Monday, February 10, 2020

ນ້ອມມຸທິຕາ​ສັກກາຣະພຣະ​ສັງຄະປາໂມກ​ ແຫ່ງ​ ​ສປປ.​ລາວ

ຂໍ​ນ້ອມ​ມຸທິ​ຕາ​ສັກກາຣະ
ອາຍຸວັທນະມຸງຄຸນມຫາສັງຄາທິບໍດີ​ສັງຄະປາໂມກ 
ແຫ່ງ​ ສປປ.​ລາວ​ 🇱🇦

ພຼະຍອດແກ້ວມະຫາສັງຄະສຸທັມມາທິບໍດີຣັດຕະນະມະຫາສັງຄະປາໂມກ (ຍາທ່ານ ມະຫາງອນ​ ດຳຣົງບຸນ)​ປະທານສູນກາງ​ ອົງການພຸດທະ​ສາສະໜາ​ສຳພັນລາວ​ ຄົບຮອບ​ ໙໐ ປີ​ ໗໐ ພັນສາ​໑໐​ ກຸມພາ​ ໒໐໒໐.

ອາຍຸວັດທະໂກ ທະນະວັດທະໂກ​ ສິຣິວັດທະໂກ​ ຍະສະວັດທະໂກ ພະລະວັດທະໂກ ວັນນະວັດທະໂກ ໂຫຕຸສັບພະທາຯ ຂໍໃຫ້ຍາທ່ານເພີ່ນ​ມີອາຍຸໝັ້ນຍືນຍາວ​ 120​ ວັດສາ​ ມີຄວາມສຸກຄວາມຈະເລີນ​ເປັນຮົ່ມໂພໄຊ​ ຄ້ຳຊູ​ພຸດທະ​ສາສະໜາ​ ໄປຊົ່ວກາລະນານເທີ້ນ..​ໆ​

------------------------------
[ປະຫວັດຫຍໍ້]​


ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ
(ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.


*ຕຳແໜ່ງປັດຈຸບັນ
ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

*ສະຖິດພຳນັກຢູ່
ວັດພຣະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ

*ສະຖານະເດີມ
ສະຖານະເດີມ ມີຊື່ວ່າ ງອນ ນາມສະກຸນ ດຳຣົງບຸນ ເກີດວັນທີ 10 ກຸມພາ ພ.ສ. 2473 (ຄ.ສ. 1930) ທີ່ບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ຖືກຳເນີດໃນຄອບຄົວ ຊົນເຜົ່າລາວຜູ່ໄທ ບິດາຊື່ ເມກ (ເສຍຊີວິດປີ 1942) ມານດາຊື່ ສຸ້ຍ (ເສຍຊີວິດ ປີ 1964) ມີອ້າຍເອື້ອຍນ້ອງ ຮ່ວມແມ່ດຽວກັນ 11 ຄົນ ອ້າຍເອື້ອຍນ້ອງຕ່າງບິດາ 8 ຄົນ ພຣະຍອດແກ້ວ ເປັນບຸດຄົນທີ 2 ຂອງ ຄອບຄົວ ດຳຣົງບຸນ

*ບັນພະຊາ
ໃນປີ ພຣະພຸດທະສັງກາດ 2486 (ຄ.ສ. 1943) ພຣະຍອດແກ້ວ ບັນພະຊາເປັນ ສາມະເນນ ເມື່ອາຍຸ 13 ປີ ໃນມື້ ຂຶ້ນ ຄ່ຳ ເດືອນ 6 ປີ ພ.ສ. 2486 ທີ່ວັດບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍມີ ຍາທ່ານຈີ ກັນຕະສີໂລ ເຈົ້າອະທິການວັດສີພິມພາຣາມ ບ້ານນາກະລາ ເມືອງສອງຄອນ ເປັນພຣະອຸປັດຊາ.​


*ອຸປະສົມບົດ
ພຣະຍອດແກ້ວ ອາຍຸໄດ້ 20 ປີ ກໍໄດ້ເຂົ້າຮັບການອຸປະສົມບົດ ເປັນພຣະພິກຂຸໃນພຣະພຸດທະສາສະໜາ ໃນວັນທີ 14 ມັງກອນ ພຣະພຸດທະສັກກະຣາດ 2493 (ຄ.ສ. 1950) ທີ່ ພັດທະສີມາ ວັດອຸບມຸງ ບ້ານລະຫາໂຄກ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍມີ ທ່ານຕາແສງຈັນ ເປັນເຈົ້າພາບເຈົ້າສັດທາ ອຸປະຖັມການອຸປະສົມບົດ ມີ ຍາທ່ານເຄນ ເຈົ້າຄະນະເມືອງຈຳພອນ ເປັນພຣະອຸປັດຊາ ຍາທ່ານຈີ ກັນຕະສີໂລ ເປັນ ພຣະກັມມະວາຈາເບື້ອງຂວາ ຍາຄູຮຸຍ ເປັນພຣະກັມມະວາຈາເບື້ອງຊ້າຍ ອຸປະສົມບົດສຳເລັດໃນເວລາ 10:34 ນາທີ ມີ ພຣະສົງນັ່ງຫັດຖະບາດ 24 ອົງ

*ວຸດທິການສຶກສາ
ພ.ສ. 2487 (ຄ.ສ. 1944) ສຶກສາອັກສອນທັມ ອັກສອນຂອມໃນໃບລານ ທ່ອງບົດສູດມົນຕ່າງໆ ໃນສະໄໝນັ້ນ ຄືມົນນ້ອຍ ມົນກາງ ມົນເດິກ ພ້ອມດ້ວຍບົດສູດ ທັມມະຈັກ ແລະ ຮຽນລະດັບປະຖົມ ປ 3 ສຳເລັດ
ພ.ສ. 2492 (ຄ.ສ. 1949) ຈົບນັກທັມຊັ້ນເອກ ແລະ ພາສາຝຣັ່ງເສດ
ພ.ສ. 2500 (ຄ.ສ. 1957) ຈົບການສຶກສາອຸດົມຊັ້ນຕີ ແລະ ມະຫາປະຣຽນ 7 ປະໂຫຍກ
ພ.ສ. 2518 (ຄ.ສ. 1975) ໄດ້ຮັບແຕ່ງຕັ້ງເປັນ ກັມມະການສູນກາງອົງການພຸດທະສາສະໜາສັມພັນ ຂອງ ສປປ ລາວ.
ພ.ສ. 2521-2550 (ຄ.ສ. 1978-2007) ໄດ່ຮັບການແຕ່ງຕັ້ງເປັນ ປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ ທັງເປັນກັມມະການ ສູນກາງ ອພສ ແລະ ຄະນະກັມມະການສູນກາງແນວລາວສ້າງຊາດ.
ພ.ສ.2554 (ຄ.ສ.2011) ໄດ້ຮັບການແຕ່່ງຕັ້ງໃຫ້ເປັນ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນລາວ ອົງທີ 1 ແລະຮັບຜິດຊອບທັງໝົດ 5 ແຂວງພາກໃຕ້
ພ.ສ. 2558 (2015) ວັນທີ 17 ທັນວາ 2015 ໄດ້ຮັບການແຕ່ງຕັ້ງເປັນ ອົງພຣະສັງຄະປະທານາທິບໍດີ ສະກົນມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງທີ 5 ຕາມສຸວັນນະຈາຣຶກວ່າ ອົງພຣະສັງຄະປະທານາທິບໍດີ ປັນຈະສີວິສຸດ ພຸດທະວະຣາງກູນ ວິບູນທັມມະຣັດຕະນະຍານນາຍົກ ຕຣີປິດົກໂກສົນ ດຳຣົງບຸນມະຫາເຖຣະເຈົ້າ ສະກົນມະຫາສັງຄະປາໂມກ.
ພ.ສ. 2562 (ຄ.ສ. 2019) ອີງຕາມທັມມະນູນສົງລາວ ສະບັບເລກທີ 37/ນຍ ລົງວັນທີ 15 ກຸມພາ 2019 ແລະ ອີງຕາມ ມະຕິເປັນເອກະສັນ ຂອງກອງປະຊຸມ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຄັ້ງ ວັນທີ 29 ກໍລະກົດ 2019 ພຣະເດດພຣະຄຸນ ໄດ້ຮັບຂຶ້ນເປັນ ພຣະຍອດແກ້ວ ຕາມສຸວັນນະຈາຣຶກວ່າ:
“ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ ປັນຈະສີວິສຸດອຸດຕະມະໂພທິຄຸນ ວິບູນທັມມະ ຣັດຕະນະຍານນາຍົກ ຕຣີປິດົກໂກສົນວິລາດ ພຸດທະບໍຣິສັດຄາຣະວະສະຖານ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ”. 

*ຜົນງານທາງດ້ານໜັງສື
#ຄວາມຈະເຣີນແບບພຸດ
#ພຣະໂອວາດທັມຂອງພໍ່ທ່ານ
#ຮັກສາທັມຄືການຮັກສາໂລກ
#ໜັງສືເທສະໜາສະຫຼອງ 50 ກັນ
ທັມມະໄຊຊະນະຂອງພຣະພຸດທະເຈົ້າ

ທີ່ມາ: http://insidelaos.com/2019/11/04/16877/

Bounthavee PHADUANGDETH: ທິດທັງຫົກ(6) ໃນຄໍາສອນຂອງພຸດທະສາສນາໝາຍເຖິງຫັຍງ? ແລະ...

ທິດທັງຫົກ(6) ໃນຄໍາສອນຂອງພຸດທະສາສນາໝາຍເຖິງຫັຍງ? ແລະ...: ໜັງສື ທິດທັງຫົກ(6) ເປັນໜັງສືທັມມະເຫຼັ້ມທໍາອິດໃນຊີວິດ ທີ່ອັດຕະມາ ໄດ້ອ່ານຕັ້ງແຕ່ບວດ ເປັນຈົວນ້ອຍໆ ແລະ ຈົນປັດຈຸບັນກະຍັງຈື່ມາຕລອດ ເຖິງວ່າຈະບໍ່ຈ...

Wednesday, January 15, 2020

ປະກິນນະ​ກະ​ທັມ



ປະກິນນະ​ກະ​ທັມ
-------------------------
ນິວອນ 5 ​ແລະ​ຂ້າ​ເສິກ​ທາງ​ອ້ອມ: ນິວະຣະນະ​ທັມ 5 ປະການ,
ທັມ​ຝ່າຍ​ຕໍ່າ​ເປັນ​ອຸປະສັກ​ຂັດຂວາງ​ການ​ປະກອບ​ຄວາມ​ດີ​ມີ​ຄື :

1.  ກາມະ​ສັນທະ ຄວາມ​ພໍ​ໃຈ​ເກາະ​ຫ້ອຍ​ຍິນ​ດີ​ນຳ​ວັດ​ຖູ​ກາມກ່ອນ​ຈະ​ຍິນ​ດີ​ນຳ​ວັດຖຸ​ກາມ​ນັ້ນ​ກໍ່​ອາສັຍ​ກິ​ເລ​ສະກາ​ມ ມີ ຣາຄະ​ເປັນ​ຕົ້ນ​ແລ້ວ​ເກີດ​ຄວາມ​ກຳໜັດ​ຂຶ້ນ​ກັບ​ຈິດ​ກ່ອນ ຄື​ຈິດ​ຫຼົງ​ກຳໜັດ​ຍິນ​ດີ​ຕິດ​ຢູ່​ກັບ​ຮູບ, ສຽງ, ກິ່ນ, ຣົສ,​ ເຄື່ອງ​ສຳຜັດ​ເຢັນ​ຮ້ອນ​ອ່ອນ​ແຂງ, ທັມມາ ຣົມ​ເກີດ​ກັບ​ໃຈ​ເປັນ​ໄປ​ໃນ​ຝ່າຍ​ກຸສົນ​ກໍ່​ມີ​ຫຼື​ອະກຸສົນ​ກໍ່​ມີ ອັນ​ນີ້​ເອີ້ນ​ວ່າ​ ກາມະ​ສັນທະ​ນິວອນ
――――――――――――――――――――
(ກ)ວັດຖຸກາມ ສິ່ງ​ທີ່​ມີ​ວິນ​ຍານ​ແລະ​ບໍ່​ມີ​ວິນ​ຍານ​ອັນ​ເປັນ​ເຫດ​ໃຫ້​ຈິດ​ຫຼົງ​ເກາະ​ຫ້ອຍ​ຍິນ​ດີ ​ເຊັ່ນ​ຂ້າ​ທາດ​ບໍຣິວານ ສັດລ້ຽງ ​ເງິນ​ຄຳ ບ້ານ​ເຮືອນ ທີ່​ດິນ ຮູບ,ສຽງ,​ກິ່ນ,ຣົສ.  .  .
(ຂ)ກິ​ເລ​ສະກາ​ມ ​ເຄື່ອງ​ຍ້ອມ​ໃຈ​ໃຫ້​ເສົ້າໝອງ​ເປັນ​ທຸກ​ໄດ້​ແກ່ຣາຄະ​ຄວາມ​ກຳໜັດ ​ໂລພະ ອິຈສາ ພໍ​ໃຈ ຍິນ​ດີ .  .  .

    2. ພະຍາ​ປາທະ ຄື ​ຈິດ​ປາຖະໜາ​ໃນ​ຮູບ,ສຽງ, ກິ່ນ, ຣົສ,​ ເຄື່ອງສຳຜັດ, ທັມມາຣົມບໍ່​ໄດ້​ສົມ​ຫວັງ​ແລ້ວ​ກໍ່​ຄຶດ​ປອງ​ຮ້າຍ,ກັ່ນ​ແກ້ງ​ຄົນ​ອື່ນ,ສັດ​ອື່ນ​ທີ່​ຕົນ​ບໍ່​ຖືກ​ໃຈ​ນັ້ນ​ໃຫ້​ເສຽປະ​ໂຫຍ​ດສຸກ. ຈິດ​ພະຍາບາ​ດນີ້​ຈັດ​ເປັນ​ມິ​ຈສາທິຕຖິ (ຄວາມ​ເຫັນ​ຜິດ) ປະ​ເພດ​ໜຶ່ງ ອັນ​ນີ້​ເອີ້ນ​ວ່າ​ ພະຍາ​ປາທະ​ນິວອນ.

  3. ຖີນະ​ມິດ​ທະ​ ຄື​ຈິ​ດງ່ວມ​ເຫງົາ​ຫາວ​ນອນ,ໜັກ​ກາຍ,ໜັກ​ໃຈ ຂີ້ຄ້ານບໍ່​ຍິນ​ດີ​ໃນ​ວຽກ​ການ​ງານ ​ເມື່ອ​ກຸ້ມ​ກວມ​ຈິດ​ໃຈ​ເຂົ້າ​ແລ້ວ​ກໍ່​ບໍ່​ປະກອບ​ຄຸນງາມຄວາມດີ​ໃຫ້​ເກີດ​ຂຶ້ນ​ໄດ້ ອັນ​ນີ້​ເອີ້ນ​ວ່າ ຖີນະ​ມິດ​ທະ​ນິວອນ ຯ

   4. ອຸດ​ທັດ​ຈະ ກຸກ​ກຸດ​ຈະ ຄື​ຄວາມ​ບໍ່​ສະ​ງົບ​ສ່ວນ​ຈິດ ຟົ້ງ​ຊວ່ານ-​ລຳ​ຄານ​ໃຈ ​ແລ່ນ​ໄປ​ສູ່​ອາຣົມພາຍ​ນອກ​ຄື​ບໍ່​ຮູ້​ຕາມ​ຄວາມ​ເປັນ​ຈິງ​ຂອງ​ອາຍະຕະນະ​ທັງ​ພາຍ​ໃນ​ແລະ​ພາຍ​ນອກ ບໍ່​ຮູ້​ຂົ່ມ​ຈິດ​ຂອງ​ຕົນ​ໃຫ້​ຕັ້ງໝັ້ນຢູ່​ກັບ​ກັມ​ມັຕ​ຖານ​ແຫ່ງ​ຕົນ, ຈິດ​ຈຶ່ງ​ຄວ່າ​ໄປ​ຕາມ​ອາຣົມຕ່າງໆ.ຈິດ​ດວງ​ນີ້​ຕິດ​ມາ​ຈາກກາມ ສັນ​ທະ ຄື​ເກີດ​ຈາກ​ຄວາມ​ຢາກ​ໄດ້​ກໍ່​ມີ ບໍ່​ຢາກ​ໄດ້​ກໍ່​ມີ ​ເມື່ອ​ໄດ້​ສົມ​ຫວັງ ຫຼື​ບໍ່​ໄດ້​ສົມ​ຫວັງ​ມັນ​ກໍ່​ຟົ້ງຊວ່ານ​ລຳ​ຄານ​ໃຈ​ເລື້ອຍ​ໄປ ອັນ​ນີ້​ເອີ້ນ​ວ່າ ອຸດ​ທັດ​ຈະ ກຸກ​ກຸດ​ຈະ​ນິວອນຯ

5.ວິຈິກິ​ຈສາ ຄື​ຈິດ​ລັ່ງ​ເລ​ສົງ​ໄສ​ບໍ່​ແນ່​ໃຈ​ໃນ​ສິ່ງ​ທັງ​ປວງ ບໍ່​ຕັດ​ສີນ​ໃຈ​ໄດ້​ວ່າ​ສິ່ງ​ໃດ​ຜິດ ສິ່ງ​ໃດ​ຖືກ ​ເປັນ​ຕົ້ນ​ແມ່ນ​ເຫັນ​ຜິດ​ເປັນ ຖືກ ​ເຫັນ​ຖທກ​ເປັນ​ຜິດ ອັນ​ນີ້​ເອີ້ນ​ວ່າ ວິຈິກິ​ຈສາ​ນິວອນ.
   ​
     ເມື່ອ​ນິວອນ ຂໍ້​ໃດ​ຂໍ້​ໜຶ່ງ​ໃນ​ຈຳນວນ​ນີ້​ຫາກ​ເກີດ​ຂຶ້ນ​ແລ້ວ​ກໍ່​ເປັນ​ເຫດ​ບໍ່​ໃຫ້​ສຳ​ເຣັດສະມາທິ​ໄດ້ ຈຶ່ງ​ຕ້ອງ​ແກ້​ດ້ວຍ​ອຸບາຍ​ຕ່າງໆ​ຕໍ່​ໄປ​ຕາມ​ຄວນ .

ອຸບາຍ​ແກ້​ນິວອນ

1. ກາມະ​ສັນທະ ​ເກີດ​ຈາກ​ສຸພະນິມິດ​ມີ​ອາຣົມຕາມ​ເຫັນ​ວ່າ​ງາມ​ໜ້າ​ຮັກ,ໜ້າ​ມັກ,ໜ້າ​ຊົມ,​ເມື່ອ​ເກີດ​ຂຶ້ນ​ແລ້ວ​​ເພື່ອແກ້​ໄຂ​ເພິ່ນ​ແນະນຳ​ໃຫ້​ໃຊ້​ອຸບາຍ 3 ຢ່າງ ຄື : 
(1)​ ເພັ່ງພິຈາຣະນາ​ສິ່ງ​ທີ່​ຊອບ​​ໃຈນັ້ນ​ໃຫ້​ເຫັນ​ເປັນ ອະນິດ​ຈັງ,ທຸກຂັງ,ອະນັດຕາ. 
(2) ​ເພັ່ງພິຈາ​ຣະນາ​ລະ​ອຽດລົງ​ໃຫ້​ເຫັນ​ເປັນ​ອະສຸພະ​ນິມິດ ,​ໂສ​ໂຄກ, ​ປະ​ຕິ​ກູນ, ໜ້າ​ຂີ້ດຽດ, ​ຜາງຮ້າຍ,​ ເບື່ຶອ, ຜາງໜ່າຍ .    
(3) ພິຈາຣະນາ​ລະອຽດ​ເລິກ​ລົງ​ ຈົນ​ເກີດ​ປັນຍາ​ເຫັນ​ແຈ້ງ​ຕາມ​ຄວາມ​ເປັນ​ຈິງ​ຄື ​ຮູ​ປກາຍ​ນີ້​ເປັນ​ພຽງທາດ 4 ​ເຕົ້າ​ໂຮມ ປະຊຸມ​ກັນ​ເຂົ້າ ມີ​ຈິ​ຕວິນ​ຍານ​ຫຼົງ​ເຂົ້າ​ໄປ​ຢຶດຄອງ​ອາສັຍ​ຢູ່​ຊົ່ວຄາວ​ເທົ່າ​ນັ້ນ.​ໃນ​ກາຍ​ນີ້​ເປັນ​ບ່ອນ​ສະ​ສົມ​ຂອງ​ບໍ່​ສະອາດ​ມີ​ປະການ​ຕ່າງໆ​ແລະ​ໂຣຄາ​ພາດ(ຄວາມ​ເຈັບ​ປວດ)ທຸກຂະ​ພັຍ​ມີ​ຢູ່​ທຸກ​ສ່ວນ​ໃນ​ກາຍ​ນີ້ ບໍ່​ຄວນ​ຫຼົງ​ເຂົ້າ​ໄປ​ຢຶດໝັ້ນສຳຄັນ​ຜິດ ​ໃຫ້​ເປັນ​ທີ່​ຕັ້ງ​ແຫ່ງ​ຄວາມ​ພໍ​ໃຈ​ຍິນ​ດີ ມີ​ສັນດານ​ອັນ​ຕັນຫາ​ແລະ​ທິດ​ຖິອາສັຍ​ຢູ່​ດ້ວຍ.

2. ພະຍາ​ປາທະ ​ເກີດ​ຈາກ​ສະຕິ​ອ່ອນ ມີ​ປະຕິ​ຄະ​ນິມິດ​ຕາ​ໂປ​ນິ​ໂສ​ມະນະ​ສິການ ຄື​ການ​ນຶກຄຶດ​ໂດຍ​ປາສະຈາກ​ອຸບາຍ​ລະ ອຽດ​ໃນ​ສິ່ງ​ກະທົບ​ໃຈ​ຕົນຈຶ່ງ​ເກີດ​ໂກທະ​ແລ້ວ​ຜູກ​ໂກດ​ບໍ່​ແລ້ວ​ບໍ່​ລືມ ຮຸ່ມ​ຮ້ອນ​ຫວັງ​ແກ້​ຄືນ​ແກ້​ແຄ້ນ​ໃນ​ສິ່ງ​ທີ່​ບໍ່ພໍ​ໃຈນັ້ນຄວນ​ໃຊ້​ອຸບາຍຣະງັບ​ດ່ັງ​ຕໍ່​ໄປ​ນີ້ :
ກ.ຈະ​ເຣີນ​ເມ​ຕຕາສະ​ເພາະ​ຫຼື​ທົ່ວໆ​ໄປ​ບໍ່​ເຈາະ​ຈົງ ​ແຕ່​ມີ​ຂໍ້​ຫ້າມ​ແຜ່​ໄປ​ໃນ​ບຸກຄົນ​ເພດ​ກົງກັນຂ້າມ ​ເພື່ອ​ປ້ອງ​ກັນ​ຈ້ດກຳ​ເຣີບ​ໄປ​ທາງຣາຄະ​ຕັນຫາ.
ຂ.ພິຈາຣະນາກ​ົດ​ແຫ່ງ​ກັມ ​ເພັ່ງ​ໂທດ​ຕົນ​ເອງ ບໍ່​ເພັ່ງ​ໂທດ​ຄົນ​ອື່ນ ຖື​ວ່າ​ເປັນ​ກັມ​ສ່ວນ​ຕົນ​ເອງ.
ຄ.ພິຈາຣະນາ​ຫຼາຍ​ຂຶ້ນ ລະອຽດ​ເຂົ້າ​ໄປ​ໃນ​ອຸບາຍ​ນັ້ນໆ.
ງ.ຄົບ​ຫາ​ແຕ່​ຄົນ​ດີ​ມີ​ເມດ​ຕາ.
ຈ.ສຶກສາ​ແລະ​ປາຣ​ົບ​ແຕ່​ເຫຼື້ອງ​ເມດ​ຕາ​ພາວະນາ​ສ້າງ​ກຸສົລ
ຈິຕ​ໃຫ້​ມາກ​ຫຼ​າຍ.
ສ.ຕ້ັງສັດຈະຈະ​ເພັ່ງສະ​ເພາະ​ທີ່​ໃຈ​ຕົນ​ເອງ​ວ່າ​ເຮາ​ຈະ​ຕ້ອງ​ຂົ່ມ​ພະຍາບາດ​ຊຶ່ງ​ເກີດ​ທີ່​ໃຈ​ນີ້​ແລະ​ກໍ່​ຈະ​ຕ້ອງ​ແກ້​ທີ່​ໃຈ​ນີ້​ ຖື​ຄວາມ​ເຫັນ​ວ່າ​ເປັນ​ໂທດ​ຂອງ​ຕົນ​ເອງ.

3. ຖີນະ​ມິດ​ທະ ຄວາມ​ໜັກ​ກາຍ ໜັກ​ໃຈ​ເກີດ​ຈາກ​ຄວາມ​ຂີ້ຄ້ານ​ບໍ່​ກ້າ​ຕໍ່​ຄວາມພຽນ,ບໍ່​ຍິນ​ດີ​ຕໍ່​ການ​ງານ,ຖີນະ​ມິດ​ທະ​ນີ້​ເຫດ​ຈະລະ​ໄດ້​ເດັດ​ຊາດ​ກໍ່​ຕໍ່​ເມື່ອ​ສຳ​ເຣັດ​ເປັນ​ພຣະອໍຣະຫັນ ​ແຕ່​ກໍ່​ຕ້ອງ​ພຽນ​ລະ​ແຕ່​ຄັ້ງ​ປຸຖຸຊົນ​ເປັນ​ຕົ້ນ​ໄປ ຄື :
ກ) ຮູ້​ປະຣິມານ​ໃນ​ການ​ບໍຣິ​ໂພ​ກອາຫານ ບໍ່​ກິນ​ຈຸກ ກິນ​ຈິກ ​ແລະ​ບໍ່​ໃຫ້​ໜັກ​ທ້ອງ .
ຂ) ປ່ຽນ​ອິຣິຍາ​ບົດ​ສະ​ເໝີ​ໄປ ຫຼື​ໝັ່ນ​ປ່ຽນ​ອິຣິຍາ​ບົດ ຯ
ຄ) ນຶກ​ເຖິງ​ແສງ​ສະຫວ່າງ​​ເປັນຕົ້ນ​ເບິ່ງ​ແສງ​ໄຟ ​ເດືອນ ດາວ
ງ) ຢູ່​ໃນ​ບ່ອນ​ທີ່​ໂລ່ງ​ແຈ້ງລົມ​ພັດ​ເຢັນ​ສະບາຍ​ໃຈ,ຢູ່​ໄກ​ໝູ່​ບ້ານ​ໂດດດ່ຽວ .
ຈ) ພົບ​ເພື່ອນ​ພຣົມມະ​ຈັນ​ທີ່​ດີ ບໍ່​ຄ້ານ ບໍ່​ງ່ວງ​ເຫງົາ​ຫຼື​ຜູ້​ທີ່​ມີ​ຊານ​ຈິດ​ຍິ່ງ​ດີ ຯ
ສ) ສົນທະນາ​ແຕ່​ທັມ​ທີ່​ສະບາຍ ​ເປັນ​ຕົ້ນ​ການ​ເດີນ​ທຸດົງ ຯ
ຊ) ຝັກ​ໄຝ່​ໃນ​ທາດ​ແຫ່ງ​ຄວາ​ມພຽນ ອົດທົນ ຂະຫຍັນ​ເພື່ອ​ຄວາມ​ສຳ​ເຣັດ ຯ

4. ອຸດ​ທັດ​ຈະ​ກຸກ​ກຸດ​ຈະ ​ເຫດ​ເກີດ​ຈາກ​ຈິດ​ທີ່​ບໍ່​ສະ​ງົບ​ເພາະ​ບໍ່​ສັນ​ໂດດ(ບໍ່​ຮູ້​ຄວາມ​ພໍດີ)ຈິດ​ຈຶ່ງ​ຝັ່ນ​ເຟືອນ​ສັ່ນ​ສາຍ​ໄປ​ຕາມ​ອຳນາດ​ແຫ່ງ​ຕັນຫາ ບໍ່​ມີ​ທີ່​ສີ້​ນສຸດ ຯ
     ອຸດ​ທັດ​ຈະ : ຄວາມ​ຟົ້ງ​ຊວ່ານ
     ກຸກ​ກຸດ​ຈະ : ຄວາມ​ລຳ​ຄານ​ໃຈ ທັງ​ສອງ​ນີ້​ຈະລະ​ຂາດ​ໄດ້​ກໍ່​ຕ້ອງ​ແມ່ນ ອໍຣະຫັດ​ຕະມັຄ ອໍຣະຫັດ​ຕະຜົນ ​ແຕ່​ກໍ່​ຕ້ອງ​ຮຽນ​ລະ​ແຕ່​ປຸຖຸຊົນ​ນີ້​ໄປ ຯ
ກ) ໝັ່ນ​ຮັບ​ຟັງ ​ແລະ​ສິກ​ສາ​ໃຫ້​ຫຼາຍໆ .
ຂ) ໝັ່ນ​ສອບ​ຖາມ​ແລະ​ປະ​ຕີ​ບັດ​ຕາມ​ຜູ້​ເພິ່ນ​ຮູ້ .
ຄ) ສະຫຼາດ ພິຈາຣະນາ ສີ​ລ-ທັມ ທີ່​ຕົນ​ປະຕິບັດ​ຢູ່ .
ງ) ຄົບ​ຫາ​ບັນດິດ​ຜູ້​ມີ​ວິຊຊາ ຈະຣິຍະ​ອັນ​ດີງາມ .
ຈ) ງົດ​ເວັ້ນຄົບ​ມິດ​ທີ່​ຂາດ​ສີ​ລ-ທັມ ດີງາມ .
ສ) ຮູ້ຈັກ​ສົນທະນາ​ສະ​ເພາະ​ເຫຼື້ອງ​ທີ່​ຄວນ ຫຼື​ບໍ່​ຄວນ​ແລະ​ຢ່າ​ເປັນ​ຄົນ​ມັກ​ປາກ​ຫຼາຍ .

5.  ວິຈິກິຈສາ ​ເກີດ​ຈາກ​ການ​ບໍ່​ຝັກ​ໄຝ່​ໃຈ​ພິຈາຣະນາ​ດ້ວຍ​ດີ.ການ​ຈະລະ​ຂາດ​ໄດ້ ຕ້ອງ​ຂັ້ນ​ໂສດາ​ປັຕຕິ​ມັຄ ​ໂສດາ​ປັຕຕິ​ຜົລ ​ແຕ່​ກໍ່​ຕ້ອງ​ພຽນ​ລະ​ແຕ່​ຄັ້ງປຸຖຸຊົນ​ນີ້​ໄປ.
ກ) ສຶກສາ​ຫາ​ຮູ້​ໃຫ້​ມາກ​ຫຼາຍ
ຂ) ໝັ່ນ​ຖາມ​ທ່ານ​ຜູ້​ຮູ້ ຜູ້​ຊຳນານ .
ຄ) ພິຈາຣະນາ ການ​ປະຕິບັດ​ສີ​ລ-ທັມ​ຂອງ​ຕົນ​ໃຫ້​ຊຳນານ.
ງ) ​ເປັນ​ຜູ້​ມີ​ສັດທາ​ເຊື່ອໝັ້ນ​ໃນ​ທາງ​ດີ .
ຈ) ຄົບ​ແຕ່​ຄົນ​ດີ ມີ​ສີ​ລ-ທັມ​ແລະ​ປັນຍາ​ຖືກ​ແບບ.
ສ) ສົນທະນາ​ແຕ່​ເຫຼື້ອງ​ທີ່​ເຮັດ​ໃຫ້​ສະບາຍ​ໃຈ ​ເປັນ​ຕົ້ນ​ການ​ວິຈານ​ເຖິງ​ພຸດທະຄຸນ ຯ

       ນິວອນ 5 ນີ້​ຖ້າ​ເພັ່ງການ​ຕົນ​ຈົນ​ເຫັນ​ແຈ້ງ​ແລ້ວ ນິ ວອນ​ນັ້ນຍ່ອມ​ດັບ​​ໄປ ​ເພາະ​ນິວອນ​ເກີດ​ຂຶ້ນ​ທີ່​ກາຍ ທີ່​ໃຈ ,​ເກີດ​ບ່ອນ​ໃດ​ຕ້ອງ​ດັບ​ຢູ່​ບ່ອນ​ນັ້ນ.ນິວອນ 5 ​ເປັນ​ກິ​ເລດ​ຊັ້ນກາງ ຣະງັບ​ໄດ້​ຈື່ງ​ຈະຕັ້ງໝັ້ນ​ເປັນ​ສະມາທິ​ໄດ້ ​ເພາະ​ມັນ​ເປັນ​ຂ້າ​ເສິກ​ໂດຍ​ກົງ​ຂອງ​ສະມາທິ ອີກ​ສ່ວນ​ຂ້າ​ເສິກ​ທາງ​ອ້ອມ​ໄດ້​ແກ່ ປີ​ຕິ 5 ປະການ 1 ບໍຣິກັມ​ພາວະນາ 1 ອຸ​ຄຄະ​ຫະນິມິດ 1

---------------------------------------------------------------------
ຈາກ​ປຶ້ມ​ບັນທຶກ ຂອງ ສາທຸ​ພໍ່​ສີ​ສຸພັນ ສິຣິສຸວັນ​ໂນ (ວີຣະຈີ​ຕ) 
​ໃນ​ຄາວ​ທີ່​ເພິ່ນ​ມາ​ຈຳ​ພັນ​ສາ​ທີ່​ວັດ​ພູ​ຄວາຍ ​ໂພຄາຣາມ ສາທຸໃຫຍ່ ຈັນທະລິນ ຈິນນະທັມໂມ ເຈົ້າອະທິການວັດພູຄວາຍໂພຄາຣາມ ນະຄອນ-ຫຼວງພະບາງ
ຈັດພິມໂດຍ ສາທຸ ສົມສັກ ສະມະຈິດໂຕ ວັດປ່າໄຜ່ ມີໄຊຍາຣາມ
15/01/2010