Friday, January 9, 2026
ການປະຣິວາສະກັມ ວັດປ່າໂພນເພົາ ຫລວງພຣະບາງ
ຄວາມເປັນມາຂອງປະເພນີ ການປະຣິວາສະກັມ ວັດປ່າໂພນເພົາ ຫລວງພຣະບາງ ການກຳເນີດຂອງ "ສັນຕິເຈດີ" ຄົນທົ່ວໄປເອີ້ນວ່າ ທາຕຸໂຄ່ງ ແລະປະຫວັດຂອງສາທຸໃຫຍ່ ຊາຍສະມຸດ ໂຊຕິໂກ.
ສາທຸໃຫຍ່ຊາຍສະມຸດ ໂຊຕິໂກ ກຳເນີດເມື່ອວັນພຸດ ແຮມ 9 ຄ່າ ເດືອນຍີ່ ປີຂານ ໃນວັນທີ 26 ມັງກອນ 1927 ເວລາ 20:30 ໂມງ ທີ່ບ້ານອະພັຍ ຕາແສງວິຊຸນ ເມືອງຫລວງພຣະບາງ ແຂວງຫລວງພຣະບາງ ເປັນບຸດຂອງເຈົ້າຊາຍທອງ ແລະເຈົ້າຍິງຄຳຂຳ ມີເຊື້ອເປັນຫລານຂອງເຈົ້າຣາຊະວົງ ( ສີສຸພັນ ) ໂຮງວັງຫລັງ , ແລະເປັນເຫລັນຂອງສົມເດັດພຣະເຈົ້າທິນທະຣະເທພະນິພພາທອນ ( ເຈົ້າມະຫາຊີວິດອຸ່ນຄຳ ) ເຊິ່ງມີພິີ່ນ້ອງຮ່ວມອຸທອນດຽວກັນທັງຫມົດ 4 ຄົນ ຄື :
1. ສາທຸໃຫຍ່ຊາຍສະມຸດ, 2. ເຈົ້າຍິງທອງສີ, 3. ເຈົ້າຍິງທອງວັນ, 4. ເຈົ້າຍິງທອງຈັນ.
ເມື່ອເຕີບໃຫຍ່ຂຶ້ນມາ ໄດ້ຮັບການສຶກສາທີ່ໂຮງຮຽນປະຖົມ ສຳນັກພຣະຣາຊວັງຫລວງພຣະບາງ , ເມື່ອບິດາເດີນທາງໄປຮັບຣາຊະການ ຢູ່ເມືອງປາກລາຍ ກໍ່ຕາມໄປເຂົ້າໂຮງຮຽນຢູ່ກັບພໍ່ ເມື່ອເກີດເຫດການ ໄທເຂົ້າຍຶດຄອງເມືອງປາກລາຍແລ້ວ ຄອບຄົວເພິ່ນກໍ່ເດີນທາງກັບຄືນມາຢູ່ເມືອງຫລວງພຣະບາງ ຈົນຈົບປະຖົມສຶກສາ
ເມື່ອອາຍຸຮອດ 20 ປີ ກໍ່ໄດ້ບວດເປັນພຣະພິກຂຸ ຢູ່ສຳນັກວັດໂພນສັງ ໄດ້ 6 ເດືອນແລ້ວລາສິກຂາລາເພດ ເພື່ອໄປຮັບຣາຊະການຢູ່ກະຊວງໂຍທາ ທີ່ນະຄອນຫລວງວຽງຈັນ.
ຮອດປີ 1957 ເຊິ່ງເປັນປີສະຫລອງ 25 ພຸດທະສັດຕະວັດ ( ປີ ພສ 2500 ພຸດທະຊະຍັນຕີ ) ຈຶ່ງມີສັດທາອອກບວດ ເພື່ອເປັນພຸດທະບູຊາພຣະຣັດຕະນະໄຕ ຈຶ່ງໄດ້ເຮັດເອກະສານຂໍລາພັກວຽກ ອອກບວດ 1 ປີ ໃນເວລານັ້ນເພິ່ນມີອາຍຸໄດ້ 30 ປີ ຈຶ່ງໄດ້ອຸປະສົມບົທ ທີ່ວັດອະພັຍ ໃນວັນທີ 06 ເມສາ 1958 ໂດຍມີສົມເດັດພຣະສັງຄະຣາຊ ທັມມະຍານະ ມະຫາເຖຣະເປັນພຣະອຸປັດຊາ , ສາທຸໃຫຍ່ທອງ ທັມມະທິນໂນ ວັດໝື່ນນາ ເປັນພຣະກັມມະວາຈາຈາຣຍ໌, ສາທຸໃຫຍ່ ອຸ່ນ ອິນທະປັນໂຍ ວັດເຕົາໄຫ ເປັນພຣະອະນຸສາວະນາຈາຣຍ໌ ຫລັງຈາກບວດແລ້ວ ກໍ່ມາຈຳພັນສາຢູ່ວັດຖ້ຳພູສີ ໄດ້ສຶກສາປະຕິບັດສິກຂາວິໄນພໍສົມຄວນແລ້ວ ຈຶ່ງໄດ້ເດີນທາງລົງໄປເຂົ້າປະຕິບັດວິປັດສະນາກັມມັດຖານ ຢູ່ສຳນັກວັດມະຫາ ພຸທທະວົງໂສກປ່າຫລວງ ນະຄອນຫລວງວຽງຈັນ ກັບທ່ານອາຈາຣຍ໌ໃຫຍ່ ມະຫາປານ ອານັນໂທ ພໍຄວນແລ້ວພຣະອາຈາຣຍ໌ໃຫຍ່ມະຫາປານ ກໍ່ໄດ້ສົ່ງໄປອົບຮົມ ວິທີການປະຕິບັດ ວິປັດສະນາທີ່ປະເທດພະມ້າ ແລ້ວກັບມາຊ່ອຍວຽກຢູ່ວັດໂສກປ່າຫລວງ ...
ຫລັງຈາກໄດ້ຮ່ຳຮຽນແລະປະຕິບັດທັມຢ່າງແຮງກ້າ ຈຶ່ງເກີດຄວາມຊາບຊືມ ໃນທັມມະ ແລະປະຕິບັດຢ່າງໜັກແໜ້ນ ແທນທີ່ລາພັກຣາຊະການພຽງປີດຽວ ກໍ່ເລີຍຖືເພດບັນພະຊິດ ສຶບຕໍ່ເລື້ອຍມາ ຈາກນັ້ນຈຶ່ງຂໍລາພຣະອາຈາຣຍ໌ໃຫຍ່ ມະຫາປານ ອານັນໂທ ຂຶ້ນມາຕັ້ງສຳນັກຢູ່ວັດປ່າໂພນເພົາ ເຊິ່ງຕອນນັ້ນເປັນວັດຮ້າງມາໄດ້ຫລາຍປີແລ້ວ ໃນຕອນຕົ້ນ ເພິ່ນໄດ້ກາງຕູບຢູ່ກ້ອງຕົ້ນເພົາ ເມື່ອມີໂອກາດ ກໍ່ໄດ້ເລິ່ມແປງສິມໃຫ້ພໍຢູ່ໄດ້ ຈຶ່ງຍ້າຍເຂົ້າໄປຢູ່ໃນສິມ
ປີຕໍ່ມາ ສາທຸໃຫຍ່ຄຳຈັນທຣ໌ ວັດແສນ ສຸຂາຣາມ ໄດ້ມາຖວາຍກະຖິນ ໃນມື້ 12 ເພັງ ໄດ້ເງິນ 70,000 ກວ່າພັນກີບ ແລ້ວໄປຊື້ເຮືອນຮ້າງຢູ່ບ້ານຜານົມ ມາຕັ້ງເປັນສາລາໂຮງທັມ ແລ້ວໄດ້ມີພຣະສົງ ແລະອອກຕົນຍາດໂຍມ ທີ່ເຫັນເພິ່ນປະຕິບັດດີ-ປະຕິບັດຊອບ ພາກັນມາຮ່ວມປະຕິບັດ ຮ່ວມສ້າງກະດິວິຫານ ຕູບກັມ ຫລາຍໆຢ່າງຂຶ້ນຕື່ມ ...
ສາທຸໃຫຍ່ຊາຍສະມຸດ ມີແນວຄິດຈະສ້າງພຣະທາຕຸ " ສັນຕິເຈດີ " ຈຶ່ງໄດ້ຊັກຊວນອອກຕົນຍາດໂຍມ ຈຶ່ງໄດ້ຂໍອະນຸຍາດທາງຣັຖະບານ ໄດ້ແລ້ວ ຕົກມາຮອດມື້ເພັງ ເດືອນ 6 ປີ ຄສ 1975 ຈຶ່ງໄດ້ນິມົນສົມເດັດພຣະສັງຄະຣາຊ ທັມມະຍານະ ມະຫາເຖຣະເຈົ້າ ມາວາງສິລາຣຶກ ແລ້ວສ້າງຂຶ້ນໃນປີນັ້ນ ຕົກມາຮອດທ້າຍປີປະເທດຊາດຈຶ່ງປົດປ່ອຍ ໃນຕອນນັ້ນ ສາທຸໃຫຍ່ຊາຍສະມຸດ ເພິ່ນໄດ້ຖືກແຕ່ງຕັ້ງໄປປະຈຳຢູ່ນະຄອນຫລວງວຽງຈັນ ໂຄງການກໍ່ສ້າງ ສັນຕິເຈດີ ຈຶ່ງໄດ້ຢຸດລົງຊົ່ວຄາວ ເມື່ອໄດ້ໂອກາດ ເພິ່ນຈຶ່ງຂໍລາມາສຶບຕໍ່ສ້າງພຣະທາຕຸ ຈົນໄດ້ຍົກຍອດເສຕະສັດແລ້ວ .
ປີ ຄສ 1983 ຄະນະສົງໄດ້ນິມົນໃຫ້ ສາທຸໃຫຍ່ຊາຍສະມຸດ ໄປຮ່ວມກອງປະຊຸມຢູ່ນະຄອນຫລວງວຽງຈັນ ເລີຍເກີດເປັນອຳມະພາດຢ່າງຮ້າຍແຮງ ພໍອາການດີຂຶ້ນແລ້ວ ກໍ່ປິ່ນປົວກັນເລື້ອຍມາ ແຂນອີກເບຶ້ອງຫນຶ່ງແມ່ນໃຊ້ການບໍ່ໄດ້ ເຖິງແນວໃດກໍ່ຕາມການສ້າງສາເຈດີສັນຕິ ກໍ່ຍັງສຶບຕໍ່ເລື້ອຍໆ...
ໃນຕອນນັ້ນສາທຸໃຫຍ່ຄຳຈັນທຣ໌ ວັດແສນ ສຸຂາຣາມ ໄດ້ກັບຈາກການໄປຢ້ຽມຢາມຍາດໂຍມ ພີ່ນ້ອງຢູ່ຕ່າງປະເທດມາ ໄດ້ປັດໄຈມາເປັນຈຳນວນເງິນ 6,500 ໂດຣາອາເມລິກາ ແລະຄຳ 2 ບາດ ມາຮ່ວມສ້າງຜາສາດແລະທ້າວທັງ 4 ໃສ່ເຈດີຈົນແລ້ວ ຫລັງຈາກນັ້ນຈຶ່ງໄດ້ເຮັດພິທີບັນຈຸ ພຣະບໍຣົມສາຣິຣິກະທາຕຸ ເຂົ້າບັນຈຸໄວ້ໃນອົງພຣະເຈດີສັນຕິ ໃນມື້ຂຶ້ນ 14 ຄ່ຳ ເດືອນຍີ່ ປີ ຄສ 1985 ໂດຍມີສາທຸໃຫຍ່ ຄຳຈັນທຣ໌ ເປັນປະທານໃນພິທີຄັ້ງນັ້ນ ແຕ່ກໍ່ຍັງມີສິ່ງທີ່ຕ້ອງຄວນເຮັດສຶບຕໍ່ຄື : ປະດັບປະດາຕົບແຕ່ງພາຍໃນພຣະທາຕຸ ໄດ້ແຕ້ມຮູບຊາດົກຕ່າງໆ , ສ້າງທັມມາສເທສະນາຢູ່ຊັ້ນ 3 ແລະທາສີທີ່ຍັງບໍ່ໄດ້ທາ ແບບກໍ່ສ້າງແມ່ນໄດ້ຈາກ ການອອກແບບຂອງທຸລຸງມະນີວົງ ຂັດຕິຍະຣາຊ ທີ່ເພິ່ນເລິ່ມອອກແບບໄວ້ເປັນບ່ອນປະດິດສະຖານພຣະບາງໃນພຣະຣາຊວັງຫລວງພຣະບາງ ແຕ່ກໍ່ບໍ່ໄດ້ນຳໄປໃຊ້ ສາທຸໃຫຍ່ຊາຍສະມຸດຈຶ່ງໄດ້ນຳເອົາແບບດັ່ງກ່າວນີ້ມາສ້າງແທນ ແລະປັບປຸງບາງຢ່າງໃຫ້ແທດເໝາະກັບການຈະເຮັດເປັນທາຕຸໂຄ່ງ ດັ່ງທີ່ເຮົາເຫັນທຸກມື້ນີ້ແລ ...
ສາທຸໃຫຍ່ ຊາຍສະມຸດ ເພິ່ນຕັ້ງຄວາມປາຖະນາໄວ້ວ່າ ຈະສ້າງວັດປ່າໂພນເພົານີ້ ໄວ້ເປັນສະຖານທີ່ ປະຕິບັດສະມະຖະວິປັດສະນາກັມມະຖານ ແລະສ້າງຕູບກັມໄວ້ ເພື່ອເປັນສະຖານທີ່ ໃຫ້ພຣະສົງແລະຜູ້ສົນໃຈໃນທັມ ໄດ້ເຂົ້າປະຕິບັດ ປະຣິວາສະກັມທີ່ວັດປ່າໂພນເພົາ ປະຈຳທຸກໆປີສຶບໄປ ... ຈົນກາຍມາເປັນປະເພນີຂອງຫລວງພຣະບາງທີ່ຕ້ອງສຶບທອດຕໍ່ໄປ...
ອາການອາພາດ ຂອງສາທຸໃຫຍ່ຊາຍສະມຸດ ເກີດມີອາການເຈັບໝາກໄຂ່ຫລັງ ກໍ່ເພິ່ມທະວີຂຶ້ນເລື້ອຍໆ ທ່ານໝໍ ດຣ ເຈົ້າຍິງທອງວັນ ເຊິ່ງເປັນນ້ອງສາວຂອງສາທຸໃຫຍ່ ພ້ອມດ້ວຍທ່ານໝໍໃຫຍ່ ທຸດທິວົງ ແລະທ່ານໝໍຫລາຍໆທ່ານ ກໍ່ໄດ້ເອົາໃຈໃສ່ເປັນທີ່ສຸດ ແຕ່ອາການກໍ່ຍັງຄົງຕົວແລະເຊື່ອມຖ້ອຍໄປເລື້ອຍໆ ພໍຕົກມາຮອດວັນທີ 19 ມິນາ 1992 ເວລາ 07:19 ໂມງ ກົງກັບວັນພະຫັດ ແຮມ 1 ຄ່ຳ ເດືອນ 4 ສາທຸໃຫຍ່ ຊາຍສະມຸດ ກໍ່ໄດ້ເຖິງແກ່ມໍຣະນະພາບລົງ ດ້ວຍອາກາດສະຫງົບ ຢູ່ໃນຫ້ອງ ພາຍໃນສິມຂອງວັດປ່າໂພນເພົາ ທ່າມກາງແວດລ້ອມໄປດ້ວຍພຣະສົງ ສາມະເນນ ພໍ່ຂາວ-ແມ່ຂາວ ຍາດໂຍມ ແລະຍາດພີ່ນ້ອງ ທີ່ມາຕິດຕາມອາການຂອງເພິ່ນ ລວມອາຍຸໄດ້ 65 ກັບ 1 ເດືອນ ແລະ 22 ວັນ ນັບພັນສາໄດ້ 34 ວັດສາ.
ຕອນຜູ້ຂ້າຍາມນ້ອຍ ຍຸກປີ 1978-1979 ຊາວບ້ານແຖວບ້ານຊຽງທອງ ຄີລີ ໂພນເຮືອງ ວັດແສນ ຈະພາກັນເຕົ້າໂຮມກັນແຕ່ເວລາ 3-4 ໂມງເຊົ້າໆ ພາກັນຫາບໃສ່ກະບຸງເອົາເຄື່ອງກິນ ເຄື່ອງທານຍ່າງຈາກບ້ານ ໄປວັດໂພນເພົາ ເພື່ອໃຫ້ທັນຈັງຫັນໃນຍາມບຸນອອກກັມ ຍັງຈື່ໄດ້ວ່າ ເວລາຍ່າງໄປກັບແມ່ເຖົ້າຈັນສຸກ ອຸດົມພົງ ເວລາຍ່າງໄປຮອດເຂດດິນແຄມທາງສຸສານປ່າຊ້າຝຣັ່ງ ( ດຽວນີ້ເພິ່ນປຸກ ເປັນຫ້ອງວ່າການປົກຄອງເມືອງຫລວງພຣະບາງ ) ຈະຢ້ານ ແຕ່ກໍ່ຍັງຢາກເຫັນບ່ອນຝັ່ງສົບຕາມແຄມທາງຍ່າງໄປຢູ່ ແຕ່ພໍຍ່າງໄປແຖວວັດປ່າຫຍ້າທຶບ ແມ່ນຈະຢ້ານຫລາຍກວ່າເພາະທັງມຶດທັງໜາວ ທັງມີຕົ້ນສັກໃຫຍ່ຫນາຕຶບກວ່າທຸກບ່ອນ ຕ້ອງກອດແມ່ເຖົ້າເອົາຜ້າປົກຫົວໄວ້ ຈົນຍ່າງຂ້າມຂົວຂ້າມຫ້ວຍແຖວປ້າຊ້ານັ້ນໄປ ຈຶ່ງເອົາຜ້າອອກ ແລ້ວຍ່າງໄປຮອດວັດໂພນເພົາກໍ່ເປັນເວລາ 6 ໂມງກຳລັງຈະແຈ້ງພໍດີ ແລ້ວຈັດແຈງອາຫານການກິນຖວາຍຈັງຫັນໃຫ້ພຣະສົງແລະກະກຽມໃສ່ບາດຢາດນ້ຳ ສຽງນົກ ສຽງໄກ່ຂັນ ແມ່ນຮ້ອງໃນຕອນນັ້ນ ແມ່ນອາກາດກໍ່ໜາວ ແຕ່ຄວາມສະຫງົບເຢັນ ເຫັນພຣະສົງທີ່ຍ່າງພິຈາຣະນາອະຣິຍາບົດຕາມລານວັດ ຍັງຈົດຈຳມາຮອດທຸກມື້ນີ້.
ການຮີບໂຮມຂໍ້ມູນນີ້ ໄວ້ເພື່ອເປັນທັມມະທານ ໃຫ້ກັບຜົນງານຄວາມປະຕິບັດດີປະຕິບັດຊອບຂອງບູຣະພາຈາຣຍ໌ ສາທຸໃຫຍ່ຄຳຈັນທຣ໌ ສາທຸໃຫຍ່ຊາຍສະມຸດ ແລະຜູ້ຄົນທັງຫລາຍທີ່ຮ່ວມກັນສ້າງຮີດຄອງປະເພນີ ເຈດີສັນຕິ (ທາຕຸໂຄ່ງ) ແລະສິ່ງຕ່າງໆໄວ້ໃຫ້ ເຊັ່ນຂົນດິນ ຂົນຊາຍ ໄປຊ່ອຍເປັນແຮງງານແລະປັດໄຈໃນການສ້າງ ເພື່ອໃຫ້ເປັນມູນມັງສັງຂະຫຍາ ເປັນແນວທາງໃຫ້ລູກຫລານພາຍຊ້ອຍໄດ້ຊື່ນຊົມໃຫ້ປະຕິບັດຕາມສຶບໄປ ...
ບຸນເຂົ້າປະຣິວາສະກັມ ວັດປ່າໂພນເພົາ ນະຄອນຫລວງພຣະບາງ ປະຈຳປີ ພສ 2568
ເຊິ່ງຈັດຂຶ້ນ ໃນລະຫວ່າງ ວັນທີ 18-30 ພະຈິກ(11) 2025 ມີພຣະອາຈາຣຍ໌ 10 ອົງຄ໌ + ພຣະເຂົ້າປະຣິວາສກັມມ໌ 59 ອົງຄ໌ ແລະສາມະເນນ ຈຳນວນ 18 ຕົນ.



