Wednesday, August 14, 2024
Tuesday, August 13, 2024
ເກັດປະຫວັດສາດ...! " ຄົນໄຕລື້ຈາກສິບສອງປັນນາ ສູ່ດິນແດນລາວລ້ານຊ້າງ "
ເກັດປະຫວັດສາດ...!
" ຄົນໄຕລື້ຈາກສິບສອງປັນນາ ສູ່ດິນແດນລາວລ້ານຊ້າງ "
ຕະຫຼອດໄລຍະເວລາ 800 ປີ ຜ່ານມາ ແລະ ເຫດການຄວາມບໍ່ສະຫງົບທາງການເມືອງ ຈຳຕ້ອງເຮັດໃຫ້ປະຊາຊົນລື້ທັງຫລາຍ ຕ້ອງແຕກກະຈາຍໄປອາໄສຕາມບ້ານ ຕາມເມືອງ ແລະ ແຂວງຕ່າງໆ ທາງພາກເໜືອຂອງປະເທດລາວ ໃນປັດຈຸບັນ.
ເມື່ອອະດີດດົນນານມາແລ້ວ ຕາມປູ່ຍ່າຕານາຍ ພໍ່ແມ່ເຖົ້າແກ່ເລົ່າສູ່ລູກຫຼານຟັງວ່າ : ເຜົ່າລື້ ຢູ່ສິບສອງປັນນາ ພຸ້ນ ປັດຈຸບັນແມ່ນ ແຂວງຢູນານ ຫຼື ຍິນນານ ຄຸນມິ່ງ ຂອງປະເທດ ສ.ປ ຈີນ. ເວລານັ້ນ ຝົນຟ້າອາກາດ ບໍ່ສະດວກ ມີໄພທຳມະຊາດ ແລະ ໄພແຫ້ງແລ້ງ ເຂົ້າຂາດນາ ປາຂາດນ້ຳ ເຮັດໃຫ້ການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນລຳບາກ ແລະ ຝຶດເຄືອງຫຼາຍ ພ້ອມມີສົ່ງຄາມແດ່ ປະຊາຊົນຈຶ່ງພາກັນອົບພະຍົບໜີມາຈາກທ້ອງຖິ່ນເດີມຂອງຕົນ ເພື່ອຈະໄປເພິ່ງບຸນບາລະມີຂອງພຣະເຈົ້າແຜ່ນດິນລາວ ທີຢູ່ທາງໃຕ້.
ໃນ ປີ ຄສ. 1354 ຄາວນັ້ນພຣະເຈົ້າແຜ່ນດິນລາວ ຄື ເຈົ້າຟ້າງຸ່ມ ຢູ່ເມືອງຊຽງທອງ ອະນາຈັກລາວລ້ານຊ້າງ ເພິ່ນຮູ້ຂ່າວດີແລ້ວ ຈຶ່ງສະເດັດຂຶ້ນເມືອຕ້ອນຮັບເອົາຄົນອົບພະຍົບ ເຊິ່ງມີຫຼາຍຊົນເຜົ່າ, ຫຼາຍຕະກຸນ, ຫຼາຍບ້ານຫຼາຍເມືອງ, ມີປະມານແສນຄົນແລ້ວ ໄດ້ຈັດສັນແບ່ງບ່ອນຢູ່ເປັນສອງບ່ອນ ຄື
- ບ່ອນທີ່ໜຶ່ງ ເມືອງວຽງພູຄາ
- ບ່ອນທີ່ສອງ ພູຈອມແຈ້ງ ທັງສອງບ່ອນນີ້ຢູ່ແຂວງຫຼວງນ້ຳທາໃນປັດຈຸບັນ.
ຫຼາຍປີຕໍ່ມາ ປະຊາຊົນເຫຼົ່ານັ້ນ ຈຶ່ງມີຜູ້ອອກເດີນທາງ ເພື່ອຊອກຫາບ່ອນບຸກເບີກ ສະຫຼັບໄຮ່ນາບ່ອນໃໝ່ ຫາບ່ອນດິນຕ່ຳ ນ້ຳໃສ່ ໃນນ້ຳມີປາ ເໝາະແກ່ການເຮັດໄຮ່ເຮັດນາໄດ້. ຈຶ່ງອອກຈາກວຽງພູຄາ ແລະ ພູຈອມແຈ້ງໄປຢູ່ຕາມສາລະທິດຕ່າງໆໃນຂົງເຂດພາກເໜືອຂອງປະເທດລາວໃນປັດຈຸບັນ.
ບາງພວກກໍຂ້າມນ້ຳຂອງໄປທາງເມືອງຊຽງຂອງ, ຊຽງແສນ, ຊຽງຮາຍ, ຊຽງໃໝ່, ແພຼ່, ພະເຍົາ, ລຳພູນ, ລຳປາງ ແລະ ນ່ານ ແລ້ວຕົກຂ້າງຢູ່ທີ່ນັ້ນຈົນເຖີງປັດຈຸບັນ.
ສ່ວນຈຳນວນທີ່ເຫຼືອຢູ່ວຽງພູຄານັ້ນ ການດຳຣົງຊີວິດ ທຳມາຫາກິນຂອງປະຊາຊົນ ມີຄວາມສະດວກສະບາຍດີ ແຕ່ເວລາຕໍ່ມາ ຊົນຊາດພະມ້າ ພັດເຂົ້າມາຂະຫຍາຍອິດທິພົນຕາມອານາເຂດຂອງລາວ ແລະ ສະຫຍາມ. ມີການເກັບພາສີອາກອນ ແລະຂຸດຮີດຜູ້ຄົນ ເຮັດໃຫ້ປະຊາຊົນຕົກຢູ່ຄວາມລຳບາກເດືອດຮ້ອນ. ຍ້ອນໄພສົງຄາມຂອງພະມ້າ ເຮັດໃຫ້ປະຊາຊົນຈຳນວນໜຶ່ງພາກັນຍົກຍ້າຍຄອບຄົວອອກຈາກ ວຽງພູຄາ ຕົກມາຮອດໃນປີ ຄສ.1725 ມີການອົບພະຍົກມາຕັ້ງຖິ່ນຖານຢູ່ ເມືອງແບ່ງ ແຂວງອຸດົມໄຊ ຈົນຮອດປັດຈຸບັນ.
ປະຊາຊົນຢູ່ແບ່ງເຮືອນມາໄດ້ປະມານ 80 ປີ ໃນ ຕົກມາຮອດປີ ຄສ. 1805 ເຈົ້າມະຫາຊີວິດລ້ານຊ້າງຮົ່ມຂາວຫລວງພຣະບາງໃນຕອນນັ້ນ ເພິ່ນໄດ້ມີການຈັດແຈງແບ່ງຄົນທີ່ຢູ່ແບ່ງເຮືອນນັ້ນອອກເປັນຫຼາຍພາກສ່ວນ.
- ພາກສ່ວນທີ່ 1: ໃຫ້ໄປຢູ່ຕາມບໍລິເວນໃກ້ຄຽງ ຄື : ເມືອງແບ່ງ, ເມືອງຮຸນ ແລະ ປາກແບງ ຢູ່ທີ່ນັ້ນຈົນເຖີງທຸກວັນນີ້.
- ພາກສ່ວນທີ່ 2: ສົ່ງໄປຢູ່ນາກາຫຼຸງລອງນ້ຳງາ , ນາຄົກ , ເມືອງງາ ຈົນເຖິງທຸກວັນນີ້.
ທັງສອງພາກສ່ວນນີ້ ປັດຈຸບັນຢູ່ພາຍໃນແຂວງອຸດົມໄຊ.
- ພາກສ່ວນທີ່ 3: ໃຫ້ໄປຢູ່ຂົງເຂດ : ເມືອງຫົງສາ , ເມືອງເງິນໃຕ້ ,ເມືອງປາກຄອບ ເມືອງຊຽງຫອນ, ທີຂຶ້ນກັບແຂວງໄຊຍະບູລີ ຈົນຮອດທຸກວັນນີ້ .
- ພາກສ່ວນທີ່່ 4: ເພີ່ນສົ່ງໄປຢູ່ເຂດ : ລອງນ້ຳບາກ, ເມືອງນ້ຳບາກ , ແຂວງຫຼວງພຣະບາງ ພາກສ່ວນລົງມາຢູ່ແມ່ນ້ຳບາກນີ້ ກໍແບ່ງອອກເປັນ 3 ຈຸ ຄື :
+ ຈຸ 1 ໄປຢູ່ບ້ານໝໍ້ແກ້ງເໝັ້ນ ແມ່ນ້ຳບາກນີ້.
+ ຈຸ 2 ໄປຕັ້ງບ້ານຢູ່ປາກຫ້ວຍລໍ ກ້ອງບ້ານລະຄອນດຽວນີ້.
ທັງສອງຈຸນີ້ ປະຊາຊົນແຕກສະຫລຸຜຸຜ່າຍແຕ່ປາງເສິກຫໍ້ ໃນປີ ຄ.ສ.1888 ຫຼັງຈາກເສິກຫໍ້ສະຫງົບ ກໍ່ບໍ່ກັບບ້ານເດີມ ໄປຢູ່ທິດທາງໃດກໍ່ບໍ່ຮູ້ ? ຫຼື ອາດໄປປົນສົນເພີ່ນບ້ານອື່ນ ເລີຍກາຍເປັນຊົນເຜົ່າບ້ານເພິ່ນ.
+ ຈຸ 3 ຂຶ້ນເມືອຂົງເຂດນ້ຳລາ ຕອນກາງ ເມືອສືບນາຮ່າງຂອງມ້ອຍ.
ແຕ່ຈຸ 3 ນີ້ ກໍ່ແບ່ງອອກເປັນ 2 ໜ່ວຍ ອີກ ຄື :
* ໜ່ວຍທີ່ 1 : ເມື່ອຕັ້ງບ້ານຢູ່ແຄມນ້ຳລາ ມີຊື່ບ້ານວ່າ ນາຍາງເໜືອ.
* ໜ່ວຍທີ່ 2 : ຕັ້ງບ້ານຢູ່ແຄມນ້ຳລາຕອນລຸ່ມເອີ້ນຊື່ວ່າ ນາຍາງໃຕ້.
ເວລານັ້ນ, ສອງບ້ານນີ້ ມີນາຍບ້ານຄົນດຽວກັນຢູ່ທີ່ບ້ານນາຍາງເໜືອ ນາຍາງໃຕ້ມີແຕ່ເຈົ້າຈຸ ຫຼື ຫົວໜ້າໜ່ວຍ.
ເລື່ອງເລົ່າການອົບພະຍົບຂອງຊາວໄຕລື້ ຈາກສິບສອງປັນນາ ຕະຫຼອດໄລຍະເວລາທີ່ຜ່ານມາ ມີເຫດການຕ່າງໆເກີດຂຶ້ນ ແລະປ່ຽນແປງໄປ ເຮັດໃຫ້ປະຊາຊົນລື້ ຕ້ອງແຈກຢາຍກັນຢູ່ຕາມສາລະທິດຕ່າງໆ ກໍຈົບລົງແຕ່ພຽງເທົ່ານີ້.
🌷🌷🌷🌷🌷🌷🌷🌷
ຂໍຂອບໃຈຂອງຂໍ້ມູນ : ພຣະອາຈາຣຍ໌ ຈັນທາ ຈັນທະວັງໂສ, ບ້ານນາຍາງເໜືອ ເມືອງນ້ຳບາກ ແຂວງຫລວງພຣະບາງ, ບັນທຶກໄວ້ເມື່ອ ຂຶ້ນ 6 ຄ່ຳ ເດືອນ 6 ຄສ.1953.
ຮູບພາບຖ່າຍທີ່ໝູ່ບ້ານນາຍາງໃຕ້ ເມື່ອປີ 2018, ບ້ານນາຍາງເໝືອ-ໃຕ້ ໃນປັດຈຸບັນເປັນໝູ່ບ້ານທ່ອງທ່ຽວທາງວັດທະນະທຳ ແລະ ຍັງຄົງຮັກສາເອກະລັກ ໄຕລື້ ໄວ້ຢ່າງສົມບູນ ທ່ານສາມາດທ່ຽວຊົມ, ພັກຄ້າງຄືນແບບ Home Stay ແລະ ສະໜັບສະໜູນຜ້າຝ້າຍຂອງປະຊາຊົນໃນໝູ່ບ້ານໄດ້.
ຮຽບຮຽງນຳສະເໜີໂດຍ : Lue Discovery-ລື້ດິສຄັບເວີຣີ ແລະ ທ່ານ ຫຸມເພັດ ມະນີສຸກ/Art and Culture of Laos
Sunday, August 11, 2024
Thursday, August 8, 2024
ທານະວັດຖຸ 10 ຢ່າງເຫລົ່ານີ້ ຄື: ເຂົ້າ ນໍ້າ ຜ້າ ຍານ ລະບຽບດອກໄມ້ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ພັກອາສັຍ ເຄື່ອງປະທີບ ຯ
1 ຜູ້ໃຫ້ເຂົ້ານໍ້າ ຊື່ວ່າໃຫ້ ກໍາລັງ
2 ຜູ້ໃຫ້ຜ້າ ຊື່ວ່າ ໃຫ້ວັນນະ (ຄວາມງາມ)
3 ຜູ້ໃຫ້ຍານພາຫະນະ ຊື່ວ່າ ໃຫ້ຄວາມສຸກ
4 ຜູ້ໃຫ້ປະທີບ ຊື່ວ່າ ໃຫ້ຈັກຂຸ (ດວງຕາ)
5 ຜູ້ໃຫ້ຂອງທີ່ພໍໃຈ ຍ່ອມໄດ້ຂອງທີ່ພໍໃຈ
6 ຜູ້ໃຫ້ວັດຖຸອັນເລີດ ຍ່ອມໄດ້ວັດຖຸອັນເລີດ
7 ຜູ້ໃຫ້ຂອງທີ່ດີ ຍ່ອມໄດ້ຂອງທີ່ດີ
8 ຜູ້ໃຫ້ຖານະອັນປະເສີດ ຍ່ອມເຂົ້າເຖິງຖານະອັນປະເສີດ
9 ຜູ້ໃຫ້ຂອງທີ່ເລີດ ໃຫ້ຂອງທີ່ດີ ແລະ ໃຫ້ຖານະອັນປະເສີດ
ແມ່ນຜູ້ນັ້ນເກີດໃນທີ່ໃດໆ ຍ່ອມເປັນຜູ້ມີອາຍຸຍືນ ມີຍົສ ໃນທີ່ນັ້ນໆ ຯ