີ້​ຕິດ​ມາ​ຈາກກາມ ສັນ​ທະ ຄື​ເກີດ​ຈາກ​ຄວາມ​ຢາກ​ໄດ້​ກໍ່​ມີ ບໍ່​ຢາກ​ໄດ້​ກໍ່​ມີ ​ເມື່ອ​ໄດ້​ສົມ​ຫວັງ ຫຼື​ບໍ່​ໄດ້​ສົມ​ຫວັງ​ມັນ​ກໍ່​ຟົ້ງຊວ່ານ​ລຳ​ຄານ​ໃຈ​ເລື້ອຍ​ໄປ ອັນ​ນີ້​ເອີ້ນ​ວ່າ ອຸດ​ທັດ​ຈະ ກຸກ​ກຸດ​ຈະ​ນິວອນຯ

5.ວິຈິກິ​ຈສາ ຄື​ຈິດ​ລັ່ງ​ເລ​ສົງ​ໄສ​ບໍ່​ແນ່​ໃຈ​ໃນ​ສິ່ງ​ທັງ​ປວງ ບໍ່​ຕັດ​ສີນ​ໃຈ​ໄດ້​ວ່າ​ສິ່ງ​ໃດ​ຜິດ ສິ່ງ​ໃດ​ຖືກ ​ເປັນ​ຕົ້ນ​ແມ່ນ​ເຫັນ​ຜິດ​ເປັນ ຖືກ ​ເຫັນ​ຖທກ​ເປັນ​ຜິດ ອັນ​ນີ້​ເອີ້ນ​ວ່າ ວິຈິກິ​ຈສາ​ນິວອນ.
   ​
     ເມື່ອ​ນິວອນ ຂໍ້​ໃດ​ຂໍ້​ໜຶ່ງ​ໃນ​ຈຳນວນ​ນີ້​ຫາກ​ເກີດ​ຂຶ້ນ​ແລ້ວ​ກໍ່​ເປັນ​ເຫດ​ບໍ່​ໃຫ້​ສຳ​ເຣັດສະມາທິ​ໄດ້ ຈຶ່ງ​ຕ້ອງ​ແກ້​ດ້ວຍ​ອຸບາຍ​ຕ່າງໆ​ຕໍ່​ໄປ​ຕາມ​ຄວນ .

ອຸບາຍ​ແກ້​ນິວອນ

1. ກາມະ​ສັນທະ ​ເກີດ​ຈາກ​ສຸພະນິມິດ​ມີ​ອາຣົມຕາມ​ເຫັນ​ວ່າ​ງາມ​ໜ້າ​ຮັກ,ໜ້າ​ມັກ,ໜ້າ​ຊົມ,​ເມື່ອ​ເກີດ​ຂຶ້ນ​ແລ້ວ​​ເພື່ອແກ້​ໄຂ​ເພິ່ນ​ແນະນຳ​ໃຫ້​ໃຊ້​ອຸບາຍ 3 ຢ່າງ ຄື : 
(1)​ ເພັ່ງພິຈາຣະນາ​ສິ່ງ​ທີ່​ຊອບ​​ໃຈນັ້ນ​ໃຫ້​ເຫັນ​ເປັນ ອະນິດ​ຈັງ,ທຸກຂັງ,ອະນັດຕາ. 
(2) ​ເພັ່ງພິຈາ​ຣະນາ​ລະ​ອຽດລົງ​ໃຫ້​ເຫັນ​ເປັນ​ອະສຸພະ​ນິມິດ ,​ໂສ​ໂຄກ, ​ປະ​ຕິ​ກູນ, ໜ້າ​ຂີ້ດຽດ, ​ຜາງຮ້າຍ,​ ເບື່ຶອ, ຜາງໜ່າຍ .    
(3) ພິຈາຣະນາ​ລະອຽດ​ເລິກ​ລົງ​ ຈົນ​ເກີດ​ປັນຍາ​ເຫັນ​ແຈ້ງ​ຕາມ​ຄວາມ​ເປັນ​ຈິງ​ຄື ​ຮູ​ປກາຍ​ນີ້​ເປັນ​ພຽງທາດ 4 ​ເຕົ້າ​ໂຮມ ປະຊຸມ​ກັນ​ເຂົ້າ ມີ​ຈິ​ຕວິນ​ຍານ​ຫຼົງ​ເຂົ້າ​ໄປ​ຢຶດຄອງ​ອາສັຍ​ຢູ່​ຊົ່ວຄາວ​ເທົ່າ​ນັ້ນ.​ໃນ​ກາຍ​ນີ້​ເປັນ​ບ່ອນ​ສະ​ສົມ​ຂອງ​ບໍ່​ສະອາດ​ມີ​ປະການ​ຕ່າງໆ​ແລະ​ໂຣຄາ​ພາດ(ຄວາມ​ເຈັບ​ປວດ)ທຸກຂະ​ພັຍ​ມີ​ຢູ່​ທຸກ​ສ່ວນ​ໃນ​ກາຍ​ນີ້ ບໍ່​ຄວນ​ຫຼົງ​ເຂົ້າ​ໄປ​ຢຶດໝັ້ນສຳຄັນ​ຜິດ ​ໃຫ້​ເປັນ​ທີ່​ຕັ້ງ​ແຫ່ງ​ຄວາມ​ພໍ​ໃຈ​ຍິນ​ດີ ມີ​ສັນດານ​ອັນ​ຕັນຫາ​ແລະ​ທິດ​ຖິອາສັຍ​ຢູ່​ດ້ວຍ.

2. ພະຍາ​ປາທະ ​ເກີດ​ຈາກ​ສະຕິ​ອ່ອນ ມີ​ປະຕິ​ຄະ​ນິມິດ​ຕາ​ໂປ​ນິ​ໂສ​ມະນະ​ສິການ ຄື​ການ​ນຶກຄຶດ​ໂດຍ​ປາສະຈາກ​ອຸບາຍ​ລະ ອຽດ​ໃນ​ສິ່ງ​ກະທົບ​ໃຈ​ຕົນຈຶ່ງ​ເກີດ​ໂກທະ​ແລ້ວ​ຜູກ​ໂກດ​ບໍ່​ແລ້ວ​ບໍ່​ລືມ ຮຸ່ມ​ຮ້ອນ​ຫວັງ​ແກ້​ຄືນ​ແກ້​ແຄ້ນ​ໃນ​ສິ່ງ​ທີ່​ບໍ່ພໍ​ໃຈນັ້ນຄວນ​ໃຊ້​ອຸບາຍຣະງັບ​ດ່ັງ​ຕໍ່​ໄປ​ນີ້ :
ກ.ຈະ​ເຣີນ​ເມ​ຕຕາສະ​ເພາະ​ຫຼື​ທົ່ວໆ​ໄປ​ບໍ່​ເຈາະ​ຈົງ ​ແຕ່​ມີ​ຂໍ້​ຫ້າມ​ແຜ່​ໄປ​ໃນ​ບຸກຄົນ​ເພດ​ກົງກັນຂ້າມ ​ເພື່ອ​ປ້ອງ​ກັນ​ຈ້ດກຳ​ເຣີບ​ໄປ​ທາງຣາຄະ​ຕັນຫາ.
ຂ.ພິຈາຣະນາກ​ົດ​ແຫ່ງ​ກັມ ​ເພັ່ງ​ໂທດ​ຕົນ​ເອງ ບໍ່​ເພັ່ງ​ໂທດ​ຄົນ​ອື່ນ ຖື​ວ່າ​ເປັນ​ກັມ​ສ່ວນ​ຕົນ​ເອງ.
ຄ.ພິຈາຣະນາ​ຫຼາຍ​ຂຶ້ນ ລະອຽດ​ເຂົ້າ​ໄປ​ໃນ​ອຸບາຍ​ນັ້ນໆ.
ງ.ຄົບ​ຫາ​ແຕ່​ຄົນ​ດີ​ມີ​ເມດ​ຕາ.
ຈ.ສຶກສາ​ແລະ​ປາຣ​ົບ​ແຕ່​ເຫຼື້ອງ​ເມດ​ຕາ​ພາວະນາ​ສ້າງ​ກຸສົລ
ຈິຕ​ໃຫ້​ມາກ​ຫຼ​າຍ.
ສ.ຕ້ັງສັດຈະຈະ​ເພັ່ງສະ​ເພາະ​ທີ່​ໃຈ​ຕົນ​ເອງ​ວ່າ​ເຮາ​ຈະ​ຕ້ອງ​ຂົ່ມ​ພະຍາບາດ​ຊຶ່ງ​ເກີດ​ທີ່​ໃຈ​ນີ້​ແລະ​ກໍ່​ຈະ​ຕ້ອງ​ແກ້​ທີ່​ໃຈ​ນີ້​ ຖື​ຄວາມ​ເຫັນ​ວ່າ​ເປັນ​ໂທດ​ຂອງ​ຕົນ​ເອງ.

3. ຖີນະ​ມິດ​ທະ ຄວາມ​ໜັກ​ກາຍ ໜັກ​ໃຈ​ເກີດ​ຈາກ​ຄວາມ​ຂີ້ຄ້ານ​ບໍ່​ກ້າ​ຕໍ່​ຄວາມພຽນ,ບໍ່​ຍິນ​ດີ​ຕໍ່​ການ​ງານ,ຖີນະ​ມິດ​ທະ​ນີ້​ເຫດ​ຈະລະ​ໄດ້​ເດັດ​ຊາດ​ກໍ່​ຕໍ່​ເມື່ອ​ສຳ​ເຣັດ​ເປັນ​ພຣະອໍຣະຫັນ ​ແຕ່​ກໍ່​ຕ້ອງ​ພຽນ​ລະ​ແຕ່​ຄັ້ງ​ປຸຖຸຊົນ​ເປັນ​ຕົ້ນ​ໄປ ຄື :
ກ) ຮູ້​ປະຣິມານ​ໃນ​ການ​ບໍຣິ​ໂພ​ກອາຫານ ບໍ່​ກິນ​ຈຸກ ກິນ​ຈິກ ​ແລະ​ບໍ່​ໃຫ້​ໜັກ​ທ້ອງ .
ຂ) ປ່ຽນ​ອິຣິຍາ​ບົດ​ສະ​ເໝີ​ໄປ ຫຼື​ໝັ່ນ​ປ່ຽນ​ອິຣິຍາ​ບົດ ຯ
ຄ) ນຶກ​ເຖິງ​ແສງ​ສະຫວ່າງ​​ເປັນຕົ້ນ​ເບິ່ງ​ແສງ​ໄຟ ​ເດືອນ ດາວ
ງ) ຢູ່​ໃນ​ບ່ອນ​ທີ່​ໂລ່ງ​ແຈ້ງລົມ​ພັດ​ເຢັນ​ສະບາຍ​ໃຈ,ຢູ່​ໄກ​ໝູ່​ບ້ານ​ໂດດດ່ຽວ .
ຈ) ພົບ​ເພື່ອນ​ພຣົມມະ​ຈັນ​ທີ່​ດີ ບໍ່​ຄ້ານ ບໍ່​ງ່ວງ​ເຫງົາ​ຫຼື​ຜູ້​ທີ່​ມີ​ຊານ​ຈິດ​ຍິ່ງ​ດີ ຯ
ສ) ສົນທະນາ​ແຕ່​ທັມ​ທີ່​ສະບາຍ ​ເປັນ​ຕົ້ນ​ການ​ເດີນ​ທຸດົງ ຯ
ຊ) ຝັກ​ໄຝ່​ໃນ​ທາດ​ແຫ່ງ​ຄວາ​ມພຽນ ອົດທົນ ຂະຫຍັນ​ເພື່ອ​ຄວາມ​ສຳ​ເຣັດ ຯ

4. ອຸດ​ທັດ​ຈະ​ກຸກ​ກຸດ​ຈະ ​ເຫດ​ເກີດ​ຈາກ​ຈິດ​ທີ່​ບໍ່​ສະ​ງົບ​ເພາະ​ບໍ່​ສັນ​ໂດດ(ບໍ່​ຮູ້​ຄວາມ​ພໍດີ)ຈິດ​ຈຶ່ງ​ຝັ່ນ​ເຟືອນ​ສັ່ນ​ສາຍ​ໄປ​ຕາມ​ອຳນາດ​ແຫ່ງ​ຕັນຫາ ບໍ່​ມີ​ທີ່​ສີ້​ນສຸດ ຯ
     ອຸດ​ທັດ​ຈະ : ຄວາມ​ຟົ້ງ​ຊວ່ານ
     ກຸກ​ກຸດ​ຈະ : ຄວາມ​ລຳ​ຄານ​ໃຈ ທັງ​ສອງ​ນີ້​ຈະລະ​ຂາດ​ໄດ້​ກໍ່​ຕ້ອງ​ແມ່ນ ອໍຣະຫັດ​ຕະມັຄ ອໍຣະຫັດ​ຕະຜົນ ​ແຕ່​ກໍ່​ຕ້ອງ​ຮຽນ​ລະ​ແຕ່​ປຸຖຸຊົນ​ນີ້​ໄປ ຯ
ກ) ໝັ່ນ​ຮັບ​ຟັງ ​ແລະ​ສິກ​ສາ​ໃຫ້​ຫຼາຍໆ .
ຂ) ໝັ່ນ​ສອບ​ຖາມ​ແລະ​ປະ​ຕີ​ບັດ​ຕາມ​ຜູ້​ເພິ່ນ​ຮູ້ .
ຄ) ສະຫຼາດ ພິຈາຣະນາ ສີ​ລ-ທັມ ທີ່​ຕົນ​ປະຕິບັດ​ຢູ່ .
ງ) ຄົບ​ຫາ​ບັນດິດ​ຜູ້​ມີ​ວິຊຊາ ຈະຣິຍະ​ອັນ​ດີງາມ .
ຈ) ງົດ​ເວັ້ນຄົບ​ມິດ​ທີ່​ຂາດ​ສີ​ລ-ທັມ ດີງາມ .
ສ) ຮູ້ຈັກ​ສົນທະນາ​ສະ​ເພາະ​ເຫຼື້ອງ​ທີ່​ຄວນ ຫຼື​ບໍ່​ຄວນ​ແລະ​ຢ່າ​ເປັນ​ຄົນ​ມັກ​ປາກ​ຫຼາຍ .

5.  ວິຈິກິຈສາ ​ເກີດ​ຈາກ​ການ​ບໍ່​ຝັກ​ໄຝ່​ໃຈ​ພິຈາຣະນາ​ດ້ວຍ​ດີ.ການ​ຈະລະ​ຂາດ​ໄດ້ ຕ້ອງ​ຂັ້ນ​ໂສດາ​ປັຕຕິ​ມັຄ ​ໂສດາ​ປັຕຕິ​ຜົລ ​ແຕ່​ກໍ່​ຕ້ອງ​ພຽນ​ລະ​ແຕ່​ຄັ້ງປຸຖຸຊົນ​ນີ້​ໄປ.
ກ) ສຶກສາ​ຫາ​ຮູ້​ໃຫ້​ມາກ​ຫຼາຍ
ຂ) ໝັ່ນ​ຖາມ​ທ່ານ​ຜູ້​ຮູ້ ຜູ້​ຊຳນານ .
ຄ) ພິຈາຣະນາ ການ​ປະຕິບັດ​ສີ​ລ-ທັມ​ຂອງ​ຕົນ​ໃຫ້​ຊຳນານ.
ງ) ​ເປັນ​ຜູ້​ມີ​ສັດທາ​ເຊື່ອໝັ້ນ​ໃນ​ທາງ​ດີ .
ຈ) ຄົບ​ແຕ່​ຄົນ​ດີ ມີ​ສີ​ລ-ທັມ​ແລະ​ປັນຍາ​ຖືກ​ແບບ.
ສ) ສົນທະນາ​ແຕ່​ເຫຼື້ອງ​ທີ່​ເຮັດ​ໃຫ້​ສະບາຍ​ໃຈ ​ເປັນ​ຕົ້ນ​ການ​ວິຈານ​ເຖິງ​ພຸດທະຄຸນ ຯ

       ນິວອນ 5 ນີ້​ຖ້າ​ເພັ່ງການ​ຕົນ​ຈົນ​ເຫັນ​ແຈ້ງ​ແລ້ວ ນິ ວອນ​ນັ້ນຍ່ອມ​ດັບ​​ໄປ ​ເພາະ​ນິວອນ​ເກີດ​ຂຶ້ນ​ທີ່​ກາຍ ທີ່​ໃຈ ,​ເກີດ​ບ່ອນ​ໃດ​ຕ້ອງ​ດັບ​ຢູ່​ບ່ອນ​ນັ້ນ.ນິວອນ 5 ​ເປັນ​ກິ​ເລດ​ຊັ້ນກາງ ຣະງັບ​ໄດ້​ຈື່ງ​ຈະຕັ້ງໝັ້ນ​ເປັນ​ສະມາທິ​ໄດ້ ​ເພາະ​ມັນ​ເປັນ​ຂ້າ​ເສິກ​ໂດຍ​ກົງ​ຂອງ​ສະມາທິ ອີກ​ສ່ວນ​ຂ້າ​ເສິກ​ທາງ​ອ້ອມ​ໄດ້​ແກ່ ປີ​ຕິ 5 ປະການ 1 ບໍຣິກັມ​ພາວະນາ 1 ອຸ​ຄຄະ​ຫະນິມິດ 1

---------------------------------------------------------------------
ຈາກ​ປຶ້ມ​ບັນທຶກ ຂອງ ສາທຸ​ພໍ່​ສີ​ສຸພັນ ສິຣິສຸວັນ​ໂນ (ວີຣະຈີ​ຕ) 
​ໃນ​ຄາວ​ທີ່​ເພິ່ນ​ມາ​ຈຳ​ພັນ​ສາ​ທີ່​ວັດ​ພູ​ຄວາຍ ​ໂພຄາຣາມ ສາທຸໃຫຍ່ ຈັນທະລິນ ຈິນນະທັມໂມ ເຈົ້າອະທິການວັດພູຄວາຍໂພຄາຣາມ ນະຄອນ-ຫຼວງພະບາງ
ຈັດພິມໂດຍ ສາທຸ ສົມສັກ ສະມະຈິດໂຕ ວັດປ່າໄຜ່ ມີໄຊຍາຣາມ
15/01/2010