Saturday, September 6, 2025

ປະເພນີບຸນຫໍ່ເຂົ້າສະຫຼາກ

ບຸນຫໍ່ເຂົ້າສະຫຼາກ ແມ່ນບຸນປະເພນີອັນນຶ່ງຂອງຊາວພຸດທັງຫຼາຍ ສ່ວນຄວາມເປັນມາຂອງປະເພນີບຸນດັ່ງກ່າວນີ້ ຫຼາຍທ່ານຄົງໄດ້ຮູ້ກັນສ່ວນຫຼາຍແລ້ວ ວ່າມີຕົ້ນປາຍສາຍເຫດມາແຕ່ຄັ້ງພຸທກາລພຸ້ນ ຊຶ່ງມີ ຄວາມອິດສາຣິສຍາກັນຂອງເມຍໃຫຍ່ ແລະ ເມຍນ້ອຍ ເຮັດໃຫ້ມີການອາຄາດບາດໝາງກັນຕັ້ງ 2-3 ຊາດ ແລ້ວຈຶ່ງເກີດມີບຸນຫໍ່ເຂົ້າສະຫຼາກ. ນິທານກ່າວໄວ້ວ່າ: ມີຄູ່ຜົວເມຍໜຶ່ງແຕ່ງງານກັນມາຫຼາຍຟ້າຫຼາຍປີ ກໍ່ບໍ່ມີລູກ. ຜູ້ເປັນຜົວຈິງປຶກສາທາງຄອບຄົວ ແລະ ເມຍຂອງຕົນ ເພາະຢາກໄດ້ຜູ້ສືບຕະກູນ. ທຸກຄົນຈິ່ງຕົກລົງເຫັນດີກັນວ່າ ຈະຫາເມຍໃຫ້ຜູ້ເປັນຜົວອີກ ເພື່ອຈະໄດ້ລູກ ເປັນຜູ້ສືບໜໍ່ແທນແນວ. ຍ້ອນຄວາມກັງວົນ ແລະ ຢ້ານເມຍນ້ອຍ ມີສິດເໜືອຕົນເອງ, ຜູ້ເປັນເມຍຫຼວງຈິງຂານອາສາ ເປັນຜູ້ໄປຊອກຫາເມຍນ້ອຍໃຫ້ຜົວ. ພາຍຫຼັງໄດ້ຄົນຖືກໃຈ ຕາມທີ່ຜົວຕ້ອງການແລ້ວ ຜູ້ເປັນເມຍຫຼວງກໍ່ໄດ້ນຳເອົາເມຍນ້ອຍຂຶ້ນ ຢ້າວຂຶ້ນເຮືອນຕາມຮີດຄອງປະເພນີ. ເມຍຫຼວງໄດ້ບອກກັບເມຍນ້ອຍວ່າ ຖ້າມີຫຍັງເກີດຂຶ້ນຕ້ອງໃຫ້ລາຍງານແກ່ນາງ ໂດຍສະເພາະ ຖ້າຕັ້ງຄັນຕ້ອງໄດ້ບອກ ເພາະຈະໄດ້ເອົາໃຈໃສ່ນຳກັນ ເນື່ອງຈາກວ່າຜູ້ເປັນຜົວນັ້ນຢາກໄດ້ລູກແທ້ໆ. ຢູ່ມາບໍ່ດົນ, ເມຍນ້ອຍກໍ່ຕັ້ງຄັນ. ລາວຈິ່ງຟ້າວໄປບອກເມຍຫຼວງ. ເມຍຫຼວງໄດ້ຍິນຂ່າວແນວນັ້ນກໍ່ຕົກໃຈ ແລະ ຢ້ານລື່ນ ອິດສາເມຍນ້ອຍ ຈິ່ງວາງອຸບາຍ ເອົາຢາລຸລູກໃຫ້ເມຍນ້ອຍກິນ ໂດຍບອກວ່າເປັນຢາບຳລຸງ. ພາຍຫຼັງກິນຢານັ້ນແລ້ວ, ເມຍນ້ອຍກໍ່ລຸລູກ. ຕໍ່ມາເມື່ອເມຍນ້ອຍຕັ່ງຄັນອີກ, ກໍ່ໄປບອກເມຍຫຼວງໃຫ້ຮູ້. ນາງເມຍຫຼວງກໍ່ວາງຢາຈົນລຸລູກອີກຄັ້ງ. ຈົນຮອດຄັ້ງທີ່ສາມ, ເມຍນ້ອຍບໍ່ບອກ ແຕ່ເມຍຫຼວງຮູ້ ຕອນໃກ້ຈະເກີດ, ນາງຈິງຫາອຸບາຍວາງຢາງອີກ ຈົນເຮັດໃຫ້ທັງແມ່ແລະລູກຕາຍໄປນຳກັນ. ແຕ່ກ່ອນຈະຕາຍ, ເມຍນ້ອຍໄດ້ສາບແຊ່ງ ຂໍຈອງເວນຈອງກຳ ເພື່ອຂ້າລູກຂອງເມຍລູກໃນຊາດຕໍ່ໆໄປ. ພາຍຫຼັງຕາຍແລ້ວ ເມຍນ້ອຍກໍ່ເກີດເປັນແມວທີ່ເຮືອນນັ້ນແລ. ຫຼັງຈາກຮູ້ວ່າເມຍຫຼວງເປັນຄົນວາງຢາຂ້າເມຍນ້ອຍ ແລະ ລູກຂອງຕົນ, ຜູ້ເປັນຜົວແຄ້ນແຮງ ຈິງລົງທັນຂ້ຽນເມຍຫຼວງຈົນຕາຍ ແລະ ໄດ້ເກີດມາເປັນໄກ່ແມ່ຢູ່ເຮືອນນັ້ນອີກ. ເມື່ອເວລາຕໍ່ມາ, ໄກ່ແມ່ຕົວດັ່ງກ່າວອອກໄຂ່ ກຽມຈະຟັກ, ແມວກໍ່ມາລັກກິນໄຂຈົນໝົດ ສອງຄັ້ງ ແລະ ຄັ້ງທີສາມ ແມວກໍ່ກິນທັງໄຂ່ ແລະ ແມ່ໄກ່. ກ່ອນຈະຕາຍແມ່ໄກ່ກໍ່ສາບແຊ່ງຈອງເວນແມວຕົວນັ້ນ. ຈາກນັ້ນ, ໄກ່ແມ່ກໍ່ຕາຍໄປເປັນເສືອ. ສ່ວນແມວກໍ່ຕາຍໄປເປັນກວາງ. ແມ່ກວາງໄດ້ອອກລູກມາສອງຄັ້ງ, ກໍ່ຖືກເສືອເອົາໄປກິນອີກກ ແລະ ຮອດເທື່ອທີ່ສາມເສືອກໍ່ກິນທັງແມ່ທັງລູກ.ຈົນມາຮອດຊາດຕໍ່ມາ, ກວາງໄດ້ເກີດມາເປັນນາງຍັກຂີນີ ແລະ ເສືອໄດ້ເກີດມາເປັນຍິງສາວ. ເມື່ອຍິງສາວນັ້ນໃຫຍ່ກ້າໜ້າບານ ແລະ ແຕ່ງງານ. ເມື່ອເວລາໄດ້ລູກຄົນທຳອິດ ແລ ຄົນທີສອງ ກໍ່ຖືກນາງຍັກ ມາລັກເອົາໄປກິນ. ຈົນຮອດຜູ້ທີສາມ, ນາງຈິງຊວນຜົວໜີໄປເກີດລູກຢູ່ບ່ອນອື່ນ. ເມືອຫຼີກໜີຈາກຍັກໄດ້, ໄປເກີດລູກຈົນໃຫຍ່ຂຶ້ນມາ. ນາງສາວຄົນນັ້ນໄດ້ຊວນຜົວກັບມາຢາມບ້ານ. ພໍມາຮອດກາງທາງຍ້ອນຄວາມອິດເມື່ອຍແລະຮ້ອນ, ສອງຜົວເມຍຈິງຕັດສິນໃຈ ຢຸດຜັກ ແຖວໜອງນ້ຳ ແລະ ຜັດປ່ຽນກັນ ເບິ່ງລູກ ແລະ ອີກຄົນກໍ່ໄປອາບນ້ຳ. ທັນໃດນັ້ນ, ນາງຍັກກໍ່ມາພົບ ສອງຜົວເມຍຈິ່ງຟ້າວຫອບລູກແລ່ນໜີ, ນາງຍັກກໍ່ໄລ່ຕາມ. ທັງສອງຜົວເມຍຈິ່ງແລ່ນເຂົ້າໄປສະຖານທີ່ບຳເພັນທຳ ຂອງພະສຳມາສຳພຸດທະເຈົ້າ. ຍ້ອນອິດທິເດດແຫ່ງພະທຳ, ນາງຍັກຈິ່ງບໍ່ກ້າເຂົ້າຕາມໄປ. ໃນເມື່ອພະພຸດທະເຈົ້າຊົງຮັບຮູ້ເລື່ອງລາວ, ຈິ່ງໄດ້ໃຫ້ພະອານົນ ໄປຮຽກເອີ້ນເອົານາງຍັກເຂົ້າມາ ເພື່ອຈະໄດ້ໃຫ້ທຳເປັນທານ. ພະອົງກ່າວພວກເຈົ້າທັງສອງມີກຳມາແຕ່ຊາດປາງຫຼັງ. ເຈົ້າເຄີຍຂ້າລູກຂອງເຂົ້າມາກ່ອນ ແລະ ຜັດປ່ຽນກັນຂ້າກັນມາໄດ້ສາມສາມຊາດແລ້ວ. ກຳຍ່ອມລະງັບໂດຍການບໍ່ຈອງກຳກັນຕໍ່ໄປ. ແລະ ເມື່ອໄດ້ຮັບຄຳເທດສະໜາຂອງພະພຸດທະເຈົ້າ. ນາງຍັກ ແລະ ຍິງນັ້ນ ຈິ່ງໄດ້ຮັບເອົາຄຳສັງສອນ ແລະ ນຳໄປປະຕິບັດ. ເຊິ່ງສອງຜົວເມຍໄດ້ຕົກລົງສ້າງເຮືອນຫໍຜີ ໃຫ້ກັບນາງຍັກ ຢູ່ທີ່ຖຽງນາຕົນເອງ (ແລະຕໍ່ມາຄົນຮຽກວ່າ ຫໍ່ຜີຕານີ). ເພາະນາງຍັກແມ່ນມີອິດທິລິດ ແລະ ສາມາຮັບຮູ້ເລື່ອງນ້ຳຟ້ານ້ຳຝົນລວງໜ້າ ຈິ່ງໄດ້ຊ່ວຍແຈ້ງໃຫ້ທາງສອງຜົວເມຍຮູ້ວ່າ ເວລາທີປີໃດນ້ຳມາຫຼາຍ ກໍ່ໃຫ້ໄປເຮັດນາທີ່ໂນນ, ເວລາປີໃດນ້ຳຝົນມາໜ້ອຍ ກໍ່ໃຫ້ເຮັດນາເຂດໜອງນ້ຳ. ຈາກການຊ່ວຍເຫຼືອຂອງນາງຍັກ, ຈິງເຮັດໃຫ້ທັງສອງຜົວເມຍ ມີເຂົ້ານ້ຳຫຼາຍໃນແຕ່ລະປີ ແລະ ທັງສອງກໍ່ໄດ້ລ້ຽງດູນາງຍັກ ເປັນຢ່າງດີ. ບັນດາຊາວບ້ານຮູ້ຂ່າວແນວນັ້ນ, ກໍ່ພາກັນມາ ກາບໄຫວ້ບູຊາ ເພື່ອໃຫ້ນາງຍັກຊ່ວຍເລື່ອງນ້ຳຟ້ານ້ຳຝົນ. ໃນເມື່ອຊາວບ້ານຕ່າງກໍ່ໄດ້ຮັບການຊ່ວຍເຫຼືອ ຈາກນາງຍັກ, ຈີ່ງໄດ້ພາກັນ ນ້ຳເອົາເຂົ້າປາອາຫານ ໃສ່ກວາຍມາຖວາຍ ບໍ່ຂາດສາຍ. ເຮັດໃຫ້ນາງຍັກມີເຂົ້າປາອາຫານມາກມາຍໃນແຕ່ລະວັນ, ດັ່ງນັ້ນ, ນາງຍັກຈິ່ງໄດ້ແບ່ງປັນເຂົ້າປາອາຫານ ແລະ ຂອງທານເຫຼົ່ານັ້ນ ແກ່ພະພິກຂຸສົງ ທີ່ກາຍມາບ້ານຂອງນາງຍັກທຸກວັນ. ໂດຍໃຜມາກ່ອນກໍ່ໄດ້ ເຂົ້າປາອາຫານ ຫໍ່ທຳອິດ ແລະ ຕໍ່ໆກັນໄປ. ແລະບາງຄັ້ງ ມີພະພິກຂຸມາຫຼາຍ ນາງຍັກກໍ່ເຮັດ ການຈົກສະຫຼາກມອບເຂົ້າປາອາຫານແລະເຄື່ອງຂອງ ເຫຼົ່ານັ້ນແກ່ພະພິກຂຸສົງທັງຫຼາຍ. ການກະທຳເຊັ່ນນີ້, ຈິ່ງຖືສືບທອດມາເປັນ ບຸນຫໍ່ເຂົ້າສະຫຼາກ ຈົນເທົ້າທຸກວັນນີ້ແລ!


 +ມູນເຫດ ແລະ ຄວາມເປັນມາ (ອີງຕາມບາງເລື່ອງເລົ່າ)

ໃນອະດີດຕະການລ່ວງມາແລ້ວ ໄດ້ມີພຣະພຸດທະເຈົ້າອົງໜຶ່ງຊົງພະນາມວ່າ: ປະທະມຸດຕະຣະ ອາໄສຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂທຈອນທຽວບິນທະບາດ ຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈຢູ່ໃນພະນະຄອນ ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ແຕ່ເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາ ຢູ່ມາວັນໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການລ້ຽງຊີບຄືມີຄວາມຫຍຸ້ງຍາກແທ້? ຄົງຈະເນື່ອງມາຈາກຕົນບໍ່ໄດ້ບໍາເພັນກອງການກຸສົນ ບໍ່ໄດ້ໃຫ້ທານຮັກສາສິນ, ຟັງທັມມະ,ຈະເລີນທັມເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ ຈຶ່ງເປັນຄົນຍາກຈົນເຂັນໃຈໄຮ້ຊັບອັບປັນຍາກໍເລີຍມີຈິດໃຈຢາກສ້າງກຸສົນ, ເຮັດບຸນກິນທານ, ເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີ ເປັນມູນຄ່າແລ້ວ ກໍພາກັນໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງແຕ່ງເຄື່ອງສໍາເລັດແລ້ວ ຈຶ່ງນ້ອມໄປສູ່ພະອາຮາມເຮັດເປັນສະຫຼາກກະພັດທານພ້ອມກັບຊາວບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນ ຈົກສະຫຼາກຖືກ ພຣະພິຂຸສົງໜຶ່ງ ກໍດີໃຈຫຼາຍ ຈຶ່ງໄດ້ນ້ອມເອົາສະຫຼາກກາພັດທານຂອງຕົນໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາດຖະໜາວ່າ:“ເຕຊະບຸນກຸສົນຜົນທານນີ້ຂ້າພະເຈົ້າທັງສອງ ເກີດໃນພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາເໝືອນດັ່ງຊາດນີ້ ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານລາບຍົດສັນລະເສີນສຸກ ແລະມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ”ຕໍ່ມາບໍ່ນານສາມີພັນລະຍາທັງສອງ ກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາ ໃນຊັ້ນດາວະດິງສະຫວັນ ສະເຫວີຍສົມບັດທິບ ອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸດຕິຕາຍຈາກສະຫວັນກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍຣາດຊະສົມບັດ ຢູ່ໃນນະຄອນພຣານະສີມີນາມວ່າ: ພຣະເຈົ້າສັດທາດິດສະ ສະເຫວີຍຣາດຊະສົມບັດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະຄືບຸນກຸສົນຈາກການໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ໄພສານ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ແລະ ຄວາມຈະເລີນ ທັງໃນພົບນີ້ ພົບໜ້າ ແລະ ພົບຕໍ່ໆໄປນັ້ນແລ້ວ.

ການໃຫ້ທານມີອານິສົງ 7 ປະການ ເປັນທີ່ຮັກຂອງຜູ້ຄົນທັງຫຼາຍ1, ເຮັດໃຫ້ຈິດຜ່ອງໃສ1,  ລະຄວາມຕະໜີ່ຂີ້ໜຽວ1, ເປັນການຕໍ່ບຸນໃຫ້ຕົນເອງ1, ເປັນການອຸທິດສ່ວນກຸສົນເຖິງຜູ້ເປັນທີ່ຮັກລ່ວງລັບໄປ1, ເປັນຮັກສາຂະໜົບທຳນຽມປະເພນີຂອງຊາວພຸດ1, ເປັນການສືບຕໍ່ອາຍຸພຸດທະສາສະໜາ1, ການໃຫ້ທານຈະມີອານິສົງໄປໃນທາງມີໂພຄະຊັບ ແລະມີຮູບສົມບັດ ມີບັນທຶກໄວ້ໃນພຣະໄຕຣປີດົກໂດຍເບື້ອງຕົ້ນ ໄດ້ມີ ເທວະດາທູນຖາມພຣະຜູ້ມີພຣະພາກເຈົ້າວ່າ ບຸກຄົນໃຫ້ສິ່ງໃດຊື່ວ່າໃຫ້ກຳລັງ ໃຫ້ສິ່ງໃດຊື່ວ່າໃຫ້ວັນນະ ໃຫ້ສິ່ງໃດຊື່ວ່າໃຫ້ຄວາມສຸກ ໃຫ້ສິ່ງໃດຊື່ວ່າໃຫ້ຈັກຂຸ ແລະບຸກຄົນເຊັ່ນໃດຊື່ວ່າໃຫ້ທຸກສິ່ງທຸກຢ່າງ ພຣະຜູ້ມີພຣະພາກເຈົ້າຊົງຕັດຕອບວ່າ ບຸກຄົນໃຫ້ອາຫານຊື່ວ່າໃຫ້ກຳລັງ ໃຫ້ຜ້າຊື່ວ່າໃຫ້ວັນນະ ໃຫ້ຍານພາຫະນະຊື່ວ່າໃຫ້ຄວາມສຸກ ໃຫ້ປະທີບໂຄມໄຟຊື່ວ່າໃຫ້ຈັກຂຸ ແລະຜູ້ທີ່ໃຫ້ທີ່ພັກອາໄສຊື່ວ່າໃຫ້ທຸກສິ່ງທຸກຢ່າງ ສ່ວນຜູ້ທີ່ພ່ຳສອນພຣະທັມ ຊື່ວ່າໃຫ້ອຳມະຣິຕະທັມ ຜູ້ທີ່ໃຫ້ຂອງທີ່ພໍໃຈຍ່ອມໄດ້ຂອງທີ່ພໍໃຈ. 

ສັປປຸຣິສະທານ ທານຂອງຄົນດີ ພຣະພຸດທະເຈົ້າສອນວ່າທານຂອງຄົນດີມີ 5 ຢ່າງ ຄື ໃຫ້ທານດ້ວຍສັດທາ1, ຈະເປັນຜູ້ມີຮູບສວຍງາມ ນ່າເບິ່ງ ນ່າເລື່ອມໃສ ປະກອບໄປດ້ວຍຜິວພັນທີ່ງົດງາມ. ໃຫ້ທານດ້ວຍຄວາມເຄົາຣົບ1, ຈະເປັນມີບຸຕພັນລະຍາທານມີຈິຕອະນຸເຄາະ1,ມີຈິດໃຈປານີດຂຶ້ນ ໄດ້ຮັບບໍລິໂພກກາມມະຄຸນທີ່ປານີດຍິ່ງຂຶ້ນ. ໃຫ້ທານບໍ່ກະທົບຕົນແລະຜູ້ອື່ນ1,ຈະເປັນຜູ້ມີໂພຄະຊັບທີ່ໝັ້ນຄົງ ບໍ່ມີໄພອັນຕະລາຍທັງປວງ ມາເຮັດອັນຕະລາຍບໍ່ໄດ້..ໆ 

ເອວັງ ກໍ່ມີດ້ວຍປະກາລະຊະນີ້ແລ.

Monday, May 12, 2025

ວັນວິສາຂະບູຊາ


ວັນວິສາຂະບູຊາ ຖືເປັນວັນສໍາຄັນທີ່ສຸດໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ເກີດ 3 ເຫດການອັດສະຈັນທີ່ສໍາຄັນ ກ່ຽວກັບເລື່ອງລາວຊີວິດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ.

ໃນວັນເພັງ ຂຶ້ນ 15 ຄໍ່າ ເດືອນ 6 ເປັນຊ່ວງໄລຍະເວລາທີ່ແຕກຕ່າງກັນ ແລະ ຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ 3 ນັ້ນໄດ້ແກ່:

1. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະສູດ 

ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງນະຄອນກະບິນລະພັດ ຊົງພຣະຄັນຄົບ 10 ເດືອນ ໃກ້ຈະເຖິງເວລາປະສູດຕາມປະເພນີນິຍົມຂອງຄົນອິນເດຍ ໃນສະໄຫມກ່ອນເວລາຈະເກີດລູກຜູ້ຍິງຕ້ອງກັບບ້ານເກີດຂອງຕົນເອງ ເພື່ອໃຫ້ກໍາເນີດບຸດ ໃນຂະນະທີ່ກໍາລັງເດີນທາງກັບບ້ານ ພຣະນາງໄດ້ແວ່ພັກຜ່ອນ ຢູ່ໃຕ້ຮົ່ມຕົ້ນສາລະ ທີ່ສວນລຸມພິນີວັນແລະພຣະນາງໄດ້ປະສູດພຣະໂອຣົດໃນທີ່ນັ້ນ  ກົງກັບວັນເພັງຂຶ້ນ 15 ຄໍ່າເດືອນ 6 ປີ ຈໍ ກ່ອນພຸດທະສັກກະຣາດ 80 ປີ ປະສູດໄດ້ 5 ມື້ ໄດ້ຮັບການຕັ້ງຊື່ວ່າ ສິດທັດຖະ ແປວ່າ ສົມປາດຖະໜາ.

2. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ຕັດສະຮູ້ 

ຫຼັງຈາກອອກບວດໄດ້ 6 ປີ ເມື່ອພະຊົນມາຍຸ 35 ພັນສາ ເຈົ້າຊາຍສິດທັດຖະ ກໍໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຢູ່ທີ່ຮົ່ມຕົ້ນໄມ້ສີມະຫາໂພ ແຄມແມ່ນໍ້າເນຣັນຊະຣາ ເຂດອຸຣຸເວລາເສນານິຄົມ ໃນຕອນເຊົ້າຂອງວັນພຸດ ຂຶ້ນ 15 ຄໍ່າເດືອນ 6 ປີລະກາ ກ່ອນພຸດທະສັກກະຣາດ 45 ປີ ປັດຈຸບັນສະຖານທີ່ແຫ່ງ ນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດຫນຶ່ງຂອງເມືອງຄະຍາ ແຫ່ງຣັດພິຫານ ປະເທດອິນເດຍ.

3. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າ ປະຣິນິບພານ 

ພຣະພຸດທະອົງໄດ້ຕັດສະຮູ້ ແລະສະແດງທັມມະເທສະໜາ ເປັນເວລາ 45 ປີ ຈົນມີພຣະຊົນມາຍຸ 80 ພັນສາ ເຊິ່ງໃນພັນສາສຸດທ້າຍໄດ້ຈໍາພັນສາຢູ່ທີ່ເມືອງກຸສິນາຣາ ພັກທີ່ ສາລະວະໂນທະຍານ ຫຼື ປ່າຕົ້ນສາລະ ເພື່ອສະເດັດດັບຂັນທະປະຣິນິບພານ ກົງກັບວັນອັງຄານຂຶ້ນ 15 ຄ່ຳ ເດືອນ 6 ປີ ມະເສັງ.

Tuesday, April 8, 2025

ວິທີການສົມມາພໍ່ເເມ່









15 ວິທີ ທີ່ຕ້ອງກຽມສົມມາພໍ່ເເມ່ 

2.ປັດໃຈໃຫ້ພໍ່ເເມ່(ຈະໃຫ້ທໍ່ໃດກໍ່ໄດ້)

3.ຊຸດໃໝ່

4.ຊາມໃບໃໝ່ໃສ່ນ້ຳລອຍດອກໄມ້ໃສ່ນ້ຳຫອມ

5.ຜ້າເຊັດມືຜືນໃໝ່

6.ຜ້າຂາວດິບ

7.ຖາດໃສ່ເຄື່ອງ(ວາງທັບດ້ວຍຜ້າຂາວດິບ)

8.ສະຖານພີທີຂໍຂະມາ(ຄວນເປັນບ່ອນເເຈ້ງ)


ວິທີຂໍຂະມາພໍ່ແມ່

1.ກ່ອນເຮັດພິທີຂໍຂະມາພໍ່ແມ່ ໃຫ້ອະທິຖານຈິດບອກສີ່ງສັກສິດຕ່າງໆ

“ອົງພະພຸດທະເຈົ້າ ລູກຊື່… ມື້ນີ້ລູກຕັ້ງໃຈຈະມາຂໍຂະມາ ຂໍອະໂຫສິກຳຈາກພໍ່ແມ່

ຂໍອົງພະພຸດທະເຈົ້າຈົງບັນດານໃຫ້ລູກເຮັດສິ່ງນີ້ໄດ້ສຳເລັດດ້ວຍເຖີ້ນ


2.ໃຫ້ພໍ່ເເມ່ນັ່ງຕັ່ງແລ້ວເຮົານັ່ງພື້ນ ເເລະ ກາບເພີ່ນ 3 ຄັ້ງ


3.ຍົກຕີນຂອບພໍ່ແມ່ມາລ້າງໃນຊາມທີ່ກຽມໄວ້

ໂດຍຂະນະທີ່ລ້າງຢູ່ໃຫ້ກ່າວຂໍຂະມາ

ກຳໃນສີ່ງທີ່ເຄີຍລ່ວງເກີນເພີ່ນທັງໃນອະດີດທີ່ຜ່ານມາແລະໃນອານາຄົດ ທັງກາຍ ໃຈ ວາຈາ ຫຼືສິ່ງທີ່ເຮັດໃຫ້ພໍ່ແມ່ບໍ່ສະບາຍໃຈ

ລູກກາບຂໍອະໂຫສິກຳໃນສິ່ງເຫຼົ່ານັ້ນດ້ວຍ


4.ຫຼັງຈາກລ້າງຕີນເເລ້ວນຳຕີນພໍ່ເເມ່ມາວາງທີ່ຂາຂອງເຮົາກ່ອນ

ແລະອະທິຖານພ້ອມບອກສິ່ງສັກສິດອີກຄັ້ງ


5.ຈາກນັ້ນກົ້ມລົງນຳຕີນເພີ່ນວາງເທີງຫົວຂອງເຮົາ


6.ຫຼັງຈາກນັ້ນນຳພານຂັນຫ້າມອບໃຫ້ເພີ່ນພ້ອມເວົ້າວ່າ

ພໍ່ເເມ່ເອີຍລູກຂໍຂະມາ ຂໍອະໂຫສິກຳ ຂໍຊີວິດໃຫມ່ທີ່ດີໃຫ້ລູກແນ່ເດີ


ກົດແຊຼໄວ້ເລີຍ

ຂໍ້ມູນຈາກພັດພາງາມ

(ຖ້າຈະກອັບປີ້ໄປລົງຕໍ່ຊ່ວຍໃຫ້ເຄດິດເເນ່)

Saturday, April 5, 2025

ການເຖຣາພິເສກ(ຫົດສົງ)ພຣະສົງລາວໃນອະດິດ

 ການເຖຣາພິເສກ(ຫົດສົງ)ຂອງພຣະສົງລາວໃນອະດິດ

       ທີ່ມາຂອງຄຳວ່າສາຍາພຣະສົງລາວ ມະຫາ , ຍາຄູ , ຍາຊາ ຍາທ່ານ ແລະເມື່ອເພິ່ນຊິກມາກໍ່ຈະເອີ້ນວ່າ ຊຽງ,ທິດ,ຈານ ຜູ້ຊາຍທຸກຄົນເມື່ອຄົບອາຍຸ 20 ປີບໍລິບຸນ ຕ້ອງໄດ້ບວດເປັນພຣະ ເພາະມີທຳນຽມປະຕິບັດມາແຕ່ບູຮານ(ວ່າຕ້ອງເປັນຄົນສຸກກ່ອນ) ການບວດໃນພຸທທະສາສະນານີ້ກໍ່ເພື່ອທົດແທນບຸນຄຸນຂອງບິດາມານດາ ແລະເປັນການເຮັດໃຫ້ຕົນເອງທີ່ເປັນຄົນດິບໃຫ້ເປັນຄົນສຸກ ອີກປະການຫນຶ່ງກໍ່ເພື່ອຖະນຸບຳຣຸງພຸທທະສາສະນາ ເມື່ອບວກເປັນພຣະໃຫມ່ ຍັງມີພັນສາຈະເອິ້ນກັນວ່າ ນະວະກະ , ຖ້າບວດໄດ້ 5 ພັນສາຂຶ້ນໄປທີ່ຊາວບ້ານເຫັນວ່າ ພຣະອົງນັ້ນປະຕິບັດດີ ປະຕິບັດຊອບ ກໍ່ຈະເຮັດກອງຫົດໃຫ້ ຂຶ້ນເປັນ ສຳເຣັດ , ຊາ , ຄູ .....  ຫລືເປັນການເຮັດພິທີເຖຣາພິເສກ ສະມານະສັກໃນລະດັບຊາວບ້ານ ໂດຍຜູ້ເຖົ້າຜູ້ແກ່ຕ້ອງພ້ອມໃຈກັນປະຊຸມແລະມີມະຕິ ເປັນການຍົກຍ້ອງ ບໍ່ແມ່ນການເລື່ອນຕຳແຫນ່ງເປັນຄວາມດີງາມທີ່ຊາວບ້ານຍົກໃຫ້ພຣະສົງ 

ກອງຫົດ ແມ່ນມີຄວາມຫມາຍວ່າ ການຫົດນ້ຳ ໂດຍມີພິທີກັມໂດຍການທີ່ຊາວບ້ານຈັດຫາຜ້າໄຕຍ ຈີວອນ ແລະເຄື່ອງອັດຖະບໍຣິຂານ ປ່ຽນຜ້າໃຫ້ພຣະສົງ ຄືການເຮັດພິທີ ທີ່ປະຕິບັດກັບພຣະພຸທທະຮູບໃນປະເພນີສົງການ(ຫົດສົງນ້ຳພຣະພຸທທະຮູບຕາມເຮືອນ ຫລືວັດວາອາຮານຕ່າງໆ) ເຊິ່ງກອງຫົດນີ້ ນິຍົມເຮັດໃນເດືອນເມສາ ຜູ້ໄປຮ່ວມງານຈະໄປສົງນ້ຳພຣະນັ້ນ ຕ້ອງສົງນ້ຳຜ່ານຮາງລິນເຊິ່ງໃຫ້ນ້ຳໄຫລໄປຕາມຮາງທີ່ເຮັດເປັນຮູບພຣະຍານາກ ແລ້ວໄຫລໄປຫົດພຣະສົງ ຫລັງຈາກນັ້ນກໍ່ຈະເອົາປ່ຽນເອົາຜ້າຈີວອນເກົ່າອອກ ປ່ຽນຜ້າໃຫມ່ແທນຜ້າເກົ່າ ຖວາຍເຄື່ອງອັດຖະບໍລິຂານ ແລ້ວຂໍຮັບສິນຮັບພອນຈາກພຣະອົງທີ່ຫົດນັ້ນ ຈຶ່ງຈະຖືວ່າຜ່ານການຫົດແລ້ວ ຫລັງຈາກພຣະສົງອົງຜູ້ທີຖືກຫົດນີ້້ ລາຊິກສາອອກໄປ ກໍ່ຈະເອີ້ນວ່າ ຈານ ນຳຫນ້າຊື່ຜູ້ນັ້ນ

ຖ້າພຣະສົງອົງໃດບໍ່ໄດ້ຜ່ານພິທີການຫົດ ເມື່ອລາຊິກຂາ(ຊິກ)   ອອກໄປແລ້ວຈະເອິ້ນຊາຍຜູ້ນັ້ນວ່າ ທິດ ສ່ວນຈົວ ຫລືສາມະເນນ   ເມື່ອລາຊິກຂາອອກໄປຈະເອີ້ນຊື່ນຳຫນ້າວ່າ ຊຽງ   ແຕ່ພຣະສົງທີ່ໄປເສັງຜ່ານໂຮງຮຽນ ປະຣຽນໄດ້  ແລະບໍ່ໄດ້ຜ່ານການພິທິການຫົດສົງ   ເມື່ອລາຊິກຂາໄປແລ້ວກໍ່ຍັງເອິ້ນຄຳນຳຫນ້າຊື່ຊາຍຜູ້ນັ້ນວ່າ ມະຫາ   ພຣະສົງທີ່ບວກມາໄດ້ 10 ພັນສາຂຶ້ນໄປ ເອີ້ນວ່າ ຍາຄູ ເປັນພຣະສົງອາວຸໂສທີ່ໄປບວດໄດ້ 10 ພັນສາຂຶ້ນໄປ   ແລະເປັນພຣະອຸປັດຊາ ຄືບວດຜູ້ອື່ນໄດ້ ເອີ້ນວ່າ ຍາຊາ

ກອງຫົດ ຈະມີຜ້າໄຕ ຈີວອນ (ຖ້າເປັນຈົວບໍ່ໃສ່ຜາສັງຄາຕິ)   ມີມິດແຖ, ເຂັມແລະດ້າຍ , ມິດຕັດເລັບ , ກົດ, ຜ້າຄາດແອວ ,ຜ້າຫົ່ມ, ເກີບ,   ໄມ້ຄ້ອນເທົ້າ, ຂັນຕາລະບັດ, ມິດ(ຫນິບເປືອກຫາດ), ງ້ຽງ, ຂັ້ນໝາກ, ຫລາບເງິນ,   ເຄື່ອງຍົດ, ທຽນກິ່ງ(ເຮັດຄືກັບຫອກສາມຫງ່າມສຳລັບໄຕ້ຕິດກອງຫົດ) ທຽນນ້ອຍ   (ສຳລັບໄຕ້ຖວາຍພຣະຕອນມາຫົດ ບາສີ 1 ຄູ່ ແລະທຽນເຫລັ້ມບາດ2ຄູ່) ນ້ຳຫອມ 3 ໄຫ

 ການຫົດ ໃຫ້ເຮັດນ້ຳອົບນ້ຳຫອມໃສ່ໄວ້ໄຫ   ແລ້ວເອົາຮາງຫົດມາຕັ້ງໄວ້ ເອົາຕົ້ນກ້ວຍເປັນເສົາ ເອົາໃບຕອງກ້ວຍແລະຫຍ້າແພກມາຮອງ   ຖ້າສູງຈົນຍ່ອນຂາໄດ້ ເອີ້ນວ່າ ບັນລັງສີລາອາດ ຖ້າຕ່ຳກວ່ານັ້ນເອີ້ນວ່າ ຫິນສີລາອາດ   ຕັ້ງໄວ້ໃສ່ໄວ້ກ້ອງປ່ອງນ້ຳຫົດສົງ ເວລາເທນ້ຳໃສ່ໂຮງຫົດ   ນ້ຳຈະໄຫລມາຫົດຜູ້ຮັບການຫົດສົງພໍດີ

ການຫົດຈະເຮັດຕ່າງຫາກກໍ່ໄດ້   ຫລືຈະຮ່ວມກັບບຸນອື່ນໆກໍ່ໄດ້ ພຣະເຖຣະຜູ້ໃຫຍ່ຈະນຳພາໃນການປະກອບພິທີ ໃຫ້ພຣະຫົດສົງນ້ຳກ່ອນ   ຫລັງຈາກນັ້ນຜູ້ເຖົ້າຜູ້ແກ່ຈະຫົດຕາມລຳດັບ ຈົນໄປຮອດຊາວບ້ານທົ່າວໄປ   ພິທີການຫົດນີ້ສຳຄັນຫລາຍ ເພາະເປັນພິທີກັມການສະຖາປະນາໃຫ້ຜູ້ໄດ້ຮັບຈາກການຫົດສົງນ້ຳນີ້ປ່ຽນຊື່   ເປັນຜູ້ມີຍົດທາງສັງຄົມໄດ້ເມື່ອຫົດສົງແລ້ວ ກໍ່ຈະມີການຖວາຍຜ້າໄຕຈີວອນ ພຣະອົງທີ່ໄດ້ຮັບຜ້າໄຕຈີວອນກໍ່ປ່ຽນຜ້າເກົ່າໃສ່ຜ້າໃຫມ່   ອະທິຖານຜ້າແລະຄອງຜ້າ ປ່ຽນຜ້າທີ່ປຽກອອກ ແລ້ວແລ້ວຊາວບ້ານຈະເອົາຄ້ອງມາຕີ ມັກກະທາຍົກຈະຫິ້ວເຊື້ອກຄ້ອງໄວ້   (ຫາກຄ້ອງໃຫຍ່ ໃຫ້ຈັບເຊື້ອກທີ່ຫ້ອຍແທນ)   ພຣະທີ່ໄດ້ຮັບການຫົດສົງຈະເອົາກ່ຳປັ້ນຕີຈູມຄ້ອງ 3 ຄັ້ງ ແຕ່ລະຄັ້ງທີ່ຕີໃຫ້ບໍລິກັມວ່າ   ‘ ສີຫະທານັງ ນະທັນເຕເຕ ປະຣິສາສຸ ວິສາຣະທາ ‘ ຈາກນັ້ນກໍ່ໄປຮັບສິນ   ແລະຮັບການຖວາຍກອງຫົດທັງຫມົດຈາກຍາດໂຍມ ແລະໃຫ້ພອນ ເປັນອັນຈົບພິທີ.