
ບຸນຫໍ່ເຂົ້າສະຫຼາກ ແມ່ນບຸນປະເພນີອັນນຶ່ງຂອງຊາວພຸດທັງຫຼາຍ ສ່ວນຄວາມເປັນມາຂອງປະເພນີບຸນດັ່ງກ່າວນີ້ ຫຼາຍທ່ານຄົງໄດ້ຮູ້ກັນສ່ວນຫຼາຍແລ້ວ ວ່າມີຕົ້ນປາຍສາຍເຫດມາແຕ່ຄັ້ງພຸທກາລພຸ້ນ ຊຶ່ງມີ ຄວາມອິດສາຣິສຍາກັນຂອງເມຍໃຫຍ່ ແລະ ເມຍນ້ອຍ ເຮັດໃຫ້ມີການອາຄາດບາດໝາງກັນຕັ້ງ 2-3 ຊາດ ແລ້ວຈຶ່ງເກີດມີບຸນຫໍ່ເຂົ້າສະຫຼາກ. ນິທານກ່າວໄວ້ວ່າ: ມີຄູ່ຜົວເມຍໜຶ່ງແຕ່ງງານກັນມາຫຼາຍຟ້າຫຼາຍປີ ກໍ່ບໍ່ມີລູກ. ຜູ້ເປັນຜົວຈິງປຶກສາທາງຄອບຄົວ ແລະ ເມຍຂອງຕົນ ເພາະຢາກໄດ້ຜູ້ສືບຕະກູນ. ທຸກຄົນຈິ່ງຕົກລົງເຫັນດີກັນວ່າ ຈະຫາເມຍໃຫ້ຜູ້ເປັນຜົວອີກ ເພື່ອຈະໄດ້ລູກ ເປັນຜູ້ສືບໜໍ່ແທນແນວ. ຍ້ອນຄວາມກັງວົນ ແລະ ຢ້ານເມຍນ້ອຍ ມີສິດເໜືອຕົນເອງ, ຜູ້ເປັນເມຍຫຼວງຈິງຂານອາສາ ເປັນຜູ້ໄປຊອກຫາເມຍນ້ອຍໃຫ້ຜົວ. ພາຍຫຼັງໄດ້ຄົນຖືກໃຈ ຕາມທີ່ຜົວຕ້ອງການແລ້ວ ຜູ້ເປັນເມຍຫຼວງກໍ່ໄດ້ນຳເອົາເມຍນ້ອຍຂຶ້ນ ຢ້າວຂຶ້ນເຮືອນຕາມຮີດຄອງປະເພນີ. ເມຍຫຼວງໄດ້ບອກກັບເມຍນ້ອຍວ່າ ຖ້າມີຫຍັງເກີດຂຶ້ນຕ້ອງໃຫ້ລາຍງານແກ່ນາງ ໂດຍສະເພາະ ຖ້າຕັ້ງຄັນຕ້ອງໄດ້ບອກ ເພາະຈະໄດ້ເອົາໃຈໃສ່ນຳກັນ ເນື່ອງຈາກວ່າຜູ້ເປັນຜົວນັ້ນຢາກໄດ້ລູກແທ້ໆ. ຢູ່ມາບໍ່ດົນ, ເມຍນ້ອຍກໍ່ຕັ້ງຄັນ. ລາວຈິ່ງຟ້າວໄປບອກເມຍຫຼວງ. ເມຍຫຼວງໄດ້ຍິນຂ່າວແນວນັ້ນກໍ່ຕົກໃຈ ແລະ ຢ້ານລື່ນ ອິດສາເມຍນ້ອຍ ຈິ່ງວາງອຸບາຍ ເອົາຢາລຸລູກໃຫ້ເມຍນ້ອຍກິນ ໂດຍບອກວ່າເປັນຢາບຳລຸງ. ພາຍຫຼັງກິນຢານັ້ນແລ້ວ, ເມຍນ້ອຍກໍ່ລຸລູກ. ຕໍ່ມາເມື່ອເມຍນ້ອຍຕັ່ງຄັນອີກ, ກໍ່ໄປບອກເມຍຫຼວງໃຫ້ຮູ້. ນາງເມຍຫຼວງກໍ່ວາງຢາຈົນລຸລູກອີກຄັ້ງ. ຈົນຮອດຄັ້ງທີ່ສາມ, ເມຍນ້ອຍບໍ່ບອກ ແຕ່ເມຍຫຼວງຮູ້ ຕອນໃກ້ຈະເກີດ, ນາງຈິງຫາອຸບາຍວາງຢາງອີກ ຈົນເຮັດໃຫ້ທັງແມ່ແລະລູກຕາຍໄປນຳກັນ. ແຕ່ກ່ອນຈະຕາຍ, ເມຍນ້ອຍໄດ້ສາບແຊ່ງ ຂໍຈອງເວນຈອງກຳ ເພື່ອຂ້າລູກຂອງເມຍລູກໃນຊາດຕໍ່ໆໄປ. ພາຍຫຼັງຕາຍແລ້ວ ເມຍນ້ອຍກໍ່ເກີດເປັນແມວທີ່ເຮືອນນັ້ນແລ. ຫຼັງຈາກຮູ້ວ່າເມຍຫຼວງເປັນຄົນວາງຢາຂ້າເມຍນ້ອຍ ແລະ ລູກຂອງຕົນ, ຜູ້ເປັນຜົວແຄ້ນແຮງ ຈິງລົງທັນຂ້ຽນເມຍຫຼວງຈົນຕາຍ ແລະ ໄດ້ເກີດມາເປັນໄກ່ແມ່ຢູ່ເຮືອນນັ້ນອີກ. ເມື່ອເວລາຕໍ່ມາ, ໄກ່ແມ່ຕົວດັ່ງກ່າວອອກໄຂ່ ກຽມຈະຟັກ, ແມວກໍ່ມາລັກກິນໄຂຈົນໝົດ ສອງຄັ້ງ ແລະ ຄັ້ງທີສາມ ແມວກໍ່ກິນທັງໄຂ່ ແລະ ແມ່ໄກ່. ກ່ອນຈະຕາຍແມ່ໄກ່ກໍ່ສາບແຊ່ງຈອງເວນແມວຕົວນັ້ນ. ຈາກນັ້ນ, ໄກ່ແມ່ກໍ່ຕາຍໄປເປັນເສືອ. ສ່ວນແມວກໍ່ຕາຍໄປເປັນກວາງ. ແມ່ກວາງໄດ້ອອກລູກມາສອງຄັ້ງ, ກໍ່ຖືກເສືອເອົາໄປກິນອີກກ ແລະ ຮອດເທື່ອທີ່ສາມເສືອກໍ່ກິນທັງແມ່ທັງລູກ.ຈົນມາຮອດຊາດຕໍ່ມາ, ກວາງໄດ້ເກີດມາເປັນນາງຍັກຂີນີ ແລະ ເສືອໄດ້ເກີດມາເປັນຍິງສາວ. ເມື່ອຍິງສາວນັ້ນໃຫຍ່ກ້າໜ້າບານ ແລະ ແຕ່ງງານ. ເມື່ອເວລາໄດ້ລູກຄົນທຳອິດ ແລ ຄົນທີສອງ ກໍ່ຖືກນາງຍັກ ມາລັກເອົາໄປກິນ. ຈົນຮອດຜູ້ທີສາມ, ນາງຈິງຊວນຜົວໜີໄປເກີດລູກຢູ່ບ່ອນອື່ນ. ເມືອຫຼີກໜີຈາກຍັກໄດ້, ໄປເກີດລູກຈົນໃຫຍ່ຂຶ້ນມາ. ນາງສາວຄົນນັ້ນໄດ້ຊວນຜົວກັບມາຢາມບ້ານ. ພໍມາຮອດກາງທາງຍ້ອນຄວາມອິດເມື່ອຍແລະຮ້ອນ, ສອງຜົວເມຍຈິງຕັດສິນໃຈ ຢຸດຜັກ ແຖວໜອງນ້ຳ ແລະ ຜັດປ່ຽນກັນ ເບິ່ງລູກ ແລະ ອີກຄົນກໍ່ໄປອາບນ້ຳ. ທັນໃດນັ້ນ, ນາງຍັກກໍ່ມາພົບ ສອງຜົວເມຍຈິ່ງຟ້າວຫອບລູກແລ່ນໜີ, ນາງຍັກກໍ່ໄລ່ຕາມ. ທັງສອງຜົວເມຍຈິ່ງແລ່ນເຂົ້າໄປສະຖານທີ່ບຳເພັນທຳ ຂອງພະສຳມາສຳພຸດທະເຈົ້າ. ຍ້ອນອິດທິເດດແຫ່ງພະທຳ, ນາງຍັກຈິ່ງບໍ່ກ້າເຂົ້າຕາມໄປ. ໃນເມື່ອພະພຸດທະເຈົ້າຊົງຮັບຮູ້ເລື່ອງລາວ, ຈິ່ງໄດ້ໃຫ້ພະອານົນ ໄປຮຽກເອີ້ນເອົານາງຍັກເຂົ້າມາ ເພື່ອຈະໄດ້ໃຫ້ທຳເປັນທານ. ພະອົງກ່າວພວກເຈົ້າທັງສອງມີກຳມາແຕ່ຊາດປາງຫຼັງ. ເຈົ້າເຄີຍຂ້າລູກຂອງເຂົ້າມາກ່ອນ ແລະ ຜັດປ່ຽນກັນຂ້າກັນມາໄດ້ສາມສາມຊາດແລ້ວ. ກຳຍ່ອມລະງັບໂດຍການບໍ່ຈອງກຳກັນຕໍ່ໄປ. ແລະ ເມື່ອໄດ້ຮັບຄຳເທດສະໜາຂອງພະພຸດທະເຈົ້າ. ນາງຍັກ ແລະ ຍິງນັ້ນ ຈິ່ງໄດ້ຮັບເອົາຄຳສັງສອນ ແລະ ນຳໄປປະຕິບັດ. ເຊິ່ງສອງຜົວເມຍໄດ້ຕົກລົງສ້າງເຮືອນຫໍຜີ ໃຫ້ກັບນາງຍັກ ຢູ່ທີ່ຖຽງນາຕົນເອງ (ແລະຕໍ່ມາຄົນຮຽກວ່າ ຫໍ່ຜີຕານີ). ເພາະນາງຍັກແມ່ນມີອິດທິລິດ ແລະ ສາມາຮັບຮູ້ເລື່ອງນ້ຳຟ້ານ້ຳຝົນລວງໜ້າ ຈິ່ງໄດ້ຊ່ວຍແຈ້ງໃຫ້ທາງສອງຜົວເມຍຮູ້ວ່າ ເວລາທີປີໃດນ້ຳມາຫຼາຍ ກໍ່ໃຫ້ໄປເຮັດນາທີ່ໂນນ, ເວລາປີໃດນ້ຳຝົນມາໜ້ອຍ ກໍ່ໃຫ້ເຮັດນາເຂດໜອງນ້ຳ. ຈາກການຊ່ວຍເຫຼືອຂອງນາງຍັກ, ຈິງເຮັດໃຫ້ທັງສອງຜົວເມຍ ມີເຂົ້ານ້ຳຫຼາຍໃນແຕ່ລະປີ ແລະ ທັງສອງກໍ່ໄດ້ລ້ຽງດູນາງຍັກ ເປັນຢ່າງດີ. ບັນດາຊາວບ້ານຮູ້ຂ່າວແນວນັ້ນ, ກໍ່ພາກັນມາ ກາບໄຫວ້ບູຊາ ເພື່ອໃຫ້ນາງຍັກຊ່ວຍເລື່ອງນ້ຳຟ້ານ້ຳຝົນ. ໃນເມື່ອຊາວບ້ານຕ່າງກໍ່ໄດ້ຮັບການຊ່ວຍເຫຼືອ ຈາກນາງຍັກ, ຈີ່ງໄດ້ພາກັນ ນ້ຳເອົາເຂົ້າປາອາຫານ ໃສ່ກວາຍມາຖວາຍ ບໍ່ຂາດສາຍ. ເຮັດໃຫ້ນາງຍັກມີເຂົ້າປາອາຫານມາກມາຍໃນແຕ່ລະວັນ, ດັ່ງນັ້ນ, ນາງຍັກຈິ່ງໄດ້ແບ່ງປັນເຂົ້າປາອາຫານ ແລະ ຂອງທານເຫຼົ່ານັ້ນ ແກ່ພະພິກຂຸສົງ ທີ່ກາຍມາບ້ານຂອງນາງຍັກທຸກວັນ. ໂດຍໃຜມາກ່ອນກໍ່ໄດ້ ເຂົ້າປາອາຫານ ຫໍ່ທຳອິດ ແລະ ຕໍ່ໆກັນໄປ. ແລະບາງຄັ້ງ ມີພະພິກຂຸມາຫຼາຍ ນາງຍັກກໍ່ເຮັດ ການຈົກສະຫຼາກມອບເຂົ້າປາອາຫານແລະເຄື່ອງຂອງ ເຫຼົ່ານັ້ນແກ່ພະພິກຂຸສົງທັງຫຼາຍ. ການກະທຳເຊັ່ນນີ້, ຈິ່ງຖືສືບທອດມາເປັນ ບຸນຫໍ່ເຂົ້າສະຫຼາກ ຈົນເທົ້າທຸກວັນນີ້ແລ!
+ມູນເຫດ ແລະ ຄວາມເປັນມາ (ອີງຕາມບາງເລື່ອງເລົ່າ)
ໃນອະດີດຕະການລ່ວງມາແລ້ວ ໄດ້ມີພຣະພຸດທະເຈົ້າອົງໜຶ່ງຊົງພະນາມວ່າ: ປະທະມຸດຕະຣະ ອາໄສຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂທຈອນທຽວບິນທະບາດ ຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈຢູ່ໃນພະນະຄອນ ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ແຕ່ເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາ ຢູ່ມາວັນໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການລ້ຽງຊີບຄືມີຄວາມຫຍຸ້ງຍາກແທ້? ຄົງຈະເນື່ອງມາຈາກຕົນບໍ່ໄດ້ບໍາເພັນກອງການກຸສົນ ບໍ່ໄດ້ໃຫ້ທານຮັກສາສິນ, ຟັງທັມມະ,ຈະເລີນທັມເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ ຈຶ່ງເປັນຄົນຍາກຈົນເຂັນໃຈໄຮ້ຊັບອັບປັນຍາກໍເລີຍມີຈິດໃຈຢາກສ້າງກຸສົນ, ເຮັດບຸນກິນທານ, ເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີ ເປັນມູນຄ່າແລ້ວ ກໍພາກັນໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງແຕ່ງເຄື່ອງສໍາເລັດແລ້ວ ຈຶ່ງນ້ອມໄປສູ່ພະອາຮາມເຮັດເປັນສະຫຼາກກະພັດທານພ້ອມກັບຊາວບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນ ຈົກສະຫຼາກຖືກ ພຣະພິຂຸສົງໜຶ່ງ ກໍດີໃຈຫຼາຍ ຈຶ່ງໄດ້ນ້ອມເອົາສະຫຼາກກາພັດທານຂອງຕົນໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາດຖະໜາວ່າ:“ເຕຊະບຸນກຸສົນຜົນທານນີ້ຂ້າພະເຈົ້າທັງສອງ ເກີດໃນພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາເໝືອນດັ່ງຊາດນີ້ ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານລາບຍົດສັນລະເສີນສຸກ ແລະມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ”ຕໍ່ມາບໍ່ນານສາມີພັນລະຍາທັງສອງ ກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາ ໃນຊັ້ນດາວະດິງສະຫວັນ ສະເຫວີຍສົມບັດທິບ ອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸດຕິຕາຍຈາກສະຫວັນກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍຣາດຊະສົມບັດ ຢູ່ໃນນະຄອນພຣານະສີມີນາມວ່າ: ພຣະເຈົ້າສັດທາດິດສະ ສະເຫວີຍຣາດຊະສົມບັດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະຄືບຸນກຸສົນຈາກການໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ໄພສານ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ແລະ ຄວາມຈະເລີນ ທັງໃນພົບນີ້ ພົບໜ້າ ແລະ ພົບຕໍ່ໆໄປນັ້ນແລ້ວ.
ການໃຫ້ທານມີອານິສົງ 7 ປະການ ເປັນທີ່ຮັກຂອງຜູ້ຄົນທັງຫຼາຍ1, ເຮັດໃຫ້ຈິດຜ່ອງໃສ1, ລະຄວາມຕະໜີ່ຂີ້ໜຽວ1, ເປັນການຕໍ່ບຸນໃຫ້ຕົນເອງ1, ເປັນການອຸທິດສ່ວນກຸສົນເຖິງຜູ້ເປັນທີ່ຮັກລ່ວງລັບໄປ1, ເປັນຮັກສາຂະໜົບທຳນຽມປະເພນີຂອງຊາວພຸດ1, ເປັນການສືບຕໍ່ອາຍຸພຸດທະສາສະໜາ1, ການໃຫ້ທານຈະມີອານິສົງໄປໃນທາງມີໂພຄະຊັບ ແລະມີຮູບສົມບັດ ມີບັນທຶກໄວ້ໃນພຣະໄຕຣປີດົກໂດຍເບື້ອງຕົ້ນ ໄດ້ມີ ເທວະດາທູນຖາມພຣະຜູ້ມີພຣະພາກເຈົ້າວ່າ ບຸກຄົນໃຫ້ສິ່ງໃດຊື່ວ່າໃຫ້ກຳລັງ ໃຫ້ສິ່ງໃດຊື່ວ່າໃຫ້ວັນນະ ໃຫ້ສິ່ງໃດຊື່ວ່າໃຫ້ຄວາມສຸກ ໃຫ້ສິ່ງໃດຊື່ວ່າໃຫ້ຈັກຂຸ ແລະບຸກຄົນເຊັ່ນໃດຊື່ວ່າໃຫ້ທຸກສິ່ງທຸກຢ່າງ ພຣະຜູ້ມີພຣະພາກເຈົ້າຊົງຕັດຕອບວ່າ ບຸກຄົນໃຫ້ອາຫານຊື່ວ່າໃຫ້ກຳລັງ ໃຫ້ຜ້າຊື່ວ່າໃຫ້ວັນນະ ໃຫ້ຍານພາຫະນະຊື່ວ່າໃຫ້ຄວາມສຸກ ໃຫ້ປະທີບໂຄມໄຟຊື່ວ່າໃຫ້ຈັກຂຸ ແລະຜູ້ທີ່ໃຫ້ທີ່ພັກອາໄສຊື່ວ່າໃຫ້ທຸກສິ່ງທຸກຢ່າງ ສ່ວນຜູ້ທີ່ພ່ຳສອນພຣະທັມ ຊື່ວ່າໃຫ້ອຳມະຣິຕະທັມ ຜູ້ທີ່ໃຫ້ຂອງທີ່ພໍໃຈຍ່ອມໄດ້ຂອງທີ່ພໍໃຈ.
ສັປປຸຣິສະທານ ທານຂອງຄົນດີ ພຣະພຸດທະເຈົ້າສອນວ່າທານຂອງຄົນດີມີ 5 ຢ່າງ ຄື ໃຫ້ທານດ້ວຍສັດທາ1, ຈະເປັນຜູ້ມີຮູບສວຍງາມ ນ່າເບິ່ງ ນ່າເລື່ອມໃສ ປະກອບໄປດ້ວຍຜິວພັນທີ່ງົດງາມ. ໃຫ້ທານດ້ວຍຄວາມເຄົາຣົບ1, ຈະເປັນມີບຸຕພັນລະຍາທານມີຈິຕອະນຸເຄາະ1,ມີຈິດໃຈປານີດຂຶ້ນ ໄດ້ຮັບບໍລິໂພກກາມມະຄຸນທີ່ປານີດຍິ່ງຂຶ້ນ. ໃຫ້ທານບໍ່ກະທົບຕົນແລະຜູ້ອື່ນ1,ຈະເປັນຜູ້ມີໂພຄະຊັບທີ່ໝັ້ນຄົງ ບໍ່ມີໄພອັນຕະລາຍທັງປວງ ມາເຮັດອັນຕະລາຍບໍ່ໄດ້..ໆ
ເອວັງ ກໍ່ມີດ້ວຍປະກາລະຊະນີ້ແລ.
No comments:
Post a Comment