ການບວດ
ຄໍາວ່າ ບວດ ອອກມາຈາກສັບ ບວດ
ໄດ້ແກ່ງົດເວັ້ນສິ່ງທີ່ຄວນເວັ້ນທົ່ວໄປ ຄື
ເວັ້ນຈາກກິດຈະການບ້ານເຮືອນມາພາກພຽນທໍາກິດຂອງພະສາສະໜາ ມີສູດມົນ ພາວະນາເປັນຕົ້ນ.
ການບວດມີ
3 ວິທີຄື: ຖ້າບວດເປັນສາມະເນນ ຊື່ວ່າ ບັນພະຊາ ບວດເປັນພະ
ຊື່ວ່າ ອຸບປະສົມບົດ ມີ 3 ຄື:
ພະພຸດທະເຈົ້າເປັນພະອຸບປັດຊາ ຊົງບວດໃຫ້ດ້ວຍເປັ່ງວາຈາວ່າ
ມາເຖີດພິກສຸທໍາເຮົາກ່າວດີແລ້ວ ທ່ານຈົ່ງປະະພຶດພົມມະຈັນເພື່ອພົ້ນທຸກ ໂດຍຊອບເຖິດ
ຊື່ວ່າ ເອກທິພິກຂຸອຸປະສໍາປະທາ 2 ພະສາວົກເປັນພະອຸປັດຊາບວດ
ໃຫ້ດ້ວຍເປັ່ງວາຈາໃຫ້ວ່າຕາມວ່າ ພຸດທັງສາຣະນັງຄັດສາມິ ທັມມັງ ສະຣະນັງ ຄັດສາມິ ສັງຄັງ
ສະຣະນັງ ຄັດສາມິ ຂ້າພະເຈົ້າຂໍຖືເອົາພະພຸດ ພະທັມ ພະສົງ ເປັນທີ່ເພິ່ງ ຊື່ວ່າ ຕິສະຣະ
ນະຄະມະນູອຸປະສໍາປະທາ 3 ພະສົງເປັນອຸບປັດຊາ
ມີພະສົງຢ່າງນ້ອຍ 5 ຮູບ ເປັນຄະນະ
ໃຫ້ບວດດ້ວຍປະກາດໃຫ້ສົງຮູ້ວ່າຄົນຊື່ນັ້ນຈະຂໍບວດສວດຍັດຕິຄັ້ງໜື່ງ
ແລ້ວປະກາດຂໍອະນຸມັດຕໍ່ສົງເພື່ອຮັບຮູ້ຜູ້ນັ້ນບວດອີກຄັ້ງ 1 ຄັ້ງ, 2ທຄັ້ງ ຫຼື 3 ຄັ້ງ ຊື່ວ່າ ອານຸສາວະນາ ລວດຍັດຕິ 1 ຄັ້ງ ອະນຸສາວະນາ 3 ຄັ້ງ ຊື່ວ່າ ຍັດຕິຈະຕຸດຖະກໍາວາຈາ
ອຸປະສໍາປະທາ ການບວດດ້ວຍຍັດຕິຈະຕຸດຖະກັມຊຶ່ງເປັນວິທີທີ່ບວດຢູ່ທຸກວັນນີ້.
ມູນເຫດຂອງການບວດ: ການບວດຂອງຄົນປາລົບເຫດຕ່າງໆກັນ
ຄົນເຂົ້າບວດເພາະຈະເປັນຊະຣາ ເພາະປ່ວຍ ເພາະບໍ່ມີເງິນ ເພາະບໍ່ມີຍາດ ສ່ວນຄົນເຂົ້າບວດ
ເພາະຫຼຽວເຫັນໂລກວ່າບໍ່ຢັ້ງຢຶນຖາວອນ ບໍ່ມີເຄື່ອງປ້ອງກັນ ບໍ່ມີອັນໃດເປັນຂອງຕົນ
ບໍ່ຮູ້ຈັກອີ່ມ ຈັດເຕັມ ເຊັ່ນພະພຸດທະເຈົ້າ ພະອົງຊົງປາລົບຄວາມແກ່ເຈັບຕາຍ
ຈິ່ງສະເດັດອອກບວດ.
ຄົນທີ່ຄວນໃຫ້ບວດ: ຄືຄົນທີ່ມີອາຍຸສົມຄວນ ມີອາຊີບຊອບທໍາ ແລະ
ຫຼັກຖານດີ ມີຄວາມປະພຶດດີ ບໍ່ຕິດຝິ່ນ ຕິດສຸລາ ເປັນຕົ້ນ ມີຄວາມຮູ້ອ່ານອອກ ແລະ ຂຽນໄດ້
ປາດສະຈາກບັນພະຊາໂທດ ແລະ ມີຮ່າງກາຍສົມບູນ ບໍ່ສະລາທຸບພົນພາບ ຫຼື ພິກົນພິການ
ມີສະນະບໍລິຂານຄົບຖ້ວນຖືກຕ້ອງຕາມພະວິໄນ ກ່າວຄໍາຂໍບວດໄດ້ຖືກຕ້ອງດ້ວຍຕົນເອງ
ບໍ່ເປັນໂລກເຮື້ອນ ບໍ່ມີຝີ ບໍ່ເປັນຂີ້ກາກ ບໍ່ເປັນພະຍາດສະໝອງ ບໍ່ເປັນບ້າໝູ
ບໍ່ເປັນໜີ້ສິນຜູ້ໃດ ບໍ່ແມ່ນຂ້າລາດຊະການລັກບວດ ດັ່ງນີ້ເປັນຕົ້ນ.
ຄົນທີ່ບໍ່ຄວນໃຫ້ບວດ: ຄືຄົນທີ່ມີອາຍຸບໍ່ຄົບ
ຄົນມີຄວາມຜິດຫຼົບໜີອາດຍາແຜ່ນດິນ ຄົນຫຼົບໜີລາດຊະການ ຄົນມີຄະດີຄ້າງໃນສານ
ຄົນເຄີຍຕັດສິນຈໍາຄຸກໂດຍຖານເປັນຮ້າຍສໍາຄັນ ຄົນຖືກຫ້າມອຸປະສົມບົດເດັດຂາດທາງພະສາສະໜາ
ຄົນມີໂລກຕິດຕໍ່ ຄົນມີອະໄວຍະວະພິການໄຮ້ຄວາມສາມາດ
ຈົນບໍ່ສາມາດປະຕິບັດກິດພະສາສະໜາໄດ້ສະດວກ ຄົນທີ່ຈະບວດເຂົາເອີ້ນວ່າ ນາກ.
ຄໍາວ່າ
ນາກ ( ນາຄາ ) : ຕາມຄວາມໝາຍຂອງສັບ ແປວ່າ
ຜູ້ປະເສີດ ຫຼື ຜູ້ບໍ່ທໍາບາບ ເປັນນາມສົມບູນ ເປັນຊື່ຂອງຜູ້ບວດ ມີເລື່ອງເລົ່າໄວ້ວ່າ
ພະຍານາກ ( ນາຄາ ) ແປງເປັນມະນຸດມາບວດໃນພຸດທະສາສະໜາພໍນອນຫຼັບກັບເປັນນາກຕາມເດີມ
ວັນໜື່ງພິກຂຸນໍາເລື່ອງນັ້ນໄປກາບທູນພະພຸດທະເຈົ້າ ພະອົງຕັດຮຽກທ່ານມາຖາມໄດ້ຄວາມວ່າ
ເປັນຈິງ ຈິ່ງສັ່ງໃຫ້ສິກເສຍ ພະຍານາກມີຄວາມຫ່ວງໃນເພດບວດຫຼາຍ ຈິ່ງທູນວ່າ ເຖິງແມ່ນຈະບໍ່ໄດ້ບວດຢູ່ຕໍ່ໄປ
ກໍຂໍຝາກຊື່ໄວ້ຜູ້ໃດຈະບວດຂໍໃຫ້ເອີ້ນຊື່ວ່າ ນາກ ( ນາຄາ ) ຄໍາວ່ານາກ ຈິ່ງເປັນທໍານຽມ
ເອີ້ນຜູ້ບວດສືບມາຈົນທຸກວັນນີ້.
ປະເຄນນາກ ເມື່ອລູກຫຼານ ມີອາຍຸຄົບ ເປັນສາມະເນນ ຫຼື
ພະແລ້ວ ພໍ່ແມ່ນໍາໄປຝາກໄວ້ກັບເຈົ້າວັດກ່ອນບວດປະມານ 1 ເດືອນ ເພື່ອໃຫ້ສຶກສາຮໍ່າຮຽນເລື່ອງຂານນາກ ທໍາພີນທຸ
ອະທິດຖານຜ້າ ທໍາວັດ ສວດມົນ ຮຽນໜັງສືທໍາມະ
ສະນັ້ນຄົນທັງຫຼາຍມັກນໍາລູກຫຼານໄປຝາກກັບເຈົ້າວັດ ເຂົາຈັດດອກໄມ້ທູບທຽນໄປດ້ວຍ
ເມື່ອເຈົ້າວັດຮັບແລ້ວ ພໍ່ແມ່ຕີໂປງ ຫຼື ລະຄັງ ເພື່ອໃຫ້ຊາວບ້ານໄດ້ອະນຸໂມທະນາສາທຸ
ການໃນສຽງຊື່ວ່າ ປະເຄນນາກ.
ປ່ອຍນາກ: ຍັງອີກ 2-3 ວັນ ຈະເຖິງວັນບວດນາກໍາດອກໄມ້ທູບທຽນໄປລາຍາດພີ່ນ້ອງ
ສົມມາລາໂທດຜູ້ຫຼັກຜູ້ໃຫຍ່ ທີ່ເຄົາລົບນັບຖື ແລະ ສັ່ງລາຊູ້ສາວ
ຖ້າມີໜີ້ສິນຕິດຕົວກໍ່ຮີບໃຊ້ແທນເສຍ ເມື່ອບວດແລ້ວຈິດໃຈຈະໄດ້ຜ່ອງໃສ
ບໍ່ມີຄວາມຫ່ວງໃຍກັງວົນ ຈະໄດ້ຕັ້ງຕົນບໍາເພັນສະມະນາທໍາໂດຍເຄັ່ງຄັດ.
ແຫ່ນາກ: ການແຫ່ນາກທໍາກັນຕາມຖານະຂອງເຈົ້າສັດທາ
ມີແຫ່ດ້ວຍຊ້າງ ດ້ວຍລົດ ດ້ວຍມ້າ ເປັນຕົ້ນ ແລະ ແຫ່ຍ່າງທາງຕີນ
ທີ່ແຫ່ດ້ວຍມ້າຄົງຈະແຫ່ເໝືອນດັ່ງພະສີທັດຖະ ເມື່ອອອກບວດ ໄດ້ຂີ່ມ້າຄັນທະກະອອກໄປບວດ
ການແຫ່ນີ້ ຖ້າຕັ້ງກອງບຸນໃນບ້ານ ແຫ່ນາກອອກມາພ້ອມກັບກອງບຸນເລີຍຢ່າງດຽວ
ຖ້າມາຮ່ວມຕັ້ງທີ່ວັດໄດ້ເວລາແລ້ວຕຽມແຫ່ພ້ອມກັນສໍາເລັດແລ້ວຂື້ນເທິງສາລາ ຫຼື
ວ່າຫໍແຈກແລ້ວສູ່ຂວັນນາກເປັນຕົ້ນ.
ສູ່ຂວັນນາກ: ນາກທຸກຕົວຕ້ອງແຕ່ງຕົວໃຫ້ຮຽບຮ້ອຍ ແຖຜົມ
ແຖຄີ້ວ ນຸ່ງຜ້າວາ ຫົ່ມເສື້ອ ຖືຜ້າບ່ຽງຜ້າ ເຂົ້ານັ່ງໃກ້ພາຂວັນ
ພໍ່ແມ່ພີ່ນ້ອງມິດສະຫາຍລ້ອມເປັນວົງ ພາມກໍ່ທໍາພິທີສູ່ຂວັນ ການສູ່ຂວັນເປັນການເຍົ້າໃຈຜູ້ບວດໃຫ້ລື້ນເລີງ
ຍິນດີ ໃນການບວດ
ຜູ້ມີລູກຊາຍໄດ້ບວດໃນພະພຸດທະສາສະໜາຖືກັນວ່າໄດ້ຊ່ວຍພໍ່ແມ່ບໍ່ໃຫ້ຕົກນາລົກ
ສໍາເລັດຄໍາສູ່ຂວັນແລ້ວຜູກແຂນນາກນໍາເຂົ້າໄປໃນສິມເພື່ອບວດຕໍ່ໄປ.
ບວດນາກ: ນາກຈະເຂົ້າໄປໃນສິມ ຕ້ອງມີຜູ້ຈູງ
ພໍ່ຈູງມືຊ້າຍ ແມ່ຈູງມືຂວາ ຖ້າພໍ່ແມ່ບໍ່ມີກໍ່ຍາດພີ່ນ້ອງເປັນຜູ້ຈູງ
ເຖິງສິມແລ້ວໄປຈູດທຽນບູຊາພະ ສໍາເລັດແລ້ວກັບມານັ່ງຕາມເຄີຍ ພໍ່ແມ່ຍິບຜ້າໄຕຣສົ່ງໃຫ້ນາກ
ກ່ອນຈະຮັບຜ້າ ນາກຕ້ອງກາບພໍ່ແມ່ເສຍກ່ອນ
ແລ້ວອູ້ມໄຕຣຜ້າຄູ້ເຂົ່າປະນົມມືເຂົ້າໄປຫາກາງສົງ
ກ່າວຄໍາຂໍບັນພະຊາຕໍ່ພະອຸປັດຊາຍະເມື່ອຂໍບັນພະຊາສໍາເລັດແລ້ວກໍ່ອອກມານຸ່ງຜ້າ ແລ້ວເຂົ້າໄປຂໍສິນ
10 ກັບພະອາຈານເປັນອັນໄດ້ບວດເປັນສາມະເນນແລ້ວ
ຕໍ່ນັ້ນກໍ່ອູ້ມບາດເຂົ້າໄປຫາພະອຸປັດຊາຍະ ຂໍນິດໄສຄືໃຫ້ເປັນທີ່ເພິ່ງ
ທ່ານເອົາບາດຄ້ອງຜູ້ບວດແລ້ວບອກບາດ
ຈີວອນສໍາເລັດແລ້ວບອກຜູ້ບວດໄປຢືນຂ້າງນອກຫ່າງຈາກສົງຕັ້ງແຕ່ 12 ສອກໄປ ພະອາຈານເປັນຜູ້ຄູ່ສູດ
ສົມມຸດຕົນເປັນຜູ້ສອນ ແລະ ຊັບຊ້ອນຕໍ່ຜູ້ບວດຕໍ່ຄະນະສົງ
ແລ້ວອອກໄປຊັກຖາມຜູ້ບວດສໍາເລັດແລ້ວເຂົ້າມາທ່າມກາງສົງຮ້ອງຜູ້ບວດເຂົ້າມາຂໍບວດຕໍ່ສົງ
ພະອຸປັດຊາຍະປາກົດກາງສົງແລ້ວພະອາຈານສູດສົມມຸດຕົນເປັນຜູ້ຖາມແທນສົງ
ເມື່ອຖາມແລ້ວກໍ່ສວດຍັດຕິຈະຕຸດຖາກໍາມະວາຈາເປັນອັນໄດ້ບວດເປັນພະແລ້ວ.
ຮີບໂຮມໂດຍ
ສະມະຈິຕໂຕ ພິກຂຸ
No comments:
Post a Comment