ບົດຄວາມທາງພຸດທະສາສະໜາ “ໜີ້ໃນພຣະໄຕຣປີດົກ”
“ໜີ້” ຕາມທັດສະນະທາງພຣະພຸທທະສາສະໜາ ຄວາມເບື້ອງຕົ້ນ ເມື່ອເອີ່ຍເຖິງ ໜີ້ ບໍ່ມີໃຜຢາກມີ ຢາກເປັນ ຫຼື ຢາກຕິດໜີ້ໃຜໆ ເພາະຄຳວ່າໜີ້ມີສະພາວະທີ່ແບກໄວ້ ເຊິ່ງພາລະບໍ່ໜັກກໍ່ເບົາຢ່າງໃດຢ່າງໜຶ່ງ ຫຼືບາງຄົນອາດຈະປະຕິເສດທັນທີເມື່ອໄດ້ຍິນຄຳວ່າ ໜີ້ ນີ້ວ່າ ຂ້ອຍບໍ່ເຄີຍມີໜີ້ ແລະບໍ່ເຄີຍຄິດຈະເປັນໜີ້ໃຜ ໂດຍຍຶດຫລັກພຸທທະສຸພາສິດທີ່ວ່າ “ອິນາ ທານັງ ທຸກຂັງ ໂລເກ” ແປວ່າ “ການເປັນໜີ້ເປັນທຸກຂ໌ໃນໂລກ” ແຕ່ກໍ່ຍັງມີຄົນອີກຈຳນວນຫຼາຍທີ່ມັກເອົາຊີວິດໄປຜູກພັນຢູ່ກັບໜີ້ ຈົນບາງຄັ້ງມີໜີ້ສິນລົ້ນພົ້ນຕົວຈົນບໍ່ສາມາດໃຊ້ໜີ້ໄດ້ ເມື່ອຖືກເຈົ້າໜີ້ທວງຫຼາຍເຂົ້າຫາທາງອອກບໍ່ເຈີຕັດສິນໃຈປິດຊີວິດຕົວເອງເພື່ອປົດໜີ້ໃຫ້ແກ່ເຈົ້າກັມນາຍເວນໄປກໍ່ມີຫລາຍໃນສັງຄົມປັດຈຸບັນ ແທ້ຈິງແລ້ວທຸກຄົນທີ່ເກີດມາໃນໂລກນີ້ລ້ວນມີໜີ້ດ້ວຍກັນທັ້ງນັ້ນ ໃຜຈະຍອມຮັບຫຼືບໍ່ກໍ່ຕາມ “ໜີ້” ຄຳນີ້ ກໍ່ຍັງຕິດສ້ອຍຫ້ອຍຕາມໄປທົ່ວທຸກຫົນທຸກແຫ່ງທັງໃນໂລກນີ້ແລະໂລກໜ້າ ແມ້ແຕ່ພຣະອໍຣະຫັນສາວົກຫຼືອົງສົມເດັດພຣະຜູ້ມີພຣະພາກເຈົ້າຜູ້ຊົງເປັນບໍຣົມມະຄູຂອງໂລກກໍ່ຍັງຕ້ອງປະເຊີນກັບໜີ້ໃນຊາດປັດຈຸບັນ ແຕ່ຄຳວ່າ ໜີ້ ຈະໝົດສິ້ນໄປກໍ່ຕໍ່ເມື່ອສາມາດປະຕິບັດຈົນຈິຕເຂົ້າສູ່ສະພາວະແຫ່ງຄວາມຫລຸດພົ້ນຈາກອາສາວະກິເລສທັງຫຼາຍທັງປວງຕັດພົບຕັດຊາດບໍ່ກັບມາເກີດອີກຢ່າງເຊັ່ນພຣະຂີນາສົພທັງຫຼາຍ ຄວາມໝາຍຂອງໜີ້ ຄຳວ່າ “ໜີ້” ຕາມໜັງສືພົດຈະນານຸກົມລາວ ໄດ້ໃຫ້ຄວາມໝາຍໄວ້ວ່າ “ໜີ້” ແມ່ນເງິນຫຼືສິ່ງຂອງທີ່ຜູ້ໜຶ່ງຍືມເອົາໄປໃຊ້ແລ້ວຍັງບໍ່ທັນເອົາມາຄືນໃຫ້, ເງິນກູ້ທີ່ຕ້ອງສົ່ງຄືນ ຫຼືບຸນຄຸນທີ່ຕ້ອງຕອບແທນ ລະຫວ່າງບຸກຄົນຕັ້ງແຕ່ 2 ຝ່າຍຂຶ້ນໄປ ເຊິ່ງຝ່າຍໜຶ່ງຮຽກວ່າ “ເຈົ້າໜີ້” ມີສິດທີ່ຈະບັງຄັບບຸກຄົນອີກຝ່າຍໜຶ່ງຮຽກວ່າ “ລູກໜີ້” ໃຫ້ກະທຳການຫຼືງົດເວັ້ນກະທຳການຢ່າງໃດຢ່າງໜຶ່ງ ເພາະໜີ້ດັ່ງກ່າວເກີດຂຶ້້ນຈາກຄວາມຮູ້ສຶກທີ່ຜູກພັນກັນລະຫວ່າງເຈົ້າໜີ້ (ອັນໝາຍເຖິງ ພໍ່ ແມ່ ປູ່ ຍ່າ ຕາ ຍາຍ ຕະຫຼອດເຖິງຜູ້ທີ່ມີອຸປະກາຣະຄຸນທັງຫຼາຍ) ກັບ ລູກໜີ້ (ອັນໝາຍເຖິງ ລູກຫລານ ຕະຫຼອດເຖິງຜູ້ທີ່ເຄີຍຮັບອຸປະກາຣະຄຸນຈາກຄົນອື່ນ) ເຊິ່ງເປັນໜີ້ຕ້ອງຊົດໃຊ້ທາງຈະຣິຍະທັມ ເປັນຕົ້ນ.
1. ໜີ້້ໃນພຣະໄຕຣປີດົກ ຄື ?
ຄຳວ່າ “ໜີ້” ໃນພຣະໄຕຣປີດົກນັ້ນກົງກັບຄຳວ່າ ອິນັງ ໝາຍເຖິງ ໜີ້ຫຼືຊັພທີ່ກູ້ມາຈາກຄົນທີ່ມີຖານະຫຼາຍກວ່າຕົນເອງກໍ່ຕາມ ໂດຍເມື່ອກູ້ເງິນເຂົາມາແລ້ວຄົນກູ້ຈະຕົກຢູ່ໃນຖານະຂອງການເປັນ “ລູກໜີ້” ສ່ວນຄົນທີ່ຈະໃຫ້ກູ້ຫຼືຍືມກໍ່ຈະມີສະຖານະພາບເປັນ “ເຈົ້າໜີ້” ໄປທັນທີ
ສຳຫຼັບສະຖານະໜີ້້ີທີ່ປາກົດໃນຄຳພີພຣະໄຕຣປີດົກນັ້ນຈະພົບວ່າ “ໜີ້” ມີສະຖານະເປັນຊັພຫຼືເງິນ ກັບໜີ້ືທີ່ບໍ່ໄດ້ມີສະຖານະທີ່ເປັນຊັພຫຼືເປັນເງິນ ໂດຍສ່ວນດຽວຄື
1) ໜີ້ທີ່ເປັນຊັພຫຼືເປັນເງິນນັ້ນ ຊັພໝາຍເຖິງ ເງິນທີ່ໃຊ້ແລກປ່ຽນກັນໃນຕະຫຼາດ ໂດຍເງິນຈະເປັນຄຳຫຼືເງິນ, ທອງ ຫຼືຊັບສິນອື່ນໆໃດທີ່ສາມາດນຳມາແລກປ່ຽນກັນໄດ້ໂດຍໜີ້ປະເພດນີ້ມີປາກົດໂດຍທົ່ວໄປການໃຊ້ໜີ້ຈະເປັນຕົວເງິນເທົ່ານັ້ນ
2) ໜີ້ທີ່ບໍ່ເປັນຊັພ ໃນພຣະໄຕຣປີດົກໄດ້ອະທິບາຍໜີ້ປະເພດນີ້ໄວ້ອີກວ່າ ໜີ້ທີ່ບໍ່ເປັນຊັພນັ້ນໝາຍເຖິງ “ໜີ້ບຸນຄຸນ” ທີ່ຄົນໃດຄົນໜຶ່ງຊ່ວຍເຫລືອດູແລອຸປະຖາກຮັກສາໃນຍາມເດືອດຮ້ອນຫຼືອົບຮົມລ້ຽງດູມາແລ້ວ
ຜູ້ທີ່ໄດ້ຮັບການຊ່ວຍເຫລືອຫຼືລ້ຽງດູມາກໍ່ຈະຕົກເປັນລູກໜີ້ຂອງຜູ້ທີ່ໃຫ້ການຊ່ວຍເຫລືອຫຼືອຸປະກາຣະມາທັນທີ ໜີ້ປະເພດນີ້ຖືວ່າເປັນໜີ້ທີ່ບໍ່ຢູ່ໃນຮູບຂອງຕົວເງິນ ດັ່ງປາກົດໃນຄຳວ່າ ຂ້ານ້ອຍເປັນໜີ້້ບໍລິໂພກກ້ອນເຂົ້າຂອງຊາວບ້ານເຖິງ 1 ອາທິດ (ມາໃນພຣະໄຕຣປີດົກ, ສັງຍຸຕຕະນິກາຍ (ໄທຍ໌) 16/154/...)
ເຊິ່ງຄຳວ່າບໍລິໂພກໃນທີ່ນີ້ໝາຍເຖິງ ບໍລິໂພກ 4 ຢ່າງ ຄື
(1) ເຖຍຍະປະຣິໂພກ ບໍລິໂພກຢ່າງຂະໂມຍ (ຂີ້ລັກ) ເຊັ່ນ ພິກຂຸສາມະເນນທຸສິນບໍລິໂພກ
(2) ອິນນະບໍລິໂພກ ບໍລິໂພກຢ່າງເປັນໜີ້ ເຊັ່ນ ການບໍລິໂພກຂອງພິກຂຸສາມະເນນຜູ້ມີສິນ ແຕ່ບໍ່ພິຈາຣະນາໃນເວລາບໍລິໂພກ
(3) ທາຍັຊຊະບໍລິໂພກ ບໍລິໂພກຢ່າງເປັນທາຍາດ ເຊັ່ນ ການບໍລິໂພກຂອງພຣະເສຂະ 7 ຈຳພວກ
(4) ສາມີບໍລິໂພກ ການບໍລິໂພກຢ່າງເປັນເຈົ້າຂອງ ໝາຍເຖິງ ການບໍລິໂພກຂອງພຣະຂີນາສົບ
(ສັງ.ນິ.ອ.(ບາລີ) 2/254/221, ວິສຸທທິ.(ບາລີ)1/19/45-46)
ການບໍລິໂພກເຂົ້ານ້ຳໂພຊະນະອາຫານຂອງຊາວບ້ານແລ້ວບໍ່ພິຈາຣະນາຍ່ອມເຖິງອາການຂອງຄົນທີ່ເປັນໜີ້ໄດ້ ໂດຍໜີ້ໃນທີ່ນີ້ໝາຍເຖິງໜີ້ທີ່ບໍ່ໄດ້ເປັນຊັພສິນແຕ່ເປັນໜີ້້ໃນທາງຄຸນນະທັມຈະຣິຍະທັມທີ່ເກີດຂຶ້ນໃນຈິຕໃຈຂອງຄົນເຮົາ.
2. ສະພາບຂອງໜີ້ໃນພຣະໄຕຣປິດົກ : ການເປັນໜີ້ເປັນສຸຂຫຼືເປັນທຸກຂ໌ ?
ເມື່ອພິຈາຣະນາເຖິງສະພາບຄວາມເປັນໜີ້ໃນທາງພຣະພຸທທະສາສະໜາຈະພົບວ່າ “ໜີ້” ມີສະພາບດັ່ງນີ້ຄື
(1) ໜີ້ມີສະພາບເປັນທຸກຂ໌ກົດດັນ ບີບຄັ້ນໃຫ້ຜູ້ທີ່ມີໜີ້ບໍ່ໄດ້ຮັບຄວາມສຸຂຄືກໍ່ໃຫ້ເກີດທຸກຂ໌ ດັ່ງປາກົດໃນພຣະພຸທທະພົຈວ່າ “ພິກຂຸທັງຫຼາຍ ຄົນຈົນເຂັນໃຈຍາກໄຮ້ ຍ່ອມກູ້ໜີ້ ແມ້ການກູ້ໜີ້ກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ” (ອັງ.ປັນຈະກະ.(ໄທຍ໌) 22/45/..)
ເມື່ອມີໜີ້ຍ່ອມມີແຕ່ຄວາມທຸກຂ໌ ແຕ່ທີ່ຈຳເປັນຕ້ອງກູ້ໜີ້ກໍ່ເພາະເກີດມາຈາກຄວາມຈົນທີ່ພຣະພຸທທະອົງຄ໌ຊົງຕັສວ່າ ຄວາມຈົນເປັນທຸກຂ໌ໃນໂລກວ່າ “ພິກຂຸທັງຫລາຍ ຄວາມຍາກຈົນເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ” ໂດຍສະພາບຂອງຄົນທີ່ມີໜີ້ຈະຕ້ອງມີລັກສະນະ ດັ່ງນີ້ຄື
1) ຄົນຈົນເຂັນໃຈຍາກໄຮ້ ຍ່ອມກູ້ໜີ້
2) ເມື່ອກູ້ໜີ້ແລ້ວ ຍ່ອມໃຊ້ດອກເບັ້ຍ
3) ເມື່ອໃຊ້ດອກເບັ້ຍແລ້ວ ໃຫ້ດອກເບັ້ຍບໍ່ຕົງເວລາ ຍ່ອມຖືກເຈົ້າໜີ້ຕາມທວງ
4) ເມື່ອເຂົາຖືກເຈົ້າໜີ້ທວງ ແຕ່ກໍ່ຍັງບໍ່ໃຫ້ ຄືຕ້ອງຫລົບໜ້າໜີ ເມື່ອໜີຍ່ອມຖືກເຈົ້າໜີ້ຕາມ
5) ຄາວໃດທີ່ຖືກເຈົ້າໜີ້ຕາມທັນ ແຕ່ກໍ່ຍັງບໍ່ມີເງິນຊົດໃຊ້ໃຫ້ເຈົ້າໜີ້ ຝ່າຍເຈົ້າໜີ້ກໍ່ຈະຟ້ອງສານໃຫ້ສານອອກໝາຍຈັບຕິດຄຸກທີ່ຫລົບໜີໜີ້ຫຼືໜີການຈ່າຍໜີ້ (ອັງ.ປັນຈະກະ.(ໄທຍ໌) 22/45/..)
ດັ່ງນັ້ນ ໜີ້ຈຶ່ງມີສະພາບທີ່ເປັນທຸກຂ໌ແລະຖືກບີບຄັ້ນທັ້ງທາງກາຍແລະຈິຕໃຈ ດັ່ງປາກົດໃນພຣະພຸທທະພົຈວ່າ:
“ພິກຂຸທັງຫລາຍ ແມ້ຄວາມຍາກຈົນກໍ່ເປັນທຸກຂ໌ຂອງ ກາມໂພຄີບຸຄຄົນໃນໂລກ ແມ້ການກູ້ໜີ້ກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ ແມ້ການໃຊ້ດອກເບັ້ຍກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ ແມ້ການຖືກທວງຖາມກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ ແມ້ການຖືກເຈົ້າໜີ້ຕາມທັນກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ ແມ້ການຖືກຈອງຈຳກໍ່ເປັນທຸກຂ໌ຂອງກາມໂພຄີບຸຄຄົນໃນໂລກ ດ້ວຍປະການສະນີ້”
(2) ໜີ້ມີສະພາບເໝືອນຖືກຈອງຈຳ
ຄຳວ່າຈອງຈຳໃນທີ່ນີ້ຄື ການທີ່ຜູ້ເປັນລູກໜີ້ຈະຕ້ອງເຝົ້າຄິດຢູ່ຕະຫຼອດເວລາວ່າເຮົາເປັນໜີ້້ຄົນນັ້ນຄົນນີ້ເຮັດໃຫ້ຢູ່ບໍ່ມີຄວາມສຸຂ ການຄິດເຖິງໜີ້ນັ້ນເອງທີ່ຈັດວ່າເປັນການຖືກຈອງຈຳ ດັ່ງປາກົດໃນຄຳວ່າ ເໝືອນຄົນເປັນໜີ້ຄິດເຖິງໜີ້ (ອັງ.ເອກາທະສະກະ.(ໄທຍ໌) 24/9/..) ເວລາທີ່ຄຽດຍ່ອມຄິດເຖິງໜີ້ຫຼືຄຽດເພາະການມີໜີ້້ ດັ່ງນັ້ນ ການມີໜີ້ຈຶ່ງມີສະພາບເໝືອນຖືກຈອງຈຳ ຕາບໃດທີ່ຍັງບໍ່ໃຊ້ໜີ້.
(3) ມີໜີ້ຈະຕ້ອງຂະຫຍັນຫາເງິນມາໃຊ້ໜີ້
- ເມື່ອຄົນເຮົາເກີດມີຄວາມຈຳເປັນຈະຕ້ອງກູ້ໜີ້ເຂົາມາຈະຕ້ອງປະເມີນຄົວເອງວ່າສາມາດໃຊ້ໜີ້ໄດ້ ແລະເມື່ອມີເງິນແລ້ວກໍ່ຈະຕ້ອງຮູ້ຈັກການເກັບເງິນແລ້ວແບ່ງເງິນນັ້ນໄປເພື່ອໃຊ້ໜີ້ຫຼືຊົດໃຊ້ໜີ້ທີ່ມີຢູ່ນັ້ນເສຍໂດຍບໍ່ຄິດທີ່ຈະໜີ ດັ່ງປາກົດໃນພາສິດນີ້ວ່າ ຄົນເຮົາຝັງຂຸມຊັພໄວ້ໃນໂລກ ກໍ່ເພື່ອຈຸດປະສົງນີ້ ຄື ເພື່ອເກັບໄວ້ໃຊ້ໜີ້ກໍ່ມີ.. (ຂຸ.ອິຕິ. (ໄທຍ) 25/9/17)
- ສະພາບຂອງໜີ້ໃນຂໍ້ນີ້ກໍ່ຄືເຮັດໃຫ້ຜູ້ເປັນລູກໜີ້ຈະຕ້ອງຂະຫຍັນຫາ ຮັກສາໃຫ້ດີ ມີກັນລະຍານະມິຕ ແລະໃຊ້ຊີວິດໃຫ້ພໍ ເໝາະພໍສົມ ເພື່ອຫາເງິນມາໃຊ້ໜີ້ນັ້ນໃຫ້ໄດ້.
(4) ໜີ້ມີສະພາບທີ່ເປັນຂໍ້ຜູກພັນລະຫວ່າງ ເຈົ້າໜີ້ກັບລູກໜີ້ບໍ່ໂດຍກົງກໍ່ໂດຍອ້ອມ
ເມື່ອຝ່າຍໃດຝ່າຍໜຶ່ງກູ້ແລະໃຫ້ກູ້ແລ້ວຍ່ອມຖືວ່າທັ້ງສອງຝ່າຍມີຄວາມຜູກພັນຫຼືກ່ຽວຂ້ອງກັນໂດຍອັດຕະໂນມັດ ເພາະມີເງິນຫຼືຊັພທີ່ໃຫ້ຢືມກັນນັ້ນເປັນເຫດ ຄົນເຮົາໄມ່ຮູ້ຈັກກັນ ແຕ່ເມື່ອໃດກໍ່ຕາມທີ່ເປັນໜີ້້ກັນຈະຮູ້ຈັກກັນຂຶ້ນມາທັນທີ.
3. ການໜີໜີ້ໃນພຣະໄຕຣປິດົກ ?
ຄຳຖາມວ່າໃນພຣະໄຕຣປິດົກ ມີການໂກງໜີ້ບໍ່? ຄຳຕອບກໍ່ຄື “ມີ” ໂດຍການໂກງໜີ້ຫຼືບ້ຽວໜີ້ຫົວເສຍໄດ້ເໝືອນກັນ ຄື ບໍ່ມີໃຫ້ ບໍ່ຈ່າຍຄືນໃຫ້ ແລະບໍ່ໜີໄປໃສ ມີເມື່ອໃດຈະຊົດໃຊ້ໃຫ້.
ໂດຍການໂກງໜີ້ຫຼືບ້ຽວໜີ້ໃນພຣະໄຕຣປິດົກກໍ່ມີປາກົດໃນຂໍ້ຄວາມວ່າຄັ້ງນັ້ນ ບຸຣຸສຖືກເຈົ້າໜີ້ບຽດບຽນຈຶ່ງໂດດລົງໃນແມ່ນ້ຳ ໃນກະແສນ້ຳຂ້າງເໜືອດ້ວຍຄິດວ່າ ເຮົາຈະເປັນຫຼືຕາຍກໍ່ຕາມແຕ່ເຂົາຖືກກະແສນ້ຳພັດໄປໃນແມ່ນ້ຳໃຫຍ່ຕະຫຼອດຄືນຕະຫຼອດວັນ ຮ້ອງໄຫ້ລຳພັນຢ່າງນ່າເວດທະນາລອຍໄປທ່າມກາງແມ່ນ້ຳຄົງຄາ ເມື່ອມີຄົນມາເຈີກໍ່ຮ້ອງບອກວ່າຢ່າບອກໃຜວ່າຕົນເອງຢູ່ທີ່ນີ້ (ຂຸ.ອະປາທານະ.(ໄທຍ໌) 33/50-56/725).
ສະແດງໃຫ້ເຫັນວ່າເລື່ອງຂອງການເປັນລູກໜີ້ນີ້ຖືວ່າເປັນເລື່ອງທີ່ອັນຕະລາຍແລະລູກໜີ້ກໍ່ຢ້ານເຈົ້າໜີ້ຫຼາຍຂະໜາດວ່າຈະຕ້ອງໜີໄປໃຫ້ໄກເນື່ອງຈາກຖືກເຈົ້າໜີ້ຕາມທວງໜີ້ຢ່າງໜັກ ແລະໃຜກໍ່ຕາມທີ່ໜີໜີ້ກໍ່ຈະຖືກເຈົ້າໜ້າທີ່ຈັບໄປສົ່ງພຣະຣາຊາແລະຖືກຈອງຈຳເພາະການກະທຳຜິດເງື່ອນໄຂຂອງທຸລະກຳທີ່ວ່າດ້ວຍເລື່ອງຂອງການເງິນການທອງ.
(1) ໜີ້ກັບພຣະພຸດທະສາສະໜາ ?
- ເລື່ອງການມີໜີ້ຫຼືມີສະຖານະຂອງລູກໜີ້ນັ້ນມີຄວາມກ່ຽວເນື່ອງກັບພຣະພຸທທະສາສະໜາຢູ່ຫລາຍປະການ ເຊັ່ນ ໃນພຣະວິນັຍມີກໍລະນີທີ່ລູກໜີ້ໜີໄປບວດ ເມື່ອບວດໄປແລ້ວເຈົ້າໜີ້ໄປພົບເຂົ້າຈຶ່ງທຳການໂພນທະນາຫຼືຕຳໜິພຣະສົງວ່າເຫດໃດຈຶ່ງໃຫ້ຄົນມີໜີ້ມາບວດ ທີ່ສຸດພຣະພຸທທະອົງຄ໌ກໍ່ຊົງກຳໜົດຫ້າມບໍ່ໃຫ້ຄົນທີ່ເປັນລູກໜີ້ບວດ (ວິ.ມ.(ໄທຍ໌) 4/96/150.)
- ໂດຍສະຖານະຄວາມເປັນລູກໜີ້ນັ້ນຈະມີກໍລະນີໜີ້ທີ່ບຸຄຄົນນັ້ນໆ ຢືມມາເອງ ແລະໜີ້ທີ່ບິດາແລະປູ່ຂອງບຸຄຄົນນັ້ນຢືມໄວ້ກ່ອນແລ້ວ ຈະໃຫ້ບຸຄຄົນຜູ້ມີໜີ້ເຊັ່ນນີ້ບັນພະຊາບໍ່ຄວນ ແຕ່ຖ້າມີຍາດພີ່ນ້ອງແລະຄົນມີສາຍສຳພັນຮັບພາລະໜີ້ແທນ ຈະໃຫ້ບວດກໍ່ໄດ້ (ວິ.ອ.(ບາລີ) 3/96/61)
- ສ່ວນໃນພຣະສູຕຣນັ້ນພຣະພຸທທະອົງຄ໌ຊົງສອນວ່າຄົນເຮົາເກີດມາບໍ່ຄວນເປັນຜູ້ມີໜີ້ ແຕ່ຖ້າມີໜີ້ແລ້ວຈະຕ້ອງຊົດໃຊ້ ດັ່ງປາກົດໃນຄຳວ່າ ຄົນກູ້ໜີ້ມາລົງທຶນຈົນປະສົບຜົນສຳເລັດ ໃຊ້ໜີ້ເກົ່າທີ່ເປັນຕົ້ນທຶນຈົນໝົ ເກັບກຳໄລທີ່ເຫລືອໄວ້ເປັນຄ່າລ້ຽງດູບຸຕພັນລະຍາເພາະຄວາມບໍ່ມີໜີ້ສິນເປັນເຫດ ເຂົາຈຶ່ງໄດ້ຮັບຄວາມເບິກບານໃຈແລະຄວາມສຸຂໃຈ (ທີ.ສີ.(ໄທຍ໌) 9/128/74)
- ຈະພົບວ່າການບໍ່ມີໜີ້ຖືວ່າເປັນສິ່ງທີ່ກໍ່ໃຫ້ເກີດຄວາມສຸຂແລະເມື່ອມີໜີ້ກໍ່ຕ້ອງຊົດໃຊ້ຕາມວາຣະ ເຊິ່ງໃນພຣະສູຕຣນີ້ພຣະພຸທທະສາສະໜາກ່າວເຖິງຄວາມເປັນຜູ້ປອດໜີ້ທັ້ງທີ່ເປັນເງິນແລະບຸນຄຸນຫຼືຊາດພົບທີ່ຍັງເປັນກັມຫລົງເຫລືອຢູ່.
(2) ໜີ້ກັບຄວາມທຸກຂ໌ ?
ຈາກການລວບລວມເລື່ອງລາວໃນພຣະໄຕຣປິດົກມາຈະພົບວ່າ ການຕິດໜີ້ເປັນຄວາມທຸກຂ໌ຫຼາຍກວ່າຄວາມສຸຂຫຼືຫາກປົດໜີ້ໄດ້ຈຶ່ງຈະຖືວ່າໄດ້ຮັບຄວາມສຸຂ ແຕ່ເມື່ອໃດກໍ່ຕາມທີ່ຍັງບໍ່ປົດໜີ້ລົງໄດ້ກໍ່ຈະຍັງມີແຕ່ຄວາມທຸກຂ໌ເລື້ອຍໄປ.
ໃນຖານະລູກໜີ້ຈຶ່ງມີຄວາມປາຖະໜາຢູ່ພຽງຢ່າງດຽວວ່າເມື່ອໃດຈະປົດໜີ້້ໄດ້ ດັ່ງພຣະພຸທທະພົຈວ່າ ພວກລູກໜີ້ ຍ່ອມປາຖະໜາ ຍິນດີ ຄາມເປັນຜູ້ໝົດໜີ້ (ຂຸ.ມະຫາ.(ໄທຍ໌) 29/194)
4. ທຸກຂະລາພະການເປັນໜີ້: ທຸກຂ໌ທີ່ຫຼີກລ່ຽງໄດ້ ?
ພຣະຜູ້ມີພຣະພາກເຈົ້າຕັສວ່າ “ດູກ່ອນພິກຂຸທັງຫຼາຍ! ຄວາມຈົນເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ”
ພິກຂຸທັງຫຼາຍ ຂາບທູນວ່າ ເປັນຢ່າງນັ້ນພຣະອົງຂ້ານ້ອຍ ຈຶ່ງຕັສຕໍ່ໄປວ່າ “ດູກ່ອນພິກຂຸທັງຫຼາຍ ຄົນຈົນບໍ່ມີຊັພຂອງຄົນເອງ ບໍ່ມັ່ງຄັ່ງຍອມກູ້ໜີ້້ ແມ້ການກູ້ໜີ້ກໍ່ເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ
ຄົນຈົນກູ້ໜີ້ແລ້ວ ກໍ່ຈະຕ້ອງເສຍດອກເບັ້ຍ ແມ້ການເສຍດອກເບັ້ຍກໍ່ເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ
ຄົນຈົນທີ່ຈະຕ້ອງເສຍດອກເບັ້ຍ ບໍ່ໄດ້ດອກເບັ້ຍຕາມກຳໜົດ ກໍ່ຕ້ອງຖືກເຂົາທວງ ແມ້ການຖືກເຂົາທວງກໍ່ເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ
ຄົນຈົນຖືກຕາມຕົວບໍ່ໃຫ້ເຂົາ ຍ່ອມຖືກຈອງຈຳ ແມ້ການຖືກຈອງຈຳກໍ່ເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ
ດູກ່ອນພິກຂຸທັງຫຼາຍ ຄວາມຈົນກໍ່ດີ ການກູ້ໜີ້ກໍ່ດີ ການເສຍດອກເບັ້ຍກໍ່ດີ ການຖືກຈອງຈຳກໍ່ດີ ເປັນທຸກຂ໌ໃນໂລກຂອງຜູ້ບໍລິໂພກກາມ” ນີ້ຄືຄຳສອນຂອງພຣະພຸທທະອົງຄ໌. (ໃນພຣະໄຕຣປິດົກເຫຼັ້ມທີ່ 22 ສັກກະນິບາຕ ອັງຄຸຕຕະຣະນິກາຍ)
ໂດຍໄນຍະແຫ່ງພຸທທະພົຈນ໌ດັ່ງກ່າວຂ້າງຕົ້ນ ໄດ້ລະບຸຢ່າງຊັດເຈນວ່າ ຄວາມຈົນເປັນທຸກຂ໌ ແລະການກໍ່ໜີ້ອັນເປັນສືບເນື່ອງມາຈາກຄວາມຈົນກໍ່ເປັນທຸກຂ໌ ອັນເນື່ອງມາຈາກການເປັນໜີ້ແລ້ວຕ້ອງເສຍດອກເບັ້ຍຕາມກຳໜົດທີ່ຈະຖືກເຈົ້າໜີ້ທວງ ທວງແລ້ວຍັງບໍ່ໃຫ້ກໍ່ຈະຖືກຕາມຈັບຕົວແລະຖືກຈອງຈຳ ທັງໝົດນີ້ຄື ທຸກຂ໌ອັນເກີດຈາກຄວາມຍາກຈົນແລະການກູ້ໜີ້.
ຈາກສັຈທັມທີ່ວ່າ ການກູ້ໜີ້້ເປັນທຸກຂ໌ ຄົນລາວໃນປັດຈຸບັນເປັນທຸກຂ໌ຈຳນວນບໍ່ນ້ອຍ ໂດຍສະເພາະຢ່າງຍິ່ງຜູ້ທີ່ເປັນໜີ້ເນື່ອງມາຈາກຄວາມຍາກຈົນ ເຊີ່ງສ່ວນໃຫຍ່ຈະເປັນຊາວກະສິກອນບໍ່ມີທີ່ທຳກິນເປັນຂອງຕົນເອງ ຕ້ອງເຊົ່າທີ່ດິນເຮັດການຜະລິດມາກໍ່ບໍ່ພໍທີ່ຈະຂາຍເພື່ອນຳລາຍໄດ້ມາລ້ຽງຄອບຄົວ ແລະຄ່າໃຊ້ຈ່າຍອື່ນໆໃນຄົວເຮືອນ ຈຶ່ງຕ້ອງກູໜີ້ ແລະສ່ວນໃຫຍ່ຈະເປັນການກູ້ຍືມທັງໃນລະບົບແລະນອກລະບົບ ເປັນຕົ້ນ.
ສົມສັກ ສະມະຈິຕໂຕ ພິກຂຸ
23-Dec-21
No comments:
Post a Comment