ສາສະໜາພຸດ (Buddhism)
ພຸດທະ:
ໝາຍເຖິງ ຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ...
ອົງປະກອບຂອງພຣະພຸດທະສາສະໜາ
ຄື ພຣະຣັຕຕະນະໄຕຣ ໝາຍເຖິງ ພຣະພຸດ ພຣະທັມ ແລະພຣະສົງ
ປະຫວັດຄວາມເປັນມາຂອງພຣະພຸດສາສະໜາ
ແລະ ພຸດທະປະຫວັດ
ສົມເດັດພຣະມະຫາສະມະນະເຈົ້າ
(ສົມເດັດພຣະມະຫາສະມະນະເຈົ້າ ກຣົມພຣະຍາວະຊິຣະຍານະວະໂຣຣົສ 2526: 6-44)
ໄດ້ຊົງໄດ້ກ່າວໄວ້ໃນປະຫວັດພຣະຜູ້ມີພຣະພາກເຈົ້າວ່າ: ໃນສະໄໝຕອນທີ່ພຣະອົງຍັງເປັນຄະຣາວາດ
ນັ້ນຊົງພຣະນາມເດີມວ່າ “ສິດທັດຖະ” ຢູ່ໃນຕະກູນໂຄຕະມະເຊື້ອສາຍສາກະຍະວົງແຫ່ງກຸງກະບິນລະພັດ ແຄວ້ນສັກກະ
(ປັດຈຸບັນຢູ່ທາງຕາທິດເວັນຕົກສຽງເໜືອຂອງປະເທດເນປານບົນພື້ນເຊີງເຂົາຫິມະໄລ)
ຊົງເປັນໂອຣົສຂອງພຣະເຈົ້າສຸດໂທທະນະ ແລະພຣະນາງສິຣິມະຫາມະຍາ, ປະສູດທີ່ ສວນລຸມພິນີວັນ ໃນວັນຂື້ນ 15 ຄໍ່າເດືອນ
6, ເມື່ອປະສູດໄດ້ 7 ວັນ ພຣະມານດາກໍ່ສະຫວັນນະຄົດ ພຣະນາງປະຊາບໍດີໂຄຕະມີ ຊຶ່ງເປັນນ້າຂອງພຣະອົງໄດ້ລ້ຽງດູມາຈົນກະທັ້ງມີພຣະຊົນມາຍຸໄດ້
16 ປີ ຈຶ່ງອະພິເສກກັບພຣະນາງຍະໂສທະຣາ, ເມື່ອອາຍຸໄດ້ 29 ປີ ຊົງມີພຣະໂອຣົສຄື
ເຈົ້າຊາຍຣາຫຸນ. ໃນເມື່ອຄັ້ງນີ້ໄດ້ທອດພຣະເນດເຫັນຄວາມບໍ່ແນ່ນອນ ແລະ ຄວາມທຸກຂອງຊີວິດເຊັ່ນ:
ຄວາມເກີດ, ຄວາມແກ່, ຄວາມເຈັບ ແລະ ຄວາມຕາຍ ຈຶ່ງຊົງເບື່ອໜ່າຍແລະສັງເວດສະລົດໃຈຈົນຊອກຫາຫົນທາງຫຼຸດພົ້ນຈາກສະພາບທຳມະດາ
ໂດຍການສະເດັດອອກບັນພະຊາ ແລະສະເດັດເດີນທາງໄປຍັງແຖບຊົນນະບົດ.
ຈົນກະທັ້ງໄດ້ສະເດັດຜ່ານມາຍັງແຄວ້ນມະຄົດ
ແລະຊົງພົບທ່ານອາລາຣະດາບົດ ກາລາມະໂຄດ ແລະ ອຸທະກະດາບົດ ຣາມະບຸດ
ຈຶ່ງຊົງຂໍສຶກສາລັທທິຂອງທ່ານເຫຼົ່ານີ້ຈົນສິ້ນແລ້ວ ແລະໄດ້ຊົງທົດລອງເຮັດຕາມລັດທິເຫຼົ່ານັ້ນທຸກຢ່າງເພື່ອຊົງປະຕິບັດທົດລອງຕາມລຳພັງພຣະອົງເອງ
ໂດຍມີປັນຈະວັກຄີມາສະມັກເປັນສິດ ໄດ້ແກ່: ໂກນທັນຢະ, ວັບປະ, ພັດທິຍະ, ມະຫານາມະ ແລະ ອັດສະຊິ.
ຫຼັງຈາກນັ້ນໄດ້ຊົງສະແດງອະຣິຍະສັດ 4
ຈົນທ່ານໂກນທັນຢະໄດ້ດວງຕາເຫັນທັມ(ບັນລຸໂສດາບັນ) ຮູ້ແຈ້ງວ່າ “ສິ່ງໃດສິ່ງໜຶ່ງມີຄວາມເກີດເປັນທຳມະດາ ສິ່ງທັ້ງໝົດນັ້ນມີຄວາມດັບເປັນທຳມະດາ” (ຍັງກິນຈິ ສະມຸທະຍັງກັມມັງ ສັພພະພັນຕັງ ນິໂຣທະທັມມັງ) ຈຶ່ງຂໍບວດຈາກພຣະພຸດທະເຈົ້າໂດຍວິທີ
ເອຫິພິກຂຸອຸປະສັມປະທາ. ຕໍ່ມາທ່ານວັບປະ, ມະຫານາມະ, ພັດທິຍະ ແລະ ອັດສະຊິກໍ່ໄດ້ເຫັນທັມຢ່າງພຣະໂກນທັນຢະ
ແລະ ໄດ້ຂໍອຸປະສົມບົດ ພຣະອະຣິຍະສາວົກເຫຼົ່ານີ້ໄດ້ຟັງພຣະທັມມະເທດສະໜາແລ້ວກໍ່ເບື່ອໜ່າຍຄາຍຈິດຫຼຸດພົ້ນຈາກການຍຶດໝັ້ນຖືໝັ້ນເປັນພຣະອະຣະຫັນທັ້ງ
5 ອົງ ແລະ ໄດ້ແຍກຍ້າຍກັນອອກເຜີຍແຜ່ພຣະພຸທທະສາສະໜາ.
ພຣະສາສະດາຊົງເຜີຍແຜ່ພຣະພຸດທະສາສະໜາເຖິງ 45 ປີ ພໍພຣະຊົນມາຍຸໄດ້
80 ປີກໍ່ສະເດັດສູ່ປະຣິນິພານທີ່ເມືອງກຸສິນາຣາ (ແຄວ້ນກາເຊຍ ຣັດອຸຕະຣະ ປະເທດອິນເດຍ),
ເມື່ອວັນຂື້ນ 15 ຄໍ່າເດືອນ 6 ໃຕ້ຕົ້ນສາລະ ຫຼັງຈາກທີ່ພຣະພຸດທະອົງໄດ້ປະຣິນິພານແລ້ວ
ສາວົກໄດ້ມີການຕິຄຳສອນແຕກຕ່າງຫຼາກຫຼາຍນິກາຍ
ແຍກຍ່ອຍຫຼາກຫຼາຍມີພຽງນິກາຍມະຫາຍານທີ່ມີບົດບາດໂດດເດັ່ນ, ສ່ວນກຸ່ມທີ່ອະນຸລັກຄຳສອນເດີມຂອງພຣະອົງຢ່າງເຄັ່ງຄັດ
ມີການກວດສອບຫຼັກຄຳສອນຢູ່ສະເໝີເພື່ອປ້ອງກັນການຍົກຍ້າຍ ເອີ້ນວ່າ
”ເຖຣະວາດ”.
ນິກາຍທາງພຣະພຸທທະສາສະໜາໄດ້ແບ່ງ ດັ່ງນີ້:
1. ນິກາຍຫິນິຍານ:
ມຸ່ງນັ້ນໃຫ້ປະຕິບັດຕົນເພື່ອເປັນພຣະອະຣະຫັນ
ຫຼຸດພົ້ນຈາກຄວາມທຸກ
2. ນິກາຍມະຫາຍານ:
ວິວັດທະນາການຈາກນິກາຍມະຫາສັງຄະວາດ ໂດຍປະສົມປະສານກັບຫຼັກຄຳສອນຂອງນິກາຍອື່ນເຊັ່ນ:
ນິກາຍເຖຣະວາດ.
ພຸທທະສາສະໜານິກາຍເຖຣະວາດ
ນິກາຍນີ້ມີຄົນນັບຖືຫຼາຍໃນປະເທດສີລັງກາ,
ລາວ, ພະມ້າ, ຂະເໝນ ແລະໄທ ໂດຍສະເພາະໄທ ຄື ສູນກາງຂອງນິກາຍເຖຣະວາດ ເພາະມີການນັບຖືພຸດທະສາສະໜານິກາຍນີ້ສືບຕໍ່ກັນມາແຕ່ບັນພະຊົນ.
ພຣະພຸດທະເຈົ້າບໍ່ແມ່ນເທວະດາຫຼືພຣະເຈົ້າ
ແຕ່ເປັນມະນຸດທີ່ມີສັກກາຍະພາບຄືກັບສາມັນຊົນທົ່ວໄປ ສາມາດບັນລຸສັຈຈະທັມໄດ້ດ້ວຍວິຣິຍະອຸດສາຫະ
ຫຼັກປະຕິບັດໃນຊີວິດທີ່ທຸກຄົນຄວນກະທຳຄື: ທຳຄວາມດີລະເວັ້ນຄວາມຊົ່ວ ທຳຈິດໃຫ້ຜ່ອງແຜ້ວ
ແລະການທີ່ເຮົາຈະເຮັດສິ່ງເຫຼົ່ານີ້ໄດ້ຈະຕ້ອງມີສິນ, ສະມາທິ ແລະປັນຍາເພື່ອເປັນພາຫະນະນຳຜູ້ໂດຍສານເຂົ້າທະເລແຫ່ງວັດຕະສົງສານໄປສູ່ພຣະນິພານ.
ຫຼັກຄຳສອນທີ່ພຣະພຸດທະສາສະໜາແບບເຖຣະວາດໄດ້ດຳເນີນຕາມຄຳສອນຂອງພຣະພຸະທະອົງ
ມີເລື່ອງທີ່ຄວນສຶກສາດັ່ງນີ້:
ກ. ຄຳພີພຣະໄຕຣປິດົກ
ພຣະໄຕຣປິດົກເປັນຄຳພີທີ່ສຳຄັນຂອງພຣະພຸດທະສາສະໜານິກາຍເຖຣະວາດ
ຊຶ່ງຮວບລວມຄຳສັ່ງສອນຂອງພຣະພຸດທະອົງໄລຍະທຳອິດນັບຕັ້ງແຕ່ມີການປະຖົມສັງຄາຍະນາພຣະທັມວິນັຍທີ່ກຳໜົດໄວ້
ເອີ້ນວ່າ “ພຣະໄຕຣປິດົກ”,
ຄໍາວ່າ “ໄຕຣປິດົກ” ມາຈາກ “ເຕຫຼືໄຕຣ”ແປວ່າ “ສາມ” ແລະ “ປິດົກ”ແປວ່າ
ກະຊ້າຫຼືຕູ້ເອກະສານ ກະຊ້າທີ່ໃສ່ພຣະພຸດທະວະຈະນະໄວ້ເປັນໝວດໝູ່ ມີ 3 ໝວດຄື:
1.
ພຣະວິນັຍປິດົກ ມີສາລະກ່ຽວກັບຂໍ້ປະຕິບັດຂອງພຣະພິກສຸສົງ
2.
ພຣະສຸຕັນຕະປິດົກ ມີສາລະກ່ຽວກັບເທດສະໜາຂອງພຣະພຸດທະເຈົ້າ
ແລະພຣະສາວົກ
3.
ພຣະອະພິທັມປິດົກ ມີສາລະກ່ຽວກັບຫຼັກທັມທາງດ້ານວິຊາການ
ຂ. ຫຼັກຄຳສອນທາງພຣະພຸດທະສາສະໜານິກາຍເຖຣວາດ
ນັກປາດຊາວຕາເວັນຕົກສ່ວນຫຼາຍຄິດວ່າ
ຫຼັກຄຳສອນທາງພຸດທະສາສະໜາມີຄວາມເປັນຈະຣິຍະທັມຫຼາຍກວ່າທີ່ຈະເປັນສາສະໜາ
ເພາະເປັນສິ່ງທີ່ບຸກຄົນນັ້ນຕ້ອງປະຕິບັດເອງເຫັນເອງ ແລະ ເຂົ້າໃຈດ້ວຍຕົນເອງ,
ຄຳສອນມຸ່ງເນັ້ນອະນັດຕາເຖິງວ່າມີທັດສະນະໃນການມອງໂລກ ໂດຍຢູ່ບົນພື້ນຖານໄຕຣລັກຄື:
ເຫັນໂລກ ແລະ ສິ່ງທັ້ງຫຼາຍທັ້ງປວງລ້ວນແລ້ວແຕ່ປ່ຽນແປງໄປຕະຫຼອດເວລາ (ອະນິຈຈາ),
ເພາະສະພາບຂອງສິ່ງເຫຼົ່ານີ້ມັນຢູ່ໃນພາວະທີ່ຕັ້ງຢູ່ໄດ້ບໍ່ດົນ (ທຸກຂັງ),
ທີ່ມັນຕັ້ງຢູ່ໄດ້ບໍ່ດົນເພາະເປັນອະນັດຕາ ຕົວຕົນທີ່ເຮົາຄິດວ່າມີຢູ່ນັ້ນແທ້ຈິງແລ້ວເຮົາບໍ່ສາມາດໄປບັງຄັບຜັກດັນໃຫ້ເປັນໄປຕາມຄວາມຫວັງ
ຈຶ່ງບໍ່ມີສິ່ງໃດທີ່ຈະຕັ້ງຢູ່ຢ່າງຄົງທີ່ໄດ້ນານ
ແມ້ແຕ່ຮ່າງກາຍຂອງເຮົາກໍ່ຕາມລ້ວນແລ້ວແຕ່ເກີດມາຈາກການປະຊຸມຂອງຂັນ 5 ອັນໄດ້ແກ່: ຮູບ ໝາຍເຖິງສ່ວນຂອງຮ່າງກາຍ,
ເວທະນາ ໝາຍເຖິງຄວາມຮູ້ສຶກທີ່ເປັນສຸກທຸກຫຼືເສີຍໆ, ສັນຍາ ໝາຍເຖິງຄວາມຈຳໄດ້ໝາຍຮູ້,
ສັງຂານ ໝາຍເຖິງການປຸງແຕ່ງດີຊົ່ວຫຼືເປັນກາງໆດັ່ງເຊັ່ນ:
ສະພາວະທາງຈິດຂອງບຸກຄົນທີ່ຢູ່ໃນຍານ, ວິນຍານເຊິ່ງໝາຍເຖິງຮູ້ແຈ້ງທາງຕາ ຫູ ດັງ ລີ້ນ
ກາຍ ໃຈ ທັ້ງໝົດນີ້ຄືຮູບ ແລະ ນາມທີ່ປະກອບຮວມຕົວກັນ
ເມື່ອເອົາສິ່ງຕ່າງໆເຫຼົ່ານີ້ອອກໄປໝົດແລ້ວຄວາມເປັນຕົວຕົນຮ່າງກາຍກໍ່ບໍ່ມີເຊັ່ນດຽວກັນກັບລົດ
ກ່ອນຈະເປັນລົດໄດ້ຕ້ອງປະກອບດ້ວຍເກຍ, ລໍ້, ເບກ ແລະ ອື່ນໆ.
ເມື່ອແຍກສິ່ງເຫຼົ່ານີ້ອອກທີລະຂັ້ນຄວາມເປັນລົດກໍ່ໝົດໄປ ດັ່ງນັ້ນຂັນ 5
ເມື່ອມາປະຊຸມກັັນເມື່ອໃດ ວົງລໍ້ທັງຫຼາຍກໍ່ໝຸນວຽນໄປບໍ່ຮູ້ສິ້ນສຸດ
ໂລກທັ້ງໂລກກໍ່ຄືກາຍຍາວວາໜຶ່ງນີ້ເອງ
ໂລກມີຢູ່ເພື່ອສັດທີ່ຍັງຕິດຂ້ອງໃນຕັນຫາຖ້າໝົດຕັນຫາໄດ້ ດັບບໍ່ເຫຼືອແຫ່ງທຸກທັ້ງຫຼາຍທັ້ງປວງຈຶຶ່ງເກີດຂື້ນເພາະຕັນຫາເປັນເຫດ.
ຊາວເຖຣະວາດເຊື່ອວ່າພຣະພຸດທະອົງໄດ້ຊົງເຫັນຄວາມເປັນໄປຂອງຊີວິດທີ່ເກີດຕ້ອງມີທຸກ
ແລະ ຮັບຜົນຂອງທຸກ ພຣະພຸດທະອົງຈຶ່ງພະຍາຍາທີ່ອອກຈາກວົງລໍ້ແຫ່ງວັດຕະສົງສານດ້ວຍຄວາມວິຣິຍະອັນຍິ່ງໃຫຍ່ທີ່ເຮັດໃຫ້ຊົງຄົ້ນພົບອະຣະຍະສັດ
4 ແລະ ປະຕິຈະສະມຸປບາດເຊິ່ງເປັນຄວາມຈິງອັນຍິ່ງໃຫຍ່ທີ່ຊ້ອນຢູ່ໃນຄວາມໝຸນວຽນແປປ່ຽນຂອງໂລກ.
ອະຣິຍະສັດ 4: ຄວາມຈິງອັນປະເສີດ ແລະ
ຫົນທາງທີ່ຈະນຳສັດໄປສູ່ການບັນລຸຫຼຸດພົ້ນ ມີ 4 ປະການຄື:
ທຸກ (Suffering) ຫຼືທຸກອະຣິຍະສັດຄື ສະພາບທີ່ທົນໄດ້ຍາກຫຼືສະພາບທີ່ຂັດແຍ້ງ ບົກຜ່ອງຂາດສາລະແກ່ນສານ
ແລະ ຄວາມບໍ່ເພິ່ງພໍໃຈທີ່ແທ້ຈິງເຊັ່ນ: ສະພາວະທີ່ຕ້ອງຮຽນໜັງສືນານໆ
ໂດຍທີ່ບໍ່ໄດ້ປ່ຽນອະຣິຍະບົດເຮັດໃຫ້ເຮົາທົນຕໍ່ສະພາວະນັ້ນໆໄດ້ຍາກຈຶ່ງມັກຈະຫຼີກຈາກສະພາວະອັນຍາກຕໍ່ການທີ່ຈະທົນຢູ່ເຊັ່ນນັ້ນໄປສູ່ສະພາວະທີ່ໜ້າປາຖະໜາກວ່ານັ້ນແລ້ວກໍ່ເອີ້ນສະພາວະທີ່ທົນໄດ້ຍາກນີ້ວ່າ
“ທຸກ” ແລະ ເອີ້ນສະພາວະທີ່ໜ້າປະຖະໜານີ້ວ່າ
“ສຸກ”, ເຊິ່ງແທ້ຈິງແລ້ວຄວາມສຸກກໍ່ຄືຄວາມທຸກທີ່ເບົາບາງກວ່າຫຼືຄວາມທຸກທີ່ໜ້ອຍກວ່ານັ້ນເອງ
ທຸກມີຫຼາຍຊະນິດຄື: ທຸກທີ່ມາຈາກຄວາມເກີດ, ຄວາມແກ່, ຄວາມເຈັບ, ຄວາມຕາຍ,
ຄວາມໂສກເສົ້າ, ຄວາມລະທົມໃຈ, ຄວາມບໍ່ສະບາຍກາຍ, ຄວາມບໍ່ສະບາຍໃຈ, ຄວາມນ້ອຍອົກນ້ອຍໃຈ, ຄວາມຄັບແຄ້ນໃຈ
ຕະຫຼອດຈົນລວມໄປເຖິງການເຫັນສິ່ງທີ່ບໍໍ່ຮັກໃຄ່ ການພັດພາກຈາກສິ່ງທີ່ຮັກ ແລະປາຖະໜາໃນສິ່ງໃດກໍ່ບໍ່ສາມາດໄດ້ສິ່ງນັ້ນ
ໃນພຣະທັມມະຈັກກັບປະວັດຕະນະສູດໄດ້ໄດ້ແຈກທຸກໄວ້ 11 ຊະນິດມີດັ່ງນີ້ຄື:
1.
ຊາຕິຄື ຄວາມເກີດ
2.
ຊະຣາຄື ຄວາມແກ່
3.
ມໍຣະນະຄື ຄວາມຕາຍ
4.
ໂສກະຄື ຄວາມແຫ້ງໃຈ ຄວາມເສົ້າໃຈ
5.
ປະຣິເທວະຄື ຄວາມລະທົມ
ຄວາມຮ້ອງໄຫ້ລຳພັນ
6.
ທຸກຄື ຄວາມບໍ່ສະບາຍກາຍ
ບໍ່ສະບາຍໃຈ
7.
ໂທມະນັດຄື
ຄວາມບໍ່ສະບາຍກາຍ ຄວາມບໍ່ນ້ອຍໃຈ
8.
ອຸປະຍາສະຄື
ຄວາມຄັບແຄ້ນໃຈ ຄວາມຕອມໃຈ
9.
ອັບປິຍະສັມປະໂຍຄະຄື
ການເຫັນສິ່ງທີ່ບໍ່ຮັກໃຄ່
10.
ປິຍະວິບປະໂຍຄະຄື
ການພັດພາກຈາກສິ່ງທີີ່ຮັກໃຄ່
11.
ອິດສິຕາລະພາຄື
ຄວາມປາຖະໜາສິ່ງໃດບໍ່ໄດ້ສິ່ງນັ້ນ
ທຸກທັ້ງ 11
ຊະນິດນີ້ສາມາດຈັດແບ່ງອອກເປັນປະເພດໃຫຍ່ໆ 2 ປະເພດຄື:
ສະພາວະທຸກຫຼືທຸກປະຈຳ
ຄືທຸກອັນເປັນສະພາບທໍາມະຊາດຂອງສັດທັ້ງຫຼາຍທີ່ບໍ່ມີໃຜສາມາດຫຼີກຫຼ່ຽງໄດ້ ໄດ້ແກ່ຊາຕິ,
ຊະຣາ ແລະ ມໍຣະນະ.
ປະກິນນະທຸກຫຼືທຸກຂະຈອນ
ຄືທຸກທີ່ເກີດເປັນຄັ້ງຄາວຂື້ນຢູ່ກັບເຫດການປັດໄຈປຸງແຕ່ງໃຫ້ເກີດຂື້ນໄດ້ແກ່ໂສກະ,
ປະຣິເທວະ, ທຸກຂະໂທມະນັດ, ອຸປະຍາສະ, ອັບປິຍະສຳປະໂຍໂຄ ປິຍະວິບປະໂຍໂຄ ແລະ ອິດສິຕາລາພະ.
ສະຫຼຸບໄດ້ວ່າທຸກທີ່ເກີດທາງກາຍກໍ່ດີຫຼືທາງໃຈກໍ່ດີລ້ວນແລ້ວແຕ່ເກີດຂື້ນບໍ່ໄດ້ນອກເໜືອໄປຈາກຂັນ
5 ຮູບແລະນາມຍັງມີຢູ່ຕາບໃດຕາບນັ້ນຍ່ອມປາກົດຂື້ນທີ່ຮູບແລະນາມບໍ່ມີວັນສິ້ນສຸດ. ຮູບແລະນາມເປັນຕົວທຸກເພາະຈະຕ້ອງບຳລຸງໃຫ້ຫາຍທັ້ງຍັງເປັນສິ່ງທີ່ຕ້ອງຢູ່ໄດ້ບໍ່ນານມີຄວາມແປປວນແຕກສະຫຼາຍ
ຕົວຮັບທຸກອື່ນໆຄືທຸກກາຍແລະທຸກໃຈອີກດ້ວຍ ຮູບແລະນາມເປັນທັ້ງຕົວທຸກແລະຕົວຮັບທຸກ.
ສະມຸທັຍ (Origin
of Suffering) ບໍເກີດແຫ່ງຄວາມທຸກເຊິ່ງມາຈາກຕັນຫາຫຼືຄວາມທະຍານຢາກ
(Craving)
ເຮັດໃຫ້ເຮົາເກີດຄວາມເພີດເພີນໃຈເປັນຢ່າງຍິ່ງໃນອາຣົມນັ້ນໆເຮັດໃຫ້ເກີດຜົນອັນເກີດຈາກການປະຕິບັດແລະເລີ່ມມີຄວາມຢາກໃໝ່ໃນລອບໃໝ່ເປັນເຊັ່ນນີ້ຕະຫຼອດໄປຈົນກວ່າຈະດັບຕັນຫາໄດ້.
ນິໂຣທະ (The
cessation of suffering) ຄືຄວາມດັບທຸກອັນເປັນຜົນມາຈາກການກະທຳຂອງຜູ້ປະຕິບັດອັນໄດ້ແກ່
ຄວາມດັບໂດຍສຳລອກຖິ້ມເຊິ່ງຕັນຫາ, ຄວາມວາງຕັນຫາ, ຄວາມປ່ອຍຕັນຫາ ແລະຄວາມບໍ່ພົວພັນຕັນຫານັ້ນ.
ມັກຄະ (The
path leading to the cessation of suffering) ຄືທາງປະຕິບັດທີ່ນຳໄປສູ່ຄວາມດັບທຸກອັນເປັນທາງສາຍກາງລະຫວ່າງການປະຕິບັດສຸດໂຕ່ງທັ້ງ
2 ທາງຄື ການທໍລະມານຕົນໃຫ້ລຳບາກ ແລະການປະປົນຕົນໃຫ້ໄດ້ຮັບຄວາມສຸກຢ່າງເຕັມທີ່ທາງສາຍກາງມີດັ່ງນີ້ຄື:
1.
ສັມມາທິດທິ (Right
view) ຄືການມີຄວາມຮູ້ຖືກຕ້ອງ
ໂດຍເຫັນສິ່ງທັ້ງຫຼາຍຕາມຄວາມເປັນຈິງ ບໍ່ຫຼົງມົວເມົາກັບສະພາບມາຍາເປັນຜູ້ມີຄວາມລະອາຍຕໍ່ການກະທຳບາບທັ້ງປວງ
ແລະ ບໍ່ອາດທຳດີເພື່ອຫວັງຜົນ ບຸກຄົນເຫຼົ່ານີ້ບໍ່ເປັນຜູ້ເບິ່ງສິ່ງໃດຢ່າງຜີວເຜີນ
ແຕ່ມີຄວາມຄິດເປັນລະບົບຕະຫຼອດຈົນມີສະຕິສັມປະຊັນຍະ.
2.
ສັມມາສັງກັບປະ (Right
thought) ຄືຄວາມດຳຣິຊອບ ມີຄວາມນຶກຄິດຊອບ ມີຄວາມນຶກຄິດທີ່ຖືກຕ້ອງ
ຈຶ່ງເປັນຜູ້ປອດໂປ່ງຈາກກາມ ບໍ່ຄຽດແຄ້ນ ບໍ່ບຽດບຽນຜູ້ອື່ນ ແລະບໍ່ຄິດທຳລາຍເຂົາ.
3.
ສັມມາວາຈາ (Right
speech) ຄືການມີວາຈາຖືກຕ້ອງ ບໍ່ເວົ້າຕົວະ
ບໍ່ນິນທາເພີ້ເຈີ້ ບໍ່ເວົ້າຄຳຫຍາບຄາຍ ແຕ່ເວົ້າໃນສິ່ງທີ່ເປັນປະໂຫຍດຕໍ່ໂລກ ແລະສັດທັ້ງຫຼາຍ.
4.
ສັມມາກັມມັນຕະ (Right
action) ຄືການກະທຳທີ່ຖືກຕ້ອງ ບໍ່ຂ້າສັດ ບໍ່ເປັນຄົນຂີ້ລັກມັກຈົກ
ທຳລາຍຂອງຜູ້ອື່ນ ແລະບໍ່ປະພຶດຜິດໃນກາມ.
5.
ສັມມາອາຊີວະ (Right
livelihood) ຄືການລ້ຽງຊີວິດທີ່ຖືກຕ້ອງ ບໍ່ບຽດບຽນຜູ້ໃດ
ແລະ ງົດເວັ້ນຈາກອາຊີບດັ່ງນີ້:
-
ການຄ້າຂາຍອາວຸດ
-
ການຄ້າຂາຍມະນຸດ
-
ການຄ້າຂາຍເນື້ອສັດ
-
ການຄ້າຂາຍນໍ້າເມົາ
-
ການຄ້າຂາຍຢາເສບຕິດ
6.
ສັມມາວາຍາມະ (Right
effort) ຄືການພະຍາຍາມໃນສິ່ງທີ່ຖືກຕ້ອງເພື່ອໃຫ້ເຫັນແຈ້ງຊັດເຈນໃນຄວາມເປັນຈິງອັນປະເສີດ
4 ປະການດ້ວຍການລະວັງ ແລະ ປ້ອງກັນຄວາມຊົ່ວບໍ່ໃຫ້ເກີດຂື້ນ ດ້ວຍການລະຫຼືກຳຈັດອະກຸສົນໃຫ້ເກີດຂື້ນ
ດ້ວຍການຮັກສາແລະສົ່ງເສີມກຸສົນທີ່ເກີດຂື້ນແລ້ວໃຫ້ຈະເລີນຍິ່ງຂື້ນ.
7.
ສັມມາສະຕິ (Right
mindfulness) ຄືການລຳລຶກປະຈຳໃຈທີ່ຖືກຕ້ອງຫຼືຕື່ນຕົວຢູ່ສະເໝີວ່າເຮັດຫຍັງຢູ່
ກຳໜົດຈິດໃຫ້ຢູ່ກັບປັດຈຸບັນບໍ່ປ່ອຍໃຫ້ສະຕິລອຍໄປກັບອຳນາດຂອງກິເລດຕັນຫາ ເຊິ່ງຈະຊ່ວຍປ້ອງກັນຢັບຢັ້ງຕົນເອງບໍ່ໃຫ້ຫຼົງເພີນໄປໃນຄວາມຊົ່ວຫຼືເປີດໂອກາດໃຫ້ຄວາມຊົ່ວເຂົ້າມາໃນຈິດ.
8.
ສັມມາທິດທິ (Right
concentration) ຄືການມີຄວາມຕັ້ງໝັ້ນແຫ່ງຈິດທີ່ຖືກຕ້ອງໂດຍທຳຈິດໃຫ້ແນ່ວແນ່ໃນອາຣົມໜຶ່ງທີ່ບໍ່ມີໂທດ
ແລະຮັກສາອາຣົມນັ້ນໃຫ້ຕະຫຼອດຕໍ່ໄປໄດ້ນານຕາມທີ່ໃຈຕ້ອງການ.
ສະຫຼຸບໄດ້ວ່າທາງສາຍກາງ 8 ທາງນີ້ຄື
ຄຳສອນໃນເລື່ອງຂອງປັນຍາ ສິນ ສະມາທິອັນເປັນເລື່ອງຂອງໄຕຣສິກຂາຄື: ການສຶກສາ 3
ປະການໃນພຸດທະສາສະໜາຊຶ່ງມີລາຍລະອຽດ ດັ່ງນີ້:
ສິນ
(Morality)
ຄືຄວາມປົກກະຕິ ແລະ
ການຮັກສາສິນກໍ່ຄືຄວາມຕັ້ງໃຈຮັກສາປົກກະຕິຂອງຕົນ ອັນເປັນຫຼັກປະຕິບັດບໍ່ເຮັດໃຫ້ເດືອດຮ້ອນແກ່ຕົນ
ແລະຜູ້ອື່ນແລະເປັນຫຼັກແຫ່ງຄວາມປະພຶດທີ່ຈະເຮັດໃຫ້ເກີດຄວາມສະອາດທາງກາຍແລະວາຈາ ສິນມີຫຼາຍປະເພດເຊັ່ນ:
ສິນ 5, ສິນ 8, ສິນ 10 ສິນທີ່ຄວນກະທຳເພື່ອຄວາມປົກກະຕິໃນສັງຄົມກໍ່ຄືສິນ 5
ເພາະສະດວກແລະງ່າຍທີ່ຈະປະຕິບັດຄື:
1. ລະເວັ້ນຈາກການຂ້າສັດຕັດຊີວິດ
ຕະຫຼອດຈົນປະທຸດສະຮ້າຍຜູ້ອື່ນໃຫ້ເຂົາໄດ້ຮັບຄວາມເຈັບປວດ ແລະ ທໍລະມານເຊັ່ນ:
ການປ່ອຍໃຫ້ໝາທີ່ຕົນລ້ຽງອົດອາຫານຕາຍ, ການວາງຢາຜິດ, ການໃສ່ສານຜິດລົງໃນອາຫານ ແລະ ນໍ້າ,
ການໃຊ້ອາວຸດທຳລາຍຜູ້ອື່ນ, ການທໍລະມານ ແລະສ້າງຄວາມຕື່ນຕະໜັກແກ່ຄົນແລະສັດ.
2. ລະເວັ້ນຈາກການລັກ
ຕະຫຼອດເຖິງກົນອຸບາຍໂກງເພື່ອຫວັງເອົາສັບສິນຂອງຜູ້ອື່ນເຊັ່່ນ:
ການລັກເດັກເພື່ອຮຽກຄ່າໄຖ່ຈາກພໍ່ແມ່ຫຼືຜູ້ປົກຄອງ,
ການນຳພາເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ອະນຸຍາດມາເປັນຂອງຕົນເອງ.
3. ລະເວັ້ນຈາກການປະພຶດຜິດໃນກາມເຊັ່ນ:
ປະພຶດຜິດນອກໃຈສາມີຫຼືພັນລະຍາຂອງຕົນ, ການປະພຶດລ່ວງເກີນບຸດພັນລະຍາຫຼືສາມີຂອງຜູ້ອື່ນ
ຕະຫຼອດຈົນການທຳລາຍໃນຂອງຮັກຂອງຫວງຂອງຜູ້ອື່ນ
ເພາະຄຳວ່າກາມໃນທີ່ນີ້ບໍ່ໄດ້ໝາຍໃນເລື່ອງກາມເທົ່ານັ້ນ
ແຕ່ກິນຄວາມໄປເຖິງຂອງຮັກຂອງຫວງເຊັ່ນ: ການທີ່ເຮົາຕີສັດລ້ຽງຂອງເພື່ອນຈົນຕາຍ
ນອກຈາກຜິດສິນຂໍ້ໜຶ່ງແລ້ວຍັງຜິດສິນຂໍ້ສາມອີກດ້ວຍເພາະສັດລ້ຽງນັ້ນເປັນຂອງຮັກຂອງເພື່ອນ.
4. ລະເວັ້ນຈາກການເວົ້າບໍ່ຈິງ
ເວົ້າສໍ່ສຽດນິນທາ, ເວົ້າແຕ່ສິ່ງບໍ່ເປັນປະໂຫຍດ, ເວົ້າແລ້ວທຳລາຍຜູ້ອື່ນ
ເວົ້າເພື່ອທຳລາຍສາມັກຄີໃນໝູ່ຄະນະ,
ຕະຫຼອດຈົນການເວົ້າໂນ້ມນຳຜູ້ອື່ນເກີດການປຸ່ງແຕ່ງທາງກາຍອີກດ້ວຍ.
5. ລະເວັ້ນຈາກການດື່ມເຄື່ອງດອງຂອງເມົາ
ຕະຫຼອດຈົນການທຳໃນສິ່ງທີ່ຈະທຳໃຫ້ເກີດຄວາມມືນເມົາຕໍ່ປະສາດອັນເປັນຜົນໃຫ້ຮ່າງກາຍສູນເສຍຄວາມປົກກະຕິເຊັ່ນ:
ກັນຊາ, ຝິ່ນ, ໝໍຝິ່ນ, ເຮໂລອີ່ນ, ຢາບ້າຫຼືຢາຂະຫຍັນ ແລະ ສິ່ງເສບຕິດອື່ນໆ.
ສະມາທິ (Concentration) ຄືຄວາມຕັ້ງໝັ້ນແຫ່ງຈິດຫຼືພາວະທີ່ຈິດສະຫງົບໜິ່ງຢູ່ທີ່ອາລົມດຽວຄື
ຮວບລວມຈິດໃຫ້ຄິດໃນເລື່ອງໃດໜຶ່ງ ແລະສາມາດບັງຄັບຈິດໃຫ້ນຶກເຖິງເລື່ອງນັ້ນໆ ຕໍ່ກັນໄປໄດ້ນານຕາມທີ່ໃຈຕ້ອງການ.
ທ່ານພຸທທະທາດພິກຂຸ ໄດ້ອະທິບາຍວິທີປະຕິບັດສະມາທິວິປັສສະນາພໍທີ່ຈະສະຫຼຸບໂດຍຫຍໍ້ດັ່ງນີ້ຄື:
ຂັ້ນຕອນທີ່1: ເຮົາຄວນພະຍາຍາມຫາຍໃຈເຂົ້າແລະອອກໃຫ້ຍາວທີ່ສຸດເທົ່າທີ່ຈະຍາວໄດ້
ເພື່ອທີ່ຈະໄດ້ຮູ້ວ່າລົມຫາຍໃຈເຮົາທີ່ເຂົ້າແລະອອກນັ້ນໄປກະທົບຫຍັງແດ່,
ໃນລັກສະນະຢ່າງໃດ ແລະ ໄປສຸດທີ່ໃດໃນທ້ອງ ຈາກນັ້ນໃຫ້ກຳໜົດໄປທີ່ປາຍດັງຈຸດໜຶ່ງ
ແລະໜ້າທ້ອງຈຸດໜຶ່ງ ເມື່ອເວລາຫາຍໃຈໃຫ້ຕາມເບິ່ງລົມຫາຍໃຈຈາກຈຸດເລີ່ມຕົ້ນສຸດ
ໄປຍັງຈຸດຫຼັງເວລາຫາຍໃຈນັ້ນຂັ້ນທຳອິດນີ້ຫາຍໃຈເຂົ້າໃຫ້ຍາວ
ແລະແຮງຕໍ່ເມື່ອຈິດຂອງເຮົາຈັບລົມຫາຍໃຈເຂົ້າແລະອອກໄດ້ກໍ່ຄ່ອຍໆຜ່ອນໃຫ້ການຫາຍໃຈນັ້ນປ່ຽນເປັນທຳມະດາ
ຈິດຈະຕ້ອງຢູ່ທີ່ລົມຫາຍໃຈຢ່າໃຫ້ຂາດຕອນໄດ້.
ຂັ້ນຕອນທີ່2:
ເມື່ອຈິດສາມາດເບີ່ງລົມຫາຍໃຈຕະຫຼອດເວລາໂດຍບໍ່ຂາດຕອນແລ້ວ
ຂັ້ນຕອນຕໍ່ໄປບໍ່ຕ້ອງແລ່ນຕາມລົມຫາຍໃຈແຕ່ໃຫ້ຈິດກຳໜົດທີ່ຈຸດໃດຈຸດໜຶ່ງເຊັ່ນ:
ຈິດໄປກຳໜົດທີ່ປາຍດັງ ບໍ່ວ່າລົມຈະກະທົບເມື່ອຫາຍໃຈເຂົ້າຫຼືເມື່ອຫາຍໃຈອອກກໍ່ຕາມໃຫ້ຮູ້ຕົວທຸກຄັ້ງຄືກັບຍາມທີ່ຢືນເຝົ້າປະຕູຕ້ອງຄອຍຈັບຕາເບິ່ງວ່າມີໃຜຜ່ານເຂົ້າ-ອອກປະຕູນີ້ແດ່,
ເປັນການເຮັດລົມຫາຍໃຈໃຫ້ປານີດເຂົ້າໃນຂັ້ນນີ້ເມື່ອເຮົາສາມາດກຳໜົດລົມຫາຍໃຈທີ່ປາຍດັງໄດ້ຈົນຈິດແນ່ວແນ່ແລ້ວໃຫ້ສ້າງມະໂນພາບຢ່າງໃດຢ່າງໜຶ່ງ
ອາດຈະເປັນມະໂນພາບຂອງຢົດນໍ້າດວງແກ້ວ ດວງຈັນ ດວງອາທິດກໍ່ໄດ້.
ຂັ້ນຕອນທີ່3:
ໃຫ້ກໍາໜົດວ່າຄວາມສຸກທີ່ເຮົາໄດ້ນັ້ນເປັນຢ່າງໃດ ແລະ ຄວາມສຸກນີ້ຄືຫຍັງ?
ເຫດທີ່ເຮົາຄ້ອງພິຈາລະນາຄວາມສຸກກໍ່ເພາະ ຄວາມສຸກເປັນຄວາມຮູ້ສຶກຊະນິດໜື່ງ
ຊື່ງຕົວຄວາມຮູ້ສຶກນີ້ເປັນສິ່ງທີ່ຮ້າຍກາດທີ່ສຸດ ເຮັດໃຫ້ມະນຸດເກີດຄວາມທຸກເພາະການຍຶດໝັ້ນໃນຄວາມຮູ້ສຶກທາງກາມມະຄຸນມາເປັນຕົວພິຈາລະນານັ້ນຈະເຮັດໃຫ້ຫຍຸ້ງຍາກທີ່ສຸດ
ດັ່ງນັ້ນ,
ອຸບາຍທີ່ດີກໍ່ຄືການນຳເອົາຄວາມຮູ້ສຶກຂັ້ນສູງສຸດຄືຄວາມສຸກທີ່ເກີດຈາກການທຳສະມາທິເປັນວັດຖຸສຳຫຼັບການກຳໜົດ
ເພາະຖ້າເຮົາສາມາດທຳລາຍຄວາມຮູ້ສຶກຂັ້ນສູງສຸດໄດ້ແລ້ງຍ່ອມເປັນການງ່າຍທີ່ຈະທຳລາຍຄວາມຍຶດໝັ້ນຖືໝັ້ນໃນຄວາມຮູ້ສຶກທີ່ຕໍ່າກວ່າ
ໃນການກຳໜົດພິຈາລະນາຕົວຄວາມສຸກນັ້ນເຮົາຈະເຫັນໄດ້ວ່າຕົວຄວາມຮູ້ສຶກນັ້ນເປັນຕົວການປຸງແຕ່ງຈິດ.
ຂັ້ນຕອນທີ່4:
ເມື່ອເຮົາສາມາດບັງຄັບຄວາມຮູ້ສຶກຫຼືຄວາມຮູ້ສຶກໃຫ້ຢຸດປຸງແຕ່ງໄດ້ແລ້ວ
ຕໍ່ໄປໃຫ້ພິຈາລະນາຈິດນີ້ຈຕໍ່ໄປວ່າປະກອບດ້ວຍລັກສະນະຢ່າງໃດ ມີຄວາມມຢາກ ຄວາມໂກດ
ຄວາມຫຼົງຢູ່ຫຼືບໍ່ ເປັນຈິດທີ່ໜ້າຫົດຫູ່ຫຼືແຊ່ມຊື່ນໃຫ້ເບິ່ງລັກສະນະຂອງຈິດໃນທຸກລັກສະນະເລື້ອຍໄປ
ແລະເບິ່ງຈິດໃນຂະນະທີ່ເກີດຄວາມຮູ້ສຶກຕ່າງໆດ້ວຍ.
ຂັ້ນຕອນທີ່ 5: ບັງຄັບໃຫ້ຈິດຕັ້ງໝັ້ນຈົນເປັນສະມາທິຢ່າງສົມບູນແລ້ວຈະມີລັກສະນະດັ່ງນີ້:
ປະຣິສຸດໂທ
ຈິດນັ້ນລັກສະນະອາດຈະບໍລິສຸດເພາະບໍ່ມີສິ່ງໃດມາປຸງແຕ່ງຈິດ
ສະມາຫິໂຕ
ຈິດນັ້ນມີຄວາມໝັ້ນຄົງນ່ຽວແນ່ບໍ່ຫວັ່ນໄຫວຕໍ່ອາລົມຫຼືຄວາມຮູ້ສຶກໃດໆ
ກັມມະນິໂຍ
ຈິດນັ້ນວ່ອງໄວຕໍ່ໜ້າທີ່ຄືໜ້າທີ່ໃນການພິຈາລະນາ
ໃນການບັງຄັບຈິດຈົນເປັນສະມາທິນັ້ນເຮົາອາດຈະເຮັດໄດ້ຫຼາຍວິທີເຊັ່ນ:
ຢືນ, ນັ່ງ, ນອນເປັນຕົ້ນ ຢ່າງໃດກໍ່ຕາມຄວນກະທຳໃນສະຖານທີ່ບໍ່ອັບແອ ແລະ
ຫາຍໃຈໄດ້ສະດວກສະບາຍ (ຂໍ້ຄວນລະວັງໃນການທໍາສະມາທິຄື ພະຍາຍາມຢ່າໃຫ້ເກີດນິວອນ 5 ຊຶ່ງເປັນເຄື່ອງກັ້ນຈິດບໍ່ໃຫ້ເກີດຄວາມສະຫງົບ).
ປະເພດຂອງກັມ
ໃນການຈັດແບ່ງປະເພດຂອງກັມນັ້ນທ່ານພຸດທະທາດພິກຂຸໄດ້ຈຳແນກອອກເປັນ
2 ປະເພດຄື:
1. ກັມໃນທາງສິນທັມມີຂອບເຂດພຽງສອງຢ່າງຄື:
ກັມດີແລະກັມຊົ່ວການທຳກັມດີນັ້ນທຳໃຫ້ເກີດຜົນດີຄື ຄວາມສຸກຄວາມພໍໃຈແຕ່ກໍ່ຕ້ອງວຽນຫວ່າຍໄປໃນຄວາມດີ
ບາງຄັ້ງເຮົາເອີ້ນກັມດີນີ້ວ່າ “ກັມຂາວ” ສ່ວນກັມຊົ່ວເຮັດໃຫ້ເຮົາເກີດຜົນຊົ່ວແລະມີການວຽນຫວ່າຍໄປໃນຄວາມຊົ່ວ ບາງຄັ້ງກັມຊົ່ວອາດຈະເອີ້ນອີກຢ່າງໜຶ່ງວ່າ
”ກັມດຳ” ທັ້ງກັມດີແລະກັມຊົ່ວຕ່າງມີຜົນເຮັດໃຫ້ເກີດອີກຈິດບໍ່ອາດຢຸດໄດ້ເພາະຕ້ອງຮັບຜົນກັມເລື້ອຍໄປ.
2. ກັມໃນທາງພຣະທຸທະະສາສະໜາໝາຍເຖິງກັມອັນເປັນທີ່ສິ້ນສຸດຂອງກັມດີ
ແລະ ກັມຊົ່ວ.
ຊ່ອງທາງແຫ່ງການກະທຳກັມ
ກາຍກັມ ຄືກັມທາງກາຍໄດ້ແກ່
ການຂ້າສັດ ການລັກ ແລະການປະພຶດຜິດທາງກາມເປັນຕົ້ນ, ກັມເຫຼົ່ານີ້ເປັນກຸສົນຄື ທາງແຫ່ງຄວາມຊົ່ວອັນນຳໄປສູ່ຄວາມທຸກ
ແລະຄວາມເຊື່ອມ ແຕ່ຖ້າເປັນກຸສົນກັມຄື ທາງແຫ່ງຄວາມດີອັນໄປສູ່ຄວາມຈະເລີນໄດ້ແກ່
ການຊ່ວຍເຫຼືອອະນຸເຄາະຜູ້ອື່ນ
ວະຈີກັມ ຄືກັມທາງວາຈາໄດ້ແກ່ການເວົ້າຕົວະ
ການເວົ້າສຽດສີໃຫ້ແຕກຄວາມສາມັກຄີ
ການເວົ້າຄຳຫຍາບດ້ວຍຈິດໃຈທີ່ມີໂທສະເພື່ອໃຫ້ເຂົາເຈົ້າເຈັບໃຈ
ກັມເຫຼົ່ານີ້ຈັດເປັນອະກຸສົນ, ແຕ່ຖ້າເວົ້າຄວາມຈິງໃຫ້ສາມັກຄີຄືເວົ້າມ່ວນຊື່ນ ແລະບໍ່ເວົ້າຄຳທີ່ບໍ່ເປັນປະໂຫຍດກັມເຫຼົ່ານີ້ຈັດເປັນຝ່າຍກຸສົນ
ມະໂນກັມ ຄືກັມທາງໃຈໄດ້ແກ່ການຄິດເພັ່ງເລັ່ງຢາກໄດ້ຂອງຜູ້ອື່ນມາເປັນຂອງຕົນ
ການຄິດພະຍາບາດໝຸ່ງຮ້າຍ ການຄິດທຳນອງຄອງທັມເຊັ່ນເຫັນວ່າ “ເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ”,
ກັມເຫຼົ່ານີ້ເປັນກຸສົນການຄິດເອື້ອເຟື້ອເຜື່ອແຜ່ຄິດເມດຕາຕໍ່ຜູ້ອື່ນ
ຄິດເຫັນຊອບຕາມທຳນອງຄອງທັມເຊັ່ນ: ການມີຄວາມຄິດທີ່ວ່າ “ເຮັດດີໄດ້ດີ
ເຮັດຊົ່ວໄດ້ຊົ່ວ” ຄວາມຄິດເຫຼົ່ານີ້ຈັດເປັນກຸສົນກັມ.
ອະບາຍຍະມຸກ 4 ຄືເຫດເຄື່ອງຈິບຫາຍ
4 ຢ່າງຄື:
1. ຄວາມເປັນນັກເລງຍິງ
2. ຄວາມເປັນນັກເລງສຸຣາ
3. ຄວາມເປັນນັກເລງການພະນັນ
4. ການຄົບຄົນຊົ່ວເປັນມິດ
ອະບາຍຍະມຸກ 6 ຄືເຄື່ອງໝາຍຈິບຫາຍ
6 ຢ່າງຄື:
1.
ດື່ມນໍ້າເມົາ
2.
ທ່ຽວກາງຄືນ
3.
ທ່ຽວເບິ່ງການຫຼີ້ນ
4.
ຫຼີ້ນການພະນັນ
5.
ຄົບຄົນຊົ່ວເປັນມິດ
6.
ຂີ້ຄ້ານເຮັດວຽກງານ
ມິດຕະປະຕິຮູບ
ຄື ມິດທຽມ 4 ຈຳພວກ ບຸກຄົນເຫຼົ່ານີ້ບໍ່ແມ່ນມິດແຕ່ເປັນຄົນທຽມທີ່ບໍ່ຄວນຄົບ.
1. ຄົນປອກລອກ
2. ຄົນດີແຕ່ເວົ້າ
3. ຄົນຫົວລໍ້ໜ້າ
4. ຄົນຊັກຊວນໃນທາງຈິບຫາຍ
ອິດທິບາດ 4
ຄືເຄື່ອງທີ່ເຮັດໃຫ້ສໍາເລັດຕາມຄວາມປະສົງ 4 ຢ່າງຄື:
1.
ສັນທະ ຄື
ຄວາມພໍໃຈຮັກໃຄ່ໃນສິ່ງນັ້ນໆຫ
2.
ວິຣິຍະ ຄື
ຄວາມພຽນປະກອບໃນສິ່ງນັ້ນ
3.
ຈິຕຕະ ຄື
ຄວາມເອົາໃຈຝັກໄຝ່ໃນສິ່ງນັ້ນບໍ່ວາງທຸລະ
4.
ວິມັງສາ ຄື
ການໝັ່ນຕຶກຕອງພິຈາລະນາທາງເຫດຜົນໃນສິ່ງນັ້ນ
ອະຄະຕິ 4
ອະຄະຕິ 4 ນີ້ເປັນັກທີ່ບໍ່ຄວນປະພຶດ
1.
ລຳອຽງເພາະຮັກໃຄ່ກັນ
ເອີ້ນ ສັນທາຄະຕິ
2.
ລຳອຽງເພາະບໍ່ມັກກັນ
ເອີ້ນ ໂທສາຄະຕິ
3.
ລຳອຽງເພາະເຂລາ ເອີ້ນ
ໂມກາຄະຕິ
4.
ລຳອຽງເພາະຢ້ານ ເອີ້ນ
ພະຍາຄະຕິ
ພຣົມມະວິຫານ 4
1.
ເມຕຕາຄື ຄວາມຮັກ ແລະປາຖະໜາທີ່ຈະໃຫ້ຜູ້ອື່ນເປັນສຸກ
2.
ກະລຸນາຄື ຄວາມສົງສານ ແລະຄິດສິ່ງທີ່ຈະຊ່ວຍໃຫ້ຜູ້ອື່ນພົ້ນທຸກ
3.
ມຸທິຕາຄື
ຄວາມຍິນດີເມື່ອຜູ້ອື່ນໄດ້ດີ
4.
ອຸເບກຂາຄື
ການປ່ອຍວາງບໍ່ດີໃຈ ແລະເສຍໃຈເມື່ອຜູ້ອື່ນເຖິງຄວາມວິບັດ
ຄ.
ເປົ້າໝາຍສຸດທ້າຍແລະຫຼັກປະຕິບັດທີ່ຈະນຳໄປສູ່ເປົ້າໝາຍສຸດທ້າຍ
“ນິບພານ” ເປັນຄວາມດັບສະນິດແຫ່ງຄວາມຮ້ອນຮົນເຜົາລົນຄວາມສຽດແທງຍອກຕຳ ແລະຄວາມຜູກພັນອັນຢູ່ໃນຈິດໃຈຂອງມະນຸດ
ນິບພານມີ 2 ຊະນິດຄື:
1. ສະອຸປາທິເສສະນິພພານ
2. ອະນຸປະທິເສສະນິພານ
ນິບພານຊະນິດທີ່ເອີ້ນວ່າ “ສະອຸປາທິເສສະນິບພານ”
ນັ້ນໝາຍເຖິງການດັບກິເລດທີ່ຍັງມີເບັນຈັກຂັນຫຼືຢູ່ ແລະ “ອະນຸປາທິເສສະນິບພານ” ໝາຍເຖິງການດັບກິເລດທີ່ບໍ່ມີເບັນຈັກຂັນເຫຼືອຢູ່ເລີຍ
ຄວາມໝາຍເຫຼົ່ານີ້ເປັນຄວາມໝາຍທີ່ເຂົ້າໃຈກັນໂດຍທົ່ວໄປ, ແຕ່ອາຈານໝັ້ນ ພູຣິທັຕຕະເຖຣະ (ພຣະທັມມະເດຈິ
ແລະ ພຣະອາຈານ ໝັ້ນພູຣິທັຕຕະເຖຣະ 2526: 79-80) ໄດ້ໃຫ້ຄວາມໝາຍທີ່ແຕກຕ່າງໄປຈາກນີ້ວ່າ
ສະອຸປາທິເສສະນິບພານ ນັ້ນໝາຍເຖິງນິບພານຂອງພຣະອະຣິຍະບຸກຄົນ ຕັ້ງແຕ່ພຣະໂສດາບັນ
ພຣະສະກະທາຄາມິ ແລະພຣະສະກະທາຄາມິຊຶ່ງພຣະອະຣິຍະບຸກຄົນເຫຼົ່ານີ້ລະສັງໂຍດໄດ້ບໍ່ໝົດ
ຍັງມີກິເລດທີ່ເປັນເສດເຫຼືອຢູ່ ສ່ວນນິບພານຊະນິດທີ່ຮ້ອງວ່າ ອະນຸປາທິເສສະນິບພານນັ້ນເປັນນິບພານຂອງພຣະອະຣະຫັນທີ່ລະສັງໂຍດໄດ້ໝົດແລ້ວບໍ່ມີເສດເຫຼືອຢູ່.
ດັ່ງໄດ້ກ່າວມາຕັ້ງແຕ່ຕົ້ນຈະເຫັນໄດ້ວ່ານິບພານນັ້ນບໍ່ແມ່ນສະຖານທີ່ນະລົກຂອງພຣະເປັນເຈົ້າທີ່ມີແຕ່ຄວາມສຸກຢ່າງທີ່ໃຝ່ຝັນກັນ,
ແຕ່ນິພພານເປັນຈຸດໝາຍປາຍທາງຂອງຊີວິດທີ່ທຸກຄົນຄວນປະຕິບັດເພື່ອໃຫ້ລອດພົ້ນຈາກຄວາມທຸກ ຈິດບໍ່ຕົກເປັນທາດຂອງກິເລດຕັນຫາ
ເຊິ່ງເປັນສິ່ງທີ່ຈະເຮັດໃຫ້ບໍ່ສາມາດຫຼຸດພົ້ນຈາກບ້ວງແຫ່ງວັດຕະສົງສານ ຜູ້ເຂົ້າເຖິງນິບພານໄດ້ເທົ່ານັ້ນຄື
ບຸກຄົນທີ່ຮູ້ແຈ້ງ ແລະເຂົ້າໃຈໃນສະພາວະຄວາມເປັນຂອງໂລກການເຂົ້າເຖິງນິບພານຈຶ່ງບໍ່ແມ່ນການໃຊ້ວິທີອະທິບາຍພາສາຄົນ,
ແຕ່ບຸກຄົນນັ້ນຕ້ອງປະຕິບັດຕາມມັກມີອົງ 8 ປະການດ້ວຍຕົນເອງ ແລະເຫັນໄດ້ດ້ວຍຕົນເອງອັນເປັນຄວາມຮູ້ສະເພາະຕົນ.
ນິກາຍເຖຣະວາດເຊື່ອວ່າພຸດທະສາສະໜາເປັນສາສະໜາທີ່ເນັ້ນໃນການປະຕິບັດຫຼາຍກວ່າການໃຊ້ໂວຫານຫຼືຫຼັກເຫດຜົນທາງປຣັຊຍາໂຕ້ຖຽງກັນ
ຫາກບຸກຄົນສະອາດ ສະຫງົບ ແລະເຍືອກເຢັນ ເພາະດັບຊຶ່ງຄວາມຮ້ອນຮ້ອນເຜົາຜານຂອງລາຄະ ໂທສະ
ປາສະຈາກຊຶ່ງການສຽບແທງແລະຜູກພັນຂອງໂລກທັມ 8 ປະການ,
ຈິດບຸກຄົນນັ້ນຍ່ອມປ່ຽນໄປດ້ວຍປັນຍາເພາະຫວ່າງຈາກສາລະທີ່ຈະໄປຍຶດຖືຈິດຈຶ່ງເປັນອິດສະຫຼະຢ່າງແທ້ຈິງ.
ງ. ພິທີກັມສຳຄັນທາງສາສະໜາພຸທທະ
1.
ພິທີບັນພະຊາແລະພິທີອຸປະສົມບົດ
2. ພິທີເຂົ້າພັນສາ ຊຶ່ງກໍາໜົດໄວ້ 2 ໄລຍະຄື:
- ວັນເຂົ້າພັນສາທໍາອິດ ເອີ້ນວ່າ ປຸຣິພັນສາກົງກັບ
ແຮມ 1 ຄໍ່າເດືອນ 8
- ວັນເຂົ້າສາຫຼັງ ເອີ້ນວ່າ
ປັັດສິມະພັນສາກົງກັບ ແຮມ 1 ຄໍ່າເດືອນ 9
3. ພິທີກະຖິນ
4. ພິທີປະວາຣະນາຄື
ການເປີດໂອກາດໃຫ້ສົງຕັກເຕືອນກັນ
5.
ພິທີສະແດງອາບັດ
ຈ. ວັນສຳຄັນໃນພຸທທະສາສະໜາຝ່າຍເຖຣະວາດ
1. ວັນມາຄະບູຊາ
ເປັນວັນສຳຄັນທາງສາສະໜາທີ່ກົງກັບວັນເພັງຂື້ນ 15
ຄໍ່າເດືອນ 3 ເພື່ອລະນຶກເຖິງພຣະພຸດທະອົງໄດ້ບວດໃນສະໄໝທີ່ຕັດສະຣູ້ໄດ້ 9 ເດືອນແລ້ວ
ໄດ້ມີພຣະອະຣະຫັນຊຶ່ງເປັນສາວົກທີ່ພຣະພຸດທະອົງໄດ້ບວດໃຫ້ ມາປະຊຸມເຝົ້າພຣະພຸດທະອົງໂດຍບໍ່ໄດ້ໜັດໝາຍເປັນຈຳນວນທັງໝົດ
1,250 ອົງ, ໃນວັນນີ້ພຣະພຸດທະອົງຍັງໄດ້ສະແດງໂອວາທະປາຕິໂມກ ແກ່ພຣະອະຣະຫັນສາວົກເຫຼົ່ານັ້ນ
ເພື່ອເປັນເຄື່ອງລະນຶກເຖິງຊາວພຸດຝ່າຍເຖຣະວາດຈຶ່ງຈັດໃຫ້ມີການບູຊາພິເສດ, ຕັກບາດໃນຕອນເຊົ້າ,
ວຽນທຽນອ້ອມພຣະອຸໂບສົດ 3 ຮອບ ໂດຍມີພຣະສົງນຳຂະບວນ ແລະມີການຟັງເທດໃນຕອນກາງຄືນ
ບາງຄົນອາດຈະຖືເອົາໂອກາດນີ້ຖືສິນ 8 ກໍ່ໄດ້
2. ວັນອັຕທະມີ(ວັນຖວາຍພຣະເພີງພຣະພຸທທະສີຣະ)
ກົງກັບວັນແຮມ
8 ຄໍ່າເດືອນ 6 ອັນເປັນວັັນທີ່ 8
ນັບຕັ້ງແຕ່ຊົງດັບຂັນປະຣິນິພພານໄດ້ມີການຖວາຍພຣະເພີງພຣະພຸທທະສີຣະ ທີ່ມະກຸຕຕະພັນທະເຈດີ
ກຸງກຸສິນາຣາ ປະເທດອິນເດຍ
3. ວັນວິສາຂະບູຊາ
ກົງກັບວັນຂື້ນ 15 ຄໍ່າເດືອນ 6
ເປັນວັນທີ່ພຣະພຸທທະອົງປະສູດ, ຕັສຣູ້ ແລະ ປະຣິນິພພານກົງກັບວັນດຽວກັນນີ້,
ເພື່ອເປັນເຄື່ອງລຳລຶກເຖິງພຣະພຸທທະອົງ
ຊາວພຸທໄດ້ຖືເປັນວັນບູຊາພິເສດຈື່ງນິຍົມເຮັດບຸນຕັກບາດໃນຕອນເຊົ້າ, ຟັງເທດ, ຖືສິນ 8
ແລະ ວຽນທຽນອ້ອມອຸໂບສົດ 3 ຮອບ.
4. ວັນອະສາຂະບູຊາ
ກົງກັບວັນຂື້ນ 15 ຄໍ່າເດືອນ 8 ເປັນວັນທີ່ພຣະພຸດທະອົງສະແດງປະຖົມມະເທສສະໜາ
(ທັມມະຈັກກັບປະວັຕຕະນະສູດ) ໂຜດປັນຈະວັກຄີຈົນພຣະອັນຍາໂກນທັນຍະໄດ້ດວງຕາເຫັນທັມ ທູນຂໍບວດເປັນພຣະສົງອົງທຳອິດດຂອງພຸດທະສາສະໜາໃນວັນນີ້
ນິຍົມເຮັດຕັກບາດ, ວຽນທຽນອ້ອມພຣະອຸໂບສົດ 3 ຮອບ ບາງຄົນອາດຈະຖືເອົາໂອກາດນີ້ຖືສິນ 8
ຕະຫຼອດວັນ.
5. ວັນເຂົ້າພັນສາ
ກົງກັບວັນແຮມ 1 ຄໍ່າເດືອນ 8 ເປັນວັນພັກໃນລະດູຝົນຕາມພຸດທະບັນຍັດ
ໃຫ້ພຣະສົງຢູ່ປະຈຳໃນວັດໃດວັດໜຶ່ງເປັນເວລາ 3 ເດືອນ
ຖ້າບໍ່ສະນັ້ນພຣະສົງອາດຈະໄປຢຽບຢໍ່າໄຮ່ນາຕາກ້າ ແລະສັດແມງໄມ້ທັ້ງຫຼາຍທີ່ເກີດຂື້ນຫຼາກຫຼາຍໃນລະດູນີ້,
ແຕ່ຫາກຈຳເປັນຈະໄປໃສມາໃສໃຫ້ໄປຄັ້ງລະ 7 ວັນ ຕ້ອງກັບມາເອີ້ນວ່າ “ສັດຕະຫະ” ຫາກຜິດພຣະບັນຍັດພັນສາຂາດແລະຍັງຕ້ອງຖືກປັບອາບັດດ້ວຍ.
6. ວັນອອກພັນສາ
ກົງວັນຂື້ນ 15 ຄໍ່າເດືອນ 11
ໃນວັນນີ້ພຣະສົົງຕ້ອງປະວໍຣະນາກັມແທນອຸໂບສົດກັມ ຄືຍອມໃຫ້ວ່າກ່າວຕັກເຕືອນໄດ້
ບາງຄັ້ງຈຶ່ງເອີ້ນວັນນີ້ວ່າ “ວັນປະວໍຣະນາ” ຫຼື “ມະຫາປະວໍຣະນາ”
ໂດຍປົກກະຕິພຣະສົງຕ້ອງສູດປາຕິໂມກທຸກໆ ເຄິ່ງເດືອນໃນອຸໂບສົດເປັນປະຈຳ ແຕ່ໃນວັນຂື້ນ 15
ຄໍ່າເດືອນ 11 ພຣະພຸດທະອົງຊົງອະນຸຍາດໃຫ້ພຣະສົງທຳປະວໍຣະນາແທນ ແລະຕ້ອງປະຊຸມກະກັນໃນສິມມາໃນວັນນີ້ພຣະພຸດທະສາສະນິກະຊົນນິຍົມຕັກບາດເທໂວ
ໂດຍນຳເຂົ້າຕົ້ມວັດ ເຂົ້າຕົ້ມລູກໃສ່ບາດພຣະຊຶ່ງການຕັກບາດເທໂວນີ້ເກີດຄວາມເຊື່ອວ່າ
ພຣະພຸດທະອົງໄດ້ສະເດັດໄປສະຫວັນ ຊັ້ນດາວະດຶງເພື່ອໂຜດພຸດທະມານດາເມື່ອອອກພັນສາແລ້ວຈຶ່ງສະເດັດລົງມາສູ່ໂລກມະນຸດ
ທີ່ເມືອງສັງກັສສະ ປະຊາຊົນຮັບສະເດັດຈຳນວນຫຼວງຫຼາຍຈຶ່ງເກີດມີການຕັກບາດເທໂວຂື້ນມາ
ການຕັກບາດເທໂວນີ້ຈັດກັນໃນບໍລິເວນວັດແລ້ວແຕ່ສະດວກ.
ພຸດທະນິກາຍມະຫາຍານ
ກ.
ຄວາມແຕກຕ່າງລະຫວ່າງພຸທທະນິກາຍເຖຣະວາດ ແລະ ນິກາຍມະຫາຍານ
“ມະຫາຍານ” ແປວ່າ “ຍານທີ່ຍິ່ງໃຫຍ່” ຊຶ່ງໝາຍເຖິງຫົນທາງທີ່ຈະນໍາໄປສູ່ສະຫວັນຈຳນວນມະຫາສານໄປສູ່ການບັນລຸຫຼຸດພົ້ນ.
ກຳເນີດຂອງມະຫາຍານເລີ່ມຕົ້ນຕັ້ງແຕ່ພຣະພຸດທະອົງປະຣິນິພພານໄດ້
100 ປີ ອັນເປັນຊ່ວງເວລາທີ່ມີການສັງຄາຍະນາຄັ້ງທີ່ 2 ທັ້ງນີ້ກໍ່ເພາະວ່າພຣະພິກຂຸກຸ່ມໜຶ່ງເອີ້ນວ່າ
“ມະຫາສັງຄິກະ” ໄດ້ແຍກຕົນອອກໄປຕ່າງຫາກຈາກກຸ່ມທີ່ພະຍາຍາມອະນຸລັກຂອງເດີມຊຶ່ງເອີ້ນວ່າ
“ເຖຣະວາດ”, ການແຍກຕົວຂອງມະຫາສັງຄິກະນີ້ໄດ້ເຮັດໃຫ້ເກີດຄວາມແຕກແຍກໃນເລື່ອງຫຼັກປະຕິບັດຂອງນັກບວດ
ຫຼັງຈາກນັ້ນມະຫາສັງຄິກະໄດ້ມີການແຍກກຸ່ມໄປອີກ 18 ນິກາຍອີກ ເພາະມີການທັດສະນະອຸດົມຄະຕິ,
ຫຼັກທັມ ແລະວັດປະຕິບັດທີ່ຜິດແຕກແຍກກັນ
ຄວາມແຕກແຍກນີ້ບໍ່ໄດ້ສິ້ນສຸດພຽງເທົ່ານີ້ຫຼັງຈາກນັ້ນໄດ້ມີພຣະພິກຂຸບາງອົງໃນນິກາຍທັ້ງ
18 ນີ້ໄດ້ແຍກອອກມາຕັ້ງຄະນະໃໝ່ ເຮັດໃຫ້ເກີດເປັນນິກາຍມະຫາຍານ.
ຄວາມແຕກຕ່າງລະຫວ່າງນິກາຍມະຫາຍານ
ແລະ ນິກາຍເຖຣະວາດມີຂໍ້ທີ່ໜ້າສັງເກດດັ່ງນີ້:
1.
ນິກາຍມະຫາຍານເປັນນິກາຍທີ່ມີຫຼັກປະຕິບັດເພື່ອຊ່ວຍມະຫາຊົນໃຫ້ຫຼາຍທີ່ສຸດ
ໂດຍບໍ່ຄຳນຶງເຖິງຕົນເອງໃນບາງຄັ້ງຊາວມະຫາຍານອາດຈະຕ້ອງຍອມຕົກນາຣົກຖ້າຫາກວ່າການກະທຳນັ້ນໆຈະເປັນການຊ່ວຍຊີວິດຂອງສັບພະສັດໄວ້ໄດ້.
2.
ການຫຼຸດພົ້ນຂອງເຖຣະວາດເປັນໄປໃນລັກສະນະທີ່ເລັ່ງດ່ວນໄປສູ່ຄວາມດັບທຸກຈົນກວ່າຈະຊ່ວຍສັບພະສັດໃຫ້ຫຼຸດພົ້ນທຸກ
ດັ່ງນັ້ນ, ຊາວມະຫາຍານຈຶ່ງຕັ້ງປະນິທານວ່າ “ຫາກຍັງມີສັດທີ່ຕ້ອງຕົກທຸກໄດ້ຍາກຢູ່ກໍ່ຈະບໍ່ຂໍບັນລຸພຸດທະພູມ”.
3.
ນິກາຍເຖຣະວາດປະຕິເສດເລື່ອງຂອງພຣະພຸດທະອົງຫຼັງປະຣິນິບພານ
ແຕ່ນິກາຍມະຫາຍານເຊື່ອວ່າຫຼັງຈາກທີ່ພຣະພຸດທະອົງປະຣິນິບພານແລ້ວພຣະອົງຍັງມີຢູ່
ແລະຮັບຮູ້ເລື່ອງຕ່າງໆໃນໂລກນີ້ ແລະຈະສະເດັດມາສູ່ໂລກນີ້ອີກເພື່ອໂຜດສັບພະສັດ.
4.
ນິກາຍມະຫາຍານເຊື່ອວ່າສັດທັ້ງຫຼາຍມີຈິດສາກົນຫຼືພຸດທະພາວະທີ່ແຈ່ມແຈ້ງປາສະຈາກກິເລດ
ສ່ວນນິກາຍເຖຣະວາດບໍ່ຍອມຮັບໃນເລື່ອງນີ້ ສອງນິກາຍມີລາຍລະອຽດຂອງຄວາມເຊື່ອ
ແລະການປະຕິບັດທີ່ແຕກຕ່າງກັນ, ແຕ່ສອງນິກາຍມີຈຸດທີ່ຢືນຢັນທີ່ຈະມຸ່ງສູ່ຈຸດໝາຍດຽວກັນຄື
ພຣະນິບພານອັນເປັນສະພາວະທີ່ສຸດຂອງຄວາມທຸກທັ້ງປວງ
ມຸມມອງທີ່ແຕກຕ່າງກັນເຊັ່ນນີ້ເຮັດໃຫ້ເຫັນວ່າພຣະພຸດທະສາສະໜາມີທຸກສິ່ງທີ່ຖືກຕ້ອງກັບຈິດຕະນິດໄສຂອງມະນຸດ.
ພຸດທະສາສະໜາມະຫາຍານໄດ້ອະນຸໂລມແກ້ໄຂການປະຕິບັດໃຫ້ກົມກຽວກັນໄດ້ກັບລັດທິທຳນຽມ
ອຸປະນິໄສຕະຫຼອດຈົນເຖິງການເຜີຍແຜ່ພຸດທະສາສະໜາໃຫ້ໄດ້ປະລິມານຂອງພຸດທະສາສະນິກະຊົນໃຫ້ຫຼາຍທີ່ສຸດ
ສ່ວນເຖຣະວາດຫຼືສາວະກະຍານນັ້ນ
ບໍ່ໄດ້ເປັນຍານແຄບເພື່ອຫຼຸດພົ້ນສະເພາະມຕົວສ່ວນຝ່າຍເຖຣະວາດເຊື່ອວ່າທຸກຄົນສາມາດເລືອກວິຖີຊີວິດຂອງຕົນ
ແລະບໍ່ໄດ້ຫວງຫ້າມ ບໍ່ໃຫ້ປາຖະໜາພຸດທະພູມ ທຸກຄົນມີສິດເສລີພາບທີ່ຈະເລືອກປະຕິບັດຕາມສັກກາຍະພາບຂອງຕົນ
ນິກາຍເຖຣະວາດຈຶ່ງບໍ່ມີການບີບບັງຄັບຫຼືຫາກົນລະຢຸດທີ່ຈະຜັກດັນໃຫ້ເຂົ້າເຖິງທັມໂດຍຖືເອົາປະລິມານເປັນສຳຄັນ
ແຕ່ຝ່າຍເຖຣະວາດເຊື່ອກັນວ່າບຸກຄົນເຂົາເຖິງຈຸດພ້ອມແລ້ວແຫ່ງການບັນລຸທັມຫຼືມີສັກກາຍະພາບພຽງພໍທີ່ຈະເຂົ້າມາເຖິງທັມ
ຄຳສອນຂອງພຣະພຸດທະອົງມີຫຼາຍລະດັບມີຫຼາຍຮູບແບບ
ທຸກຄົນສາມາດທີ່ຈະນຳໄປໃຊ້ໄດ້ຕາມຄວາມເໝາະສົມ ແລະ
ຕາມຈິດຕະນິດໄສເຖຣະວາດຈື່ງເປັນນິກາຍທີ່ມີລັກສະນະແຫ່ງການເຜີຍແຜ່ແບບເສລີປະຊາທິປະໄຕ.
ຂ.
ຄວາມເຊື່ອໃນເລື່ອງພຣະພຸດທະເຈົ້າແລະພຣະໂພທິສັດ
ມະຫາຍານໃນໄລຍະທຳອິດມີຄວາມເຊື່ອວ່າ
ພຣະພຸດທະເຈົ້າມີພຽງສອງກາຍຄື: ທັມມະກັມ ຊຶ່ງໝາຍເຖິງພຣະຄຸນຂອງພຣະພຸດທະອົງໄດ້ແກ່
ພຣະປັນຍາທິຄຸນ ແລະ ພຣະບໍລິສຸດທິຄຸນ ນອກຈາກຈາກທັມມະກາຍກໍ່ມີ ນິຣະມານນິກາຍ
ໝາຍເຖິງກາຍເນື້ອໃນຂະນະທີ່ພຣະອົງຍັງຊົງພຣະຊົນຢູ່ ມະຫາຍານໄດ້ເພີ່ມອີກກາຍໜຶ່ງເຂົ້າໄປຄື
ສັມໂພຄະກາຍ ຊຶ່ງເປັນກາຍທີ່ພຣະພຸດທະອົງທີ່ສະແດງໃຫ້ປາກົດສະເພາະ ພຣະໂພທິສັດ
ພຣະກາຍນີ້ເປັນສະພາວະທິບມີລັດສະໝີຮຸ່ງເຮືອງແຜ່ໄປທົ່ວ
ພຣະອົງຍັງຊົງຟັງຄຳສວດມົນຂອງພວກເຮົາ ແມ້ຈະດັບຂັນປະຣິນິບພານໄປແລ້ວ.
ຊາວມະຫາຍານເຊື່ອວ່າພຣະພຸດທະເຈົ້າ
ແລະພຣະໂພທິສັດມີຈຳນວນຫຼາກຫຼາຍໃນຈັກກະວານ
ສະເດັດມາອຸບັດເພື່ອສັ່ງສອນທັມຢູ່ທົ່ວໄປນັບຈຳນວນບໍ່ຖ້ວນ ແມ້ໃນໂລກະທາດຂອງເຮົາຈະຫວ່າງ
ພຣະພຸດທະເຈົ້າແຕ່ໂລກກະທາດອື່ນໆກໍ່ມີພຣະພຸດທະເຈົ້າອົງອື່ນໆ ກຳລັງສັ່ງສອນສັດໂລກ
ໂລກກະທາດທີ່ພຣະພຸດທະເຈົ້າມາອຸບັດເອີ້ນວ່າ “ພຸດທະກະເສດ” ຊຶ່ງມີຫຼາຍແຫ່ງເຊັ່ນ: ພຸດທະກະເສດຂອງພຣະພຸດທະໄພສັຊຊະຄຸຣຸໄວທູລປະພາຣາຊາຊຶ່ງຢູ່ທາງຕະເວັນອອກຂອງໂລກກະທາດ
ການທີ່ມະຫາຍານສ້າງຄວາມເຊື່ອໃນເລື່ອງພຸດທະກະເສດ
ອາດຈະເປັນເພາະຕ້ອງການປອງໃຈມະຫາຊົນທີ່ຍັງຢາກມີຊີວິດທີ່ສຸກສະບາຍ ບໍ່ການບັນລຸນິບພານ
ຄົນສ່ວນຫຼາຍຄິດວ່າການບັນລຸນິບພານເປັນການຍາກຍິ່ງ ຈຶ່ງຕ້ອງສ້າງຄວາມເຊື່ອໃນເລື່ອງພຸດທະກະເສດຂື້ນມາ
ເພື່ອສະໜອງຄວາມຕ້ອງການຂອງຄົນບາງກຸ່ມທີ່ຍັງຮັກຄວາມສະດວກສະບາຍ
ເຮັດໃຫ້ເກີດການປະນິທານໄປເກີດໃນພຸດທະກະເສດເພື່ອເປັນພຣະໂພທິສັດແລະແລ້ວກໍ່ໍຈະບັນລຸນິບພານໄດ້ໂດຍສະດວກໄປເອງ
ການບັນລຸຫຼຸດພົ້ນໃນພຣະພຸດທະສາສະໜາມີ 3 ທາງຄື:
1. ສາວະກະຍານ
ຄືຫົນທາງທີ່ນຳມະນຸດໃຫ້ບັນລຸຫຼຸດພົ້ນໃນການຮູ້ແຈ້ງໃນອະຣິຍະສັດ
4 ເປັນຍານຂອງພຣະສາວົກມຸ່ງພຽງອະຣະຫັນຕະພູມ.
2. ປັຈຈະເຈກະຍານ
ຄືຫົນທາງທີ່ນຳມະນຸດໄປສູ່ການບັນລຸຫຼຸດພົ້ນໂດຍການຮູ້ແຈ້ງໃນປະຕິຈະສະມຸປະບາດດ້ວຍຕົນເອງ
ແຕ່ບໍ່ສາມາດສັ່ງສອນຜູ້ອື່ນ ເປັນຍານຂອງພຣະປັຈເຈກະພຸດທະເຈົ້າ.
3. ໂພທິສັຕຕະວະຍານ
ຄືຫົນທາງທີ່ນຳມະນຸດໄປສູ່ການບັນລຸຫຼຸດພົ້ນ
ໂດຍການຮູ້ແຈ້ງໃນສູນຍະຕາທັມເປັນຍານຂອງພຣະໂພທິສັດທີ່ປາຖະໜາພຸດທະພູມ ເປັນພຣະພຸດທະເຈົ້າ
ບໍ່ຕ້ອງການອະຣະຫັນຕະພູມເພາະການໂຜດສັດບໍ່ກວ້າງຂວາງເທົ່າເປັນພຣະພຸດທະເຈົ້າ
ແຕ່ການທີ່ຈະເປັນພຣະພຸດທະເຈົ້າຈະຕ້ອງໃຊ້ເວລາແສນນານເປັນກັບເປັນໂກດ ຊາວມະຫາຍານຈຶ່ງປາຖະໜາເປັນພຣະໂພທິສັດເພື່ອຊ່ວຍສັດໂລກທັ້ງຫຼາຍໃຫ້ພົ້ນຈາກຄວາມທຸກ
ແມ້ວ່າຕົນເອງອາດຈະຕ້ອງທົນທຸກແທນສັດເຫຼົ່ານັ້ນກໍ່ຕາມ.
ພຣະໂພທິສັດເປັນບຸກຄົນທີ່ມີຄວາມເມຕຕາກະລຸນາຢ່າງກວ້າງຂວາງ
ແມ້ຕົນຈະສາມາດ ທຳລາຍກິເລດໃຫ້ໝົດໄປທັນທີໄດ້ ແຕ່ກໍ່ບໍ່ເຮັດເພາະຈະຊ່ວຍສັບພະສັດໃຫ້ໝົດທຸກກ່ອນ
ພຣະໂພທິສັດຈຶ່ງເປັນຜູ້ທີ່ຊາວມະຫາຍານຮູ້ສຶກໃກ້ຊິດ ແລະອົບອຸ່ນ
ສາມາດອ້ອນວອນຂໍສິ່ງຕ່າງໆໄດ້ຕາມຄວາມຕ້ອງການ ເພາະພຣະໂພທິສັດມີຫຼັກທີ່ຕ້ອງຊ່ວຍເຫຼືອສັດ
ແລະອາດຈະຮັບທຸກແທນສັດທັງຫຼາຍໄດ້ແມ້ຕ້ອງຕົກນາຣົກກໍ່ຕາມ ພຣະໂພທິສັດຊຶ່ງເປັນທີ່ຮູ້ຈັກ
ແລະເປັນຜູ້ຊ່ວຍເຫຼືອມະນຸດໃຫ້ຫຼຸດພົ້ນຈາກທຸກຄື: ພຣະອະວະໂລກິເຕສະວະຣະ ແລະພຣະມະຫາສະຖາປາບ.
ຄ.
ຄຳພີ ແລະ ຫຼັກຄຳສອນໃນພຣະພຸທທະສາສະໜາຝ່າຍມະຫາຍານ
ມະຫາຍານເຄົາລົບໃນພຣະທັມຊຶ່ງເປັນຄຳສອນຂອງພຣະພຸດທະເຈົ້າ
ແລະເຄົາລົບໃນພຣະໄຕຣປິດົກເຊັ່ນດຽວກັບເຖຣະວາດ ແຕ່ຖືວ່າຍັງບໍ່ພໍເນື່ອງຈາກການສຳນຶກຮວມຂື້ນມາວ່ານາມແລະຮູບຂອງພຣະພຸດທະອົງເປັນໂລກຸດຕະລະ
ບໍ່ອາດຈະດັບສູນສິ່ງທີ່ດັບສູນໄປນັ້ນເປັນພຽງພາບມາຍາພຣະທັມມະກາຍ ຊຶ່ງເປັນທາດອັັນບໍລິສຸດຍັງຄົງມີຢູ່ຕໍ່ໄປ
ມະນຸດທຸກຄົນມີທາດພຸດທະຮ່ວມກັບພຣະພຸດທະເຈົ້າ ຖ້າມີກິເລດມາບົດບັງທາດພຸດທະກໍ່ບໍ່ປາກົດສັກກາຍະພາບທີ່ຈະເປັນພຣະໂພທິສັດໄດ້ເຊັ່ນດຽວກັບພຣະພຸດທະເຈົ້າ
ຖ້າໄດ້ຮັບການຝຶກຝົນຊຳລະຈິດໃຈຈົນບໍລິສຸດຄຳສອນຂອງພຣະໂພທິສັດຈຶ່ງມີນໍ້າໜັກເທົ່າກັບພຣະໄຕຣປິດົກ.
ມະຫາຍານມີທັ້ງພຣະວິໄນ,
ພຣະສູດຕ໌ ແລະພຣະອະພິທັມ 250 ຂໍ້ບໍ່ໄດ້ເປັນໝວດໝູ່ແບບເຖຣະວາດ ສິກຂາບົດຂອງມະຫາຍານໄດ້ເພີ່ມພຣະວິໄນຂອງພຣະໂພທິສັດຊຶ່ງເປັນສ່ວນໜຶ່ງເອີ້ນ
“ພຣົມມະຊາລະໂພທິສັດສິນ” ແລະ “ໂຍຄະໂພທິສັດສິນ” ແມ້ຈະຕ້ອງ
ຄຣຸກາບັດເປັນປາຣາຊິກໃນໂພທິສັດສິກຂາບົດກໍ່ສາມາດສະມາທານໃໝ່ໄດ້
ສິນພຣະະໂພທິສັດໄດ້ຫ້າມພຣະພິກຂຸສັນເນື້ອຂອງສົດຄາວ ແລະຫົວຫອມ ຫົວກະທຽມ ເພາະສິ່ງເຫຼົ່ານີ້ຊ່ວຍສົ່ງເສີມໃຫ້ເກີດຄວາມກຳໜັດລາຄະກັ້ນຈິດບໍ່ໃຫ້ບັນລຸສະມາທິ
ແລະ ການກິນເນື້ອສັດນີ້ອາດກິນຖືກເນື້ອບິດາມານດາໃນຊາດກ່ອນໆ ຂອງຕົນ.
ງ.
ຫົນທາງແຫ່ງການບັນລຸທັມຂອງນິກາຍມະຫາຍານ
ປະນິທານຂອງຝ່າຍມະຫາຍານທີ່ພຸດທະມາມະກະ
ຊຶ່ງເປັນນັກປະຕິບັດຈະຕ້ອງຍຶດຖືເປັນອຸດົມຄະຕິປະຈຳໃຈມີ 4 ຂໍ້ຄື:
1. ເຮົາຈະລະກິເລດທັ້ງຫຼາຍໃຫ້ໝົດໄປ
2. ເຮົາຈະສຶກສາທັມທັ້ງຫຼາຍໃຫ້ເຈນຈົບ
3. ເຮົາຈະໂປດສັດທັ້ງຫຼາຍ
4. ເຮົາຈະຕ້ອງບັນລຸພຸດທະພູມ
ພຸດທະມາມະກະນັກປະຕິບັດທັມຂອງມະຫາຍານຕ້ອງມຸ່ງປະຖະໜາພຸດທະພູມເປັນສຳຄັນ
ການທີ່ຈະໄປພຸດທະພູມໄດ້ນັ້ນຕ້ອງສ້າງບາລະມີທັມ (ປາລະມິຕາ)
ໃຫ້ຫຼາຍພໍທີ່ຈະສຳເລັດພຣະໂພທິສັດໄດ້ ບາລະມີທັມນີ້ກໍ່ຄື
ຄຸນນະຊາຕິທີ່ເຮັດໃຫ້ຂ້າມເຖິງຝັ່ງພຣະນິບພານ.
ບາລະມີ
6 (ປາລະມິຕາ) ມີດັ່ງນີ້ຄື:
1. ທານເປັນຄູ່ປັບຂອງໂລພະ
2. ສິນ
3. ຂັນຕິ
ເປັນຄູ່ປັບຂອງໂທສະ
4. ວິຣິຍະ
5. ສະມາທິ
ເປັນຄູ່ປັບຂອງໂມຫະ
6. ປັນຍາ
ທານະບາລະມີ
ໃນມະຫາຍານໝາຍເຖິງທານ 3 ຊະນິດຄື: ວັດຖຸທານ ອະໄພຍະທານ
ແລະ ທັມມະທານຊື່ງເປັນນເລີດກວ່າທານທັ້ງປວງເພາະເປັນການໃຫ້ປັນຍາ.
ສີລະບາລະມີ
ໃນມະຫາຍານນັ້ນມີສິກຂາບົດ 250 ຂໍ້ສິນໂພທິສັດ 58 ຂໍ້ ຊຶ່ງແບ່ງເປັນຄຣຸກາບັດ
48 ຂໍ້ ຈາກໜັງສືພຣະະພຸທທະສາສະໜາມະຫາຍານຂອງຄະນະສົງຈີນນິກາຍ.
ຄຣຸກາບັດ
10
1. ຜູ້ຂ້າຊີວິດມະນຸດໃຫ້ຕາຍດ້ວຍມືຕົນເອງ
ໃຊ້ຜູ້ອື່ນກະທຳຫຼືເປັນໃຈສົມຮູ້ຮ່ວມຄິດ ຕະຫຼອດຈົນຂ້າຊີວິດສັດນ້ອຍໃຫຍ່ຕາຍ
ຕ້ອງສະຖານໂທດໜັກ.
2. ຜູ້ຖືເອົາຂອງຜູ້ອື່ນມີລາຄາ
5 ມາສົກ
ຕະຫຼອດຈົນລັກເອົາຂອງບໍ່ມີຄ່າທີ່ເຈົ້າຂອງບໍ່ອະນຸຍາດດ້ວຍຕົນເອງຫຼືໃຊ້ຜູ້ອື່ນກະທຳ
ຕ້ອງສະຖານໂທດໜັກ.
3. ຜູ້ເສບເມຖຸນ
ນຳນິມິດນຳລ່ວງເຂົ້າໄປໃນທະວານໜັກ ທະວານເບົາຫຼືທາງປາກຂອງຜູ້ຊາຍຫຼືຜູ້ຍິງຕະຫຼອດຈົນສັດເດຍລັດສານຕົວເມຍ
ຕ້ອງສະຖານໂທດໜັກ.
4. ຜູ້ອຸຕະລິມະນຸດສະທັມ
ອວດຮູ້ຍານຮູ້ມັກຜົນທີ່ບໍ່ມີໃນຕົນ
ຕະຫຼອດຈົນເວົ້າມຸສາວາດທີ່ບໍ່ແມ່ນຄວາມຈິງກະທຳດ້ວຍຕົນເອງຫຼືໃຊ້ຜູ້ອື່ນກະທຳ
ຕ້ອງສະຖານໂທດໜັກ.
5. ຜູ້ຜະລິດສຸລາເມລັຍນໍ້າເມົາ
ຕະຫຼອດຈົນຢາດອງສຸລາທີ່ບໍ່ແມ່ນຢາຮັກສາໂລກໂດຍຕົງ ກະທຳເອງຫຼືໃຊ້ຜູ້ອື່ນກະທຳຫຼືຜະລິດ
ຕ້ອງສະຖານຖໂທດໜັກ.
6. ຜູ້ກ່າວຮ້າຍບໍລິສັດສີ່
ໃສ່ອາບັດຊົ່ວ ພິກສຸ ອຸບາສົກ ອຸບາສິກາຕະຫຼອດຈົນສຶກສາມານະ(ສິກຂາມານາ) ສາມະເນນ ແລະ
ສາມະເນນລີ ໂດຍບໍ່ມີຂໍ້ມູນດ້ວຍຕົນເອງຫຼືໃຊ້ຜູ້ອື່ນກະທຳ ຕ້ອງສະຖາມໂທດໜັກ.
7. ຜູ້ຍົກຕົນຂົ່ມທ່ານ
ຕິຕຽນນິນທາພິກສຸອື່ນ ຍົກຍ່ອງຕົນເພື່ອລາບດດ້ວຍຕົນເອງ ຫຼືໃຊ້ຜູ້ອື່ນກະທຳ
ຕ້ອງສະຖານໂທດໜັກ.
8. ຜູ້ຕະໜີ່ໜຽວແໜ້ນ
ບໍ່ມີມຸທິຕາຈິດຕະຫຼອດຈົນບໍ່າເອື້ອເຟື້ອຕໍ່ຜູ້ຍາກຈົນ ຂໍທານ
ກັບຂັບໄລ່ໃສ່ສົ່ງກະທຳດ້ວຍຕົນເອງຫຼືໃຊ້ຄົນອື່ນກະທຳ ຕ້ອງສະຖານໂທດໜັກ.
9. ຜູ້ມີມຸທະລຸສຸນສຽວ
ຕະຫຼອດຈົນກໍ່ການວິວາດ ໃຊ້ມີດ ໃຊ້ໄມ້ ໃຊ້ມືທຸບຕີພິກສຸອື່ນ
ກະທຳດ້ວຍຕົນເອງຫຼືໃຊ້ຄົນອື່ນກະທຳ ຕ້ອງສະຖານໂທດໜັກ.
10. ຜູ້ປະທຸສະຮ້າຍຕໍ່
ພຣະພຸທ ພຣະທັມ ພຣະສົງ ກະທຳດ້ວຍຕົນເອງຫຼືໃຊ້ຄົນອື່ນກະທຳ ຕ້ອງສະຖານໂທດໜັກ.
ຄຣຸກາບັດ
10 ຂໍ້ນີ້ຜູ້ໃດລ່ວງລະເມີດບໍ່ໄດ້ຖືວ່າເປັນປາຣາຊິກ.
ລະຫຸກາບັດ
48
1. ຜູ້ບໍ່ເຄົາລົບຜູ້ມີອາວຸໂສ
ຊັ້ນອາຈານຂອງຕົນ
2. ດື່ມສຸລາເມລັຍ
3. ຜູ້ບໍລິໂພກໂພຊະນາຫານປາ
ແລະ ເນື້ອ
4. ຜູ້ບໍລິໂພກຜັກມີກີ່ນແຮງທີ່ໃຫ້ໂທດລາຄະ
5 ຄື: ຫອມ, ກະທຽມ, ກຸໃສ, ຫຼັກເກຍ, ເຮງກື
5. ຜູ້ບໍ່ຕັກເຕືອນ
ຜູ້ຕ້ອງອາບັດໃຫ້ສະແດງອາບັດ
6. ຜູ້ບໍ່ບໍລິຈາກ
ສັງຄະທານແກ່ທັມມະກະທຶກ
7. ຜູ້ບໍ່ໄປຟັງການສອນທັມ
8. ຜູ້ຄັດຄ້ານ
ພຣະພຸດທະສາສະໜາໃນມະຫາຍານນິກາຍ
9. ຜູ້ບໍ່ຊ່ວຍເຫຼືອຄົນປ່ວຍ
10.
ຜູ້ເກັບອາວຸດ
ສຳຫຼັບຂ້າມະນຸດຫຼືສັດໄວ້ໃນຄອບຄອງ
11.
ຜູ້ເປັນທູດສື່ສານໃນການເມືອງ
12.
ຜູ້ຄ້າມະນຸດເປັນທາດ
ຂາຍສັດໃຫ້ເຂົາຂ້າຫຼືໃຊ້ງານ
13.
ຜູ້ເວົ້ານິນທາຜູ້ອື່ນ
14.
ຜູ້ໃຊ້ໄຟເຜົາປ່າ
15.
ຜູ້ເວົ້າບິດເບືອນຂໍ້ຄວາມພຣະທັມໃຫ້ເສື່ອມເສຍ
16.
ຜູ້ເວົ້າອຸບາຍເພື່ອປະໂຫຍດຕົນ
17.
ຜູ້ປະພຶດຂົ່ມຂີ່ບັງຄັບ
18.
ຜູ້ອວດອ້າງຕົນເປັນອາຈານເມື່ອຕົນເອງຍັງສຶກສາຢູ່
19.
ຜູ້ເວົ້າສໍ່ສຽດ
20.
ຜູ້ບໍ່ຊ່ວຍສັດ
ເມື່ອເຫັນສັດນັ້ນຕົກຢູ່ໃນອັນຕະລາຍ
21.
ຜູ້ພະຍາບາດຄາດແຄ້ນ
22.
ຜູ້ທະນົງຕົວ
ບໍ່ຂົນຂວາຍສຶກສາທັມ
23.
ຜູ້ກະດ້າງຄາງແຂງ
24.
ຜູ້ບໍ່ສຶກສາພຣະທັມ
25.
ຜູ້ບໍ່ລະງັບການອາລະວາດເມື່ອສາມາດສະຫງົບໄດ້
26.
ຜູ້ລະໂມພເຫັນແກ່ຕົວ
27.
ຜູ້ນ້ອມລາພະ
ທີ່ເຂົາຖວາຍສົງອື່ນມາເພື່ອຕົນ
28.
ຜູ້ນ້ອມລາພະ
ທີ່ເຂົາຖວາຍສົງໄປຕາມຊອບໃຈ
29.
ຜູ້ເຮັດສະເໜຢາແຝດ
ໃຫ້ຄົນອື່ນຫຼົງຮັກ
30.
ຜູ້ຊັກຊວນໃຫ້ຊາຍຍິງເປັນຜົວເມຍກັນ
31.
ຜູ້ບໍ່ຊ່ວຍເຫຼືອ ໄຖ່ຄ່າຕົວຄົນໃຫ້ພົ້ນຈາກທາດເມື່ອສາມາດ
32.
ຜູ້ຊື້ຂາຍ
ອາວຸດສຳຫຼັບຂ້າມະນຸດ ແລະ ສັດ
33.
ຜູ້ໄຜເບີ່ງຂະບວນທັບ ແລະ
ຟັງຂັບຮ້ອງ
34.
ຜູ້ບໍ່ມີຂັນຕິ
ອົດທົນຕໍ່ສະມາທານຕໍ່ສິນ
35.
ຜູ້ປາສະຈາກຄວາມກະຕັນຍູຕໍ່ບິດາ
ມານດາ ອຸປັຊຊາອາຈານ
36.
ຜູ້ປາສະຈາກສັດຕໍ່ຄຳປະຕິຍານ
ຈະຕັ້ງຢູ່ໃນພຣົມມະຈັນ
37.
ຜູ້ປະຕິບັດທຸດົງຄະວັດໃນຖິ່ນທີ່ມີອັນຕະລາຍ
38.
ຜູ້ບໍ່ມີຄາລະວະ
ບໍ່ຮູ້ຈັກຕໍ່າສູງ
39.
ຜູ້ບໍ່ມີກຸສົນລະຈິດ
ບໍ່ສ້າງບຸນ ສ້າງກຸສົນ ທຳທານ
40.
ຜູ້ມີສັນທາຄະຕິ
ລຳອຽງການໃຫ້ບັນພະຊາ ແລະ ອຸປະສົມບົດ
41.
ຜູ້ເປັນອາຈານສອນດ້ວຍການເຫັນແກ່ລາບ
42.
ຜູ້ທຳສັງຄະກັມແກ່ຜູ້ມີມິສສາມັນຍາ
43.
ຜູ້ເຈຕະນາຝ່າຝືນວິນັຍ
44.
ຜູ້ບໍ່ເຄົາລົບ ຕຳລາພຣະທັມວິນັຍຄຳພີ
45.
ຜູ້ບໍ່ສົ່ງເຄາະໂປດເວໄນຍະສັດ
46.
ຜູ້ຢືນຫຼືນັ່ງທີ່ຕໍ່າສະແດງທັມ
47.
ຜູ້ຍອມຈຳນົນຕໍ່ອຳນາດທັມໂຣທີ
(ອໍານາດທີ່ຜິດທັມ)
48.
ຜູ້ລ່ວງລະເມີດທັມຄຳສັ່ງສອນໃນພຣະພຸດທະສາສະໜາ
ຈ.
ບຸກຄົນຜູ້ມີບົດບາດສຳຄັນໃນນິກາຍມະຫາຍານ
ຄະນະສົງຈີນນິກາຍ
ໄດ້ຈັດລຳດັບໄວ້ດັ່ງນີ້:
1.
ພຣະເຈົ້າກະນິສະກະມະຫາຣາຊ(ພ.ສ
6-7) ຊົງເປັນເອກະສາສະນູປະຖຳພະກະຂອງພຣະພຸດທະສາສະໜາ
ໄດ້ຊົງຈັດໃຫ້ມີການສັງຄາຍະນາຊຳລະພຣະທັມວິນັຍໂດຍບັນທຶກເປັນລາຍລັກອັກສອນ
ມີພຣະປາຣະສະວະເປັນອົງປະທານໃນການປະຊຸມສັງຄາຍະນາ.
2.
ພຣະ ອັສສວະໂຄສະ
ສຶກສາພຣະທັມວິນັຍຈົນແຕກສານ ມີຄວາມສາມາດໃນການເທດສະໜາທັມ ແລະ
ການໂຕ້ວາທີຫາເຫດຜົນເປັນນັກກະວີນິພົນທີ່ມີຊື່ສຽງ ງານທີ່ສ້າງຊື່ສຽງທາງກະວີໄດ້ແດ່ “ພຸທທະຈະຣິດ” ຊຶ່ງເປັນພຸດທະປະຫວັດບັນລະຍາຍໃນລັກສະນະຄຳປະພັນຮ້ອງກອງປະເພດພາບ
ແລະພຣະສູດຕ່າງໆອີກຫຼາກຫຼາຍ.
3.
ພຣະນາຄາຣະຊຸນ
ເປັນຜູ້ສ້າງປຣັຊຍາມະຫາຍານດ້ວຍກະວີພົນຊື່ “ມາທະຍະມິກະສາດ” ຊື່ງເປັນທີ່ຮວບຮວມປຣັຊຍາຂອງນິກາຍຕ່າງໆ ໃນພຣະພຸດທະສາສະໜາໄວ້ເກືອບໝົດ
ເປັນຜູ້ໃຫ້ກຳເນີດນິກາຍມາທະຍະມິກະຫຼືນິກາຍສູນຍະວາທະ
ທ່ານເປັນຜູ້ກໍ່ຕັ້ງມະຫາວິທະຍາໄລນາລັນທາເມື່ອ ພ.ສ 7.
4.
ພຣະອະສັງຄະກັບພຣະວະສຸພັນທຸ
ທ່ານອະສັງຄະໄດ້ຮ້ອຍກອງປະກອນສຳຄັນຕ່າງໆເຊັ່ນ ໂຍຄາຈານພູມສາດປະກອນວາຈາສາດ ກາຣິກາ ແລະ
ມະຫາຍານສັມປະຣິຄາຣະຫະສາດ ສ່ວນພຣະວະສຸພັນທຸໄດ້ຂຽນປະກອນອື່ນໆເຊັ່ນ: ວິນຍານມາຕຣາ
ສິດທິຕຣີທະສະສາດ ແລະ ດີກາອື່ນໆອີຫຼາຍເຫຼັ່ມ ຕັ້ງລັດທິໂດຍຄາຈານ.
5.
ພຣະທິນນາຄະ
ເປັນຜູ້ຊ່ຽວຊານທາງພຸດທະຕັກກະວິທະຍາ ແລະເປັນນັກໂຕ້ວາທີທີ່ມີຊື່ສຽງໂດ່ງດັງ ຈຶ່ງໄດ້ຮັບສາມັນນານາມວ່າ
“ບິດາແຫ່ງນະຍາຍະສາດ”
ຜົນງານຂອງທ່ານໄດ້ຖືກຖ່າຍທອດເປັນພາສາຈີນ ແລະ ທິເບດທີ່ສຳຄັນມີດັ່ງນີ້:
- ປະມານະສະມຸດຈັຍ
- ນະຍາຍະປະເວດ
6.
ພຣະທັມມະກຣິຕິ
ທ່ານເປັນອາຈານໃນນິກາຍວິຊະຍານະວາດ ເປັນນັກປາດ ແລະ ນັກຕັກກະວິທະຍາ
7.
ພຣະສະຖິຣະມະຕິ
ພຣະຈັນທໍຣະມັນຕຣີ ແລະພຣະຣັຕຕະນະກຽດຕິເປັນຜູ້ຊ່ວຍດູແລພຣະອະພິທັມປິດົກ
ງານນິພົນຂອງທ່ານເລື່ອງແຕ່ງດີກາ ໃນຜົນງານຂອງທ່ານວະສຸພັນຜູ້ເປັນອາຈານເຊັ່ນ:
ດີກາຂອງຄຳພີອະພິທັມມະໂກດ.
8.
ພຣະທັມປາລະ
ເປັນຊາວອິນເດຍພາກໃຕ້ ສຶກສາໃນສຳນັກຂອງທ່ານທິນນາຄະ
ທ່ານໄດ້ໃຊ້ເວລາໄປໃນການເທດສະໜາສັ່ງສອນລັທທິທັມຝ່າຍວິຊະຍານະວາດ ແລະ
ດີກາອະທິບາຍປະກອນໃນຝ່າຍສູນວາດ
ສ.
ພຣະພຸດທະເຈົ້າແລະພຣະໂພທິສັດມະຫາຍານ
ຊາວພຸດມະຫາຍານໂດຍສະເພາະຊາວຈີນເຊື່ອກັນວ່າ
ນອກຈາກອົງສົມເດັດພຣະສັມມາສັມພຸດທະເຈົ້າແລ້ວຍັງມີພຣະພຸທທະເຈົ້າ ແລະພຣະໂພທິສັດອົງອື່ນອີກເປັນຈຳນວນຫຼາກຫຼວງແບບ
ຈຶ່ງເປັນທີ່ນິຍົມປະດິດສະຖານຮູບພຣະພຸດທະເຈົ້າ ແລະ ພຣະໂພທິສັດ ແລະ ອາດຈະມີຮູບຂອງທ້າວຈະຕຸໂລກະບານທັ້ງ
4 ຊຶ່ງເປັນເທບພະເຈົ້າຜູ້ຮັກສາຄຸ້ມຄອງພຣະອາຣາມ ພຣະພິກຂຸສົງ,
ຖ້າເປັນພຣະອາຣາມໃຫຍ່ທີ່ມີພຣະສົງຫຼາຍກວ່າ 1,000 ອົງແລ້ວ ກໍ່ຍັງປະດິດສະຖານພຣະມັນຊຸສີ
ແລະ ພຣະສະມັນຕະພັທທອນ ແຕ່ຖ້າເປັນເຮືອນຂອງຊາວພຸທມະຫາຍານທົ່ວໆໄປຈະບູຊາພຣະກວນອິມເປັນສ່ວນຫຼາຍ.
ຊ. ພິທີກຳແລະວັນສຳຄັນໃນພຸດທະສາສະໜາຝ່າຍມະຫາຍານ.
ພຸດທະສາສະໜາມະຫາຍານມີວັນສຳຄັນທາງສາສະໜາເຊັ່ນດຽວກັນກັບພຸດທະສາສະໜາຝ່າຍເຖຣະວາດ
ຊຶ່ງເປັນທີ່ກ່ຽວເນື່ອງກັບພຸດທະປະຫວັດພຣະພຸດທະອົງ ຕົວຢ່່າງເຊັ່ນ: ວັນວິສາຂະບູຊາ,
ວັນອາສາລະບູຊາ ແລະ ວັນມາຄະບູຊາ
ພິທີກິນເຈ (ເກົ້ງອ໊ວງເຈຫຼືກິວອ໊ວງເຈ)
ພິທີນີ້ນິຍົມກະທຳກັນໃນເດືອນ
9 ຂອງທຸກໆປີຕາມປະຕິທິນຈີນຕະຫຼອດ 9 ວັນໂດຍເລີ່ມຕັ້ງແຕ່ວັນຂື້ນ 1 ຄໍ່າເຖິງ 9 ຄໍ່າ
ເດືອນ 9 ເພື່ອສັກກາລະບູຊາພຣະພຸດທະເຈົ້າ 7 ພຣະອົງກັບພຣະໂພທິສັດອີກ 2 ພຣະອົງ:
1. ພຣະວິໄຊໂລກະມົນຈອນພຸດທະ
2. ພຣະສີຣັຕຕະນະໂລກະປະພາໂຄສະອິສສະວອນພຸດທະ
3. ພຣະເວປຸລລະຣັຕຕະນະໂລກະສຸວັນນະສິທທິພຸດທະ
4. ພຣະອະໂສກະໂລກະວິໄຊຍະມຸງຄຸນພຸດທະ
5. ພຣະວິສຸທທິອາສະລົມໂລກະເວປຸລລະປຣັຊຍາວິພາກພຸດທະ
6. ພຣະທັມມະຕິທັມມະສາຄອນຈອນໂລກະມະໂນພຸດທະ
7. ພຣະເວປຸລລະຈັນທອນໂລກະໄພສັຊຊະໄວທູນພຸດທະ
8. ພຣະສີສຸກໂລກະປັທມະຄັບພະອະລັງການໂພທິສັດ
9. ພຣະສີເວປຸລລະສັງສານໂລກະສຸຂະວິສະວອນໂພທະສັດ
ທຸກໆປີຂອງວັນຂື້ນ
1 ຄໍ່າເຖິງ 9 ຄໍ່າ ເດືອນ 9 ຊາວພຸດມະຫານິກາຍຈຶ່ງນິຍົມຖືສິນ
ກິນເຈເພື່ອວ່າເທບພະເຈົ້າຈະໄດ້ອຳນວຍໃຫ້ດີຍິ່ງຂື້ນໄປເພາະຖ້າໃຜປະຕິບັດຕົວຊົ່ວຊ້າຈະຕ້ອງຖືກລົງໂທດຕາມໂທສາໂທດ
ພິທີບູຊາດາວນົບເຄາະນີ້ຖືກັນວ່າມີອານິສົງຫຼາຍ ເພາະບັນດາພຸທທະບໍລິສັດໄດ້ມີໂອກາດທຳບຸນ
ໃຫ້ທານຮັກສາສິນ
ຟັງພຣະທັມມະເທດສະໜາແຜ່ສ່ວນບຸນກຸສົນໃຫ້ແກ່ສັດທີ່ຕົກທຸກໄດ້ຍາກໃນອະເວຈີນາຣົກ ພຸດທະບໍລິສັດມະຫາຍານນິຍົມນຸ່ຂາວຫົ່ວຂາວໃນວັນນີ້ເພື່ອເຕືອນໃຈໃຫ້ຊັກຟອກຈິດໃຈໃຫ້ຂາວສະອາດ
ແລະເປັນການນ້ອມຈິດລະລຶກເຖິງພຣະເມຕຕາຂອງພຣະເຈົ້າທັງ 9 ພຣະອົງ.
ພິທີກົງເຕັ໊ກ
ພິທີນີ້ເປັນການກະທຳໃຫ້ແກ່ຜູ້ລ່ວງລັບໄປແລ້ວໂດຍການກະທຳຖັດຈາກມື້ຕາຍເປັນຕົ້ນໄປ
ຄຳວ່າ “ກົງ” ໝາຍເຖິງການກະທໍາສິ່ງທີ່ເປັນປະໂຫຍດ, ຄໍາວ່າ “ເຕັ໊ກ” ໝາຍເຖິງກຸສົນກັມ ຮວມຄຳວ່າ ກົງເຕັ໊ກຄື
ພິທີທີ່ປະກອບເພື່ອຄວາມດີ.
ແປໂດຍ. ພຼະສົມສັກ
ສະມະຈິດໂຕ (ວິໄລຜົນ)
ບັນນານຸກົມ
ประเวส วะสี.(2540). พุทธธรรมกับสังคม.กรุงเทพฯ : สำนักพิมพ์หมอชาวบ้าน.
ฟาริดา อิบราฮิม.(2541). นิเทศน์วิชาชีพและจริยศาสตร์สำหรับพายาบาล.พิมพ์ครั้งที่ 2. กรุงเทพฯ : สามเจริญพาณิชย์.
วินัย ประจักษ์ จกก ธม.โม(จำปาดอง).(2545). ศาสนาในโลกปัจจุบัน. กรุงเทพฯ :
ฟาริดา อิบราฮิม.(2541). นิเทศน์วิชาชีพและจริยศาสตร์สำหรับพายาบาล.พิมพ์ครั้งที่ 2. กรุงเทพฯ : สามเจริญพาณิชย์.
วินัย ประจักษ์ จกก ธม.โม(จำปาดอง).(2545). ศาสนาในโลกปัจจุบัน. กรุงเทพฯ :
โรงพิมพ์จุฬาลงกรณ์ราชวิทยาลัย.
สันติสุข โสภณสิริ.(2536). พระพุทธเจ้าของฉัน.พิมพ์ครั้งที่ 3. กรุงเทพฯ : สำนักพิมพ์สยาม.
สิวลี ศรีวิไล.(2528). จริยศาสตร์สำหรับพยาบาล. มหาสารคาม : ปรีดาการพิมพ์.
Lopes,Jr,Donald (edition).(1993) . Buddhist Hermenuetics. Delhi : Motilal banarsidass.
Tenzin Gyatso . (1995). The World of Tibetan Buddnism Boston : Wisdom publications.
Williams, P .(1989). Mahayana Buddnism. New york : Routledge.
สันติสุข โสภณสิริ.(2536). พระพุทธเจ้าของฉัน.พิมพ์ครั้งที่ 3. กรุงเทพฯ : สำนักพิมพ์สยาม.
สิวลี ศรีวิไล.(2528). จริยศาสตร์สำหรับพยาบาล. มหาสารคาม : ปรีดาการพิมพ์.
Lopes,Jr,Donald (edition).(1993) . Buddhist Hermenuetics. Delhi : Motilal banarsidass.
Tenzin Gyatso . (1995). The World of Tibetan Buddnism Boston : Wisdom publications.
Williams, P .(1989). Mahayana Buddnism. New york : Routledge.