ໃນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 6 ເປັນຊ່ວງໄລຍະເວລາທີ່ແຕກຕ່າງກັນ ແລະ ຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ 3 ນັ້ນໄດ້ແກ່:
1. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະສູດ
ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງນະຄອນກະບິນລະພັດ ຊົງພຣະຄັນຄົບ 10 ເດືອນ ໃກ້ຈະເຖິງເວລາປະສູດຕາມປະເພນີນິຍົມຂອງຄົນອິນເດຍ ໃນສະໄຫມກ່ອນເວລາຈະເກີດລູກຜູ້ຍິງຕ້ອງກັບບ້ານເກີດຂອງຕົນເອງ ເພື່ອໃຫ້ກໍາເນີດບຸດ ໃນຂະນະທີ່ກໍາລັງເດີນທາງກັບບ້ານ ພຣະນາງໄດ້ແວ່ພັກຜ່ອນ ຢູ່ໃຕ້ຮົ່ມຕົ້ນສາລະ ທີ່ສວນລຸມພິນີວັນແລະພຣະນາງໄດ້ປະສູດພຣະໂອຣົດໃນທີ່ນັ້ນ ກົງກັບວັນເພັງຂຶ້ນ 15 ຄໍ່າເດືອນ 6 ປີ ຈໍ ກ່ອນພຸດທະສັກກະຣາດ 80 ປີ ປະສູດໄດ້ 5 ມື້ ໄດ້ຮັບການຕັ້ງຊື່ວ່າ ສິດທັດຖະ ແປວ່າ ສົມປາດຖະໜາ.
2. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ຕັດສະຮູ້
ຫຼັງຈາກອອກບວດໄດ້ 6 ປີ ເມື່ອພະຊົນມາຍຸ 35 ພັນສາ ເຈົ້າຊາຍສິດທັດຖະ ກໍໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຢູ່ທີ່ຮົ່ມຕົ້ນໄມ້ສີມະຫາໂພ ແຄມແມ່ນໍ້າເນຣັນຊະຣາ ເຂດອຸຣຸເວລາເສນານິຄົມ ໃນຕອນເຊົ້າຂອງວັນພຸດ ຂຶ້ນ 15 ຄໍ່າເດືອນ 6 ປີລະກາ ກ່ອນພຸດທະສັກກະຣາດ 45 ປີ ປັດຈຸບັນສະຖານທີ່ແຫ່ງ ນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດຫນຶ່ງຂອງເມືອງຄະຍາ ແຫ່ງຣັດພິຫານ ປະເທດອິນເດຍ.
3. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະຣິນິບພານ
ພຣະພຸດທະອົງໄດ້ຕັດສະຮູ້ ແລະສະແດງທັມມະເທສະໜາ ເປັນເວລາ 45 ປີ ຈົນມີພຣະຊົນມາຍຸ 80 ພັນສາ ເຊິ່ງໃນພັນສາສຸດທ້າຍໄດ້ຈໍາພັນສາຢູ່ທີ່ເມືອງກຸສິນາຣາ ພັກທີ່ ສາລະວະໂນທະຍານ ຫຼື ປ່າຕົ້ນສາລະ ເພື່ອສະເດັດດັບຂັນທະປະຣິນິບພານ ກົງກັບວັນອັງຄານຂຶ້ນ 15 ຄ່ຳ ເດືອນ 6 ປີ ມະເສັງ.
No comments:
Post a Comment