Wednesday, April 16, 2025
Tuesday, April 8, 2025
ວິທີການສົມມາພໍ່ເເມ່
15 ວິທີ ທີ່ຕ້ອງກຽມສົມມາພໍ່ເເມ່
2.ປັດໃຈໃຫ້ພໍ່ເເມ່(ຈະໃຫ້ທໍ່ໃດກໍ່ໄດ້)
3.ຊຸດໃໝ່
4.ຊາມໃບໃໝ່ໃສ່ນ້ຳລອຍດອກໄມ້ໃສ່ນ້ຳຫອມ
5.ຜ້າເຊັດມືຜືນໃໝ່
6.ຜ້າຂາວດິບ
7.ຖາດໃສ່ເຄື່ອງ(ວາງທັບດ້ວຍຜ້າຂາວດິບ)
8.ສະຖານພີທີຂໍຂະມາ(ຄວນເປັນບ່ອນເເຈ້ງ)
ວິທີຂໍຂະມາພໍ່ແມ່
1.ກ່ອນເຮັດພິທີຂໍຂະມາພໍ່ແມ່ ໃຫ້ອະທິຖານຈິດບອກສີ່ງສັກສິດຕ່າງໆ
“ອົງພະພຸດທະເຈົ້າ ລູກຊື່… ມື້ນີ້ລູກຕັ້ງໃຈຈະມາຂໍຂະມາ ຂໍອະໂຫສິກຳຈາກພໍ່ແມ່
ຂໍອົງພະພຸດທະເຈົ້າຈົງບັນດານໃຫ້ລູກເຮັດສິ່ງນີ້ໄດ້ສຳເລັດດ້ວຍເຖີ້ນ
2.ໃຫ້ພໍ່ເເມ່ນັ່ງຕັ່ງແລ້ວເຮົານັ່ງພື້ນ ເເລະ ກາບເພີ່ນ 3 ຄັ້ງ
3.ຍົກຕີນຂອບພໍ່ແມ່ມາລ້າງໃນຊາມທີ່ກຽມໄວ້
ໂດຍຂະນະທີ່ລ້າງຢູ່ໃຫ້ກ່າວຂໍຂະມາ
ກຳໃນສີ່ງທີ່ເຄີຍລ່ວງເກີນເພີ່ນທັງໃນອະດີດທີ່ຜ່ານມາແລະໃນອານາຄົດ ທັງກາຍ ໃຈ ວາຈາ ຫຼືສິ່ງທີ່ເຮັດໃຫ້ພໍ່ແມ່ບໍ່ສະບາຍໃຈ
ລູກກາບຂໍອະໂຫສິກຳໃນສິ່ງເຫຼົ່ານັ້ນດ້ວຍ
4.ຫຼັງຈາກລ້າງຕີນເເລ້ວນຳຕີນພໍ່ເເມ່ມາວາງທີ່ຂາຂອງເຮົາກ່ອນ
ແລະອະທິຖານພ້ອມບອກສິ່ງສັກສິດອີກຄັ້ງ
5.ຈາກນັ້ນກົ້ມລົງນຳຕີນເພີ່ນວາງເທີງຫົວຂອງເຮົາ
6.ຫຼັງຈາກນັ້ນນຳພານຂັນຫ້າມອບໃຫ້ເພີ່ນພ້ອມເວົ້າວ່າ
ພໍ່ເເມ່ເອີຍລູກຂໍຂະມາ ຂໍອະໂຫສິກຳ ຂໍຊີວິດໃຫມ່ທີ່ດີໃຫ້ລູກແນ່ເດີ
ກົດແຊຼໄວ້ເລີຍ
ຂໍ້ມູນຈາກພັດພາງາມ
(ຖ້າຈະກອັບປີ້ໄປລົງຕໍ່ຊ່ວຍໃຫ້ເຄດິດເເນ່)
Saturday, April 5, 2025
ການເຖຣາພິເສກ(ຫົດສົງ)ພຣະສົງລາວໃນອະດິດ
ການເຖຣາພິເສກ(ຫົດສົງ)ຂອງພຣະສົງລາວໃນອະດິດ
ທີ່ມາຂອງຄຳວ່າສາຍາພຣະສົງລາວ ມະຫາ , ຍາຄູ , ຍາຊາ ຍາທ່ານ ແລະເມື່ອເພິ່ນຊິກມາກໍ່ຈະເອີ້ນວ່າ ຊຽງ,ທິດ,ຈານ ຜູ້ຊາຍທຸກຄົນເມື່ອຄົບອາຍຸ 20 ປີບໍລິບຸນ ຕ້ອງໄດ້ບວດເປັນພຣະ ເພາະມີທຳນຽມປະຕິບັດມາແຕ່ບູຮານ(ວ່າຕ້ອງເປັນຄົນສຸກກ່ອນ) ການບວດໃນພຸທທະສາສະນານີ້ກໍ່ເພື່ອທົດແທນບຸນຄຸນຂອງບິດາມານດາ ແລະເປັນການເຮັດໃຫ້ຕົນເອງທີ່ເປັນຄົນດິບໃຫ້ເປັນຄົນສຸກ ອີກປະການຫນຶ່ງກໍ່ເພື່ອຖະນຸບຳຣຸງພຸທທະສາສະນາ ເມື່ອບວກເປັນພຣະໃຫມ່ ຍັງມີພັນສາຈະເອິ້ນກັນວ່າ ນະວະກະ , ຖ້າບວດໄດ້ 5 ພັນສາຂຶ້ນໄປທີ່ຊາວບ້ານເຫັນວ່າ ພຣະອົງນັ້ນປະຕິບັດດີ ປະຕິບັດຊອບ ກໍ່ຈະເຮັດກອງຫົດໃຫ້ ຂຶ້ນເປັນ ສຳເຣັດ , ຊາ , ຄູ ..... ຫລືເປັນການເຮັດພິທີເຖຣາພິເສກ ສະມານະສັກໃນລະດັບຊາວບ້ານ ໂດຍຜູ້ເຖົ້າຜູ້ແກ່ຕ້ອງພ້ອມໃຈກັນປະຊຸມແລະມີມະຕິ ເປັນການຍົກຍ້ອງ ບໍ່ແມ່ນການເລື່ອນຕຳແຫນ່ງເປັນຄວາມດີງາມທີ່ຊາວບ້ານຍົກໃຫ້ພຣະສົງ
ກອງຫົດ ແມ່ນມີຄວາມຫມາຍວ່າ ການຫົດນ້ຳ ໂດຍມີພິທີກັມໂດຍການທີ່ຊາວບ້ານຈັດຫາຜ້າໄຕຍ ຈີວອນ ແລະເຄື່ອງອັດຖະບໍຣິຂານ ປ່ຽນຜ້າໃຫ້ພຣະສົງ ຄືການເຮັດພິທີ ທີ່ປະຕິບັດກັບພຣະພຸທທະຮູບໃນປະເພນີສົງການ(ຫົດສົງນ້ຳພຣະພຸທທະຮູບຕາມເຮືອນ ຫລືວັດວາອາຮານຕ່າງໆ) ເຊິ່ງກອງຫົດນີ້ ນິຍົມເຮັດໃນເດືອນເມສາ ຜູ້ໄປຮ່ວມງານຈະໄປສົງນ້ຳພຣະນັ້ນ ຕ້ອງສົງນ້ຳຜ່ານຮາງລິນເຊິ່ງໃຫ້ນ້ຳໄຫລໄປຕາມຮາງທີ່ເຮັດເປັນຮູບພຣະຍານາກ ແລ້ວໄຫລໄປຫົດພຣະສົງ ຫລັງຈາກນັ້ນກໍ່ຈະເອົາປ່ຽນເອົາຜ້າຈີວອນເກົ່າອອກ ປ່ຽນຜ້າໃຫມ່ແທນຜ້າເກົ່າ ຖວາຍເຄື່ອງອັດຖະບໍລິຂານ ແລ້ວຂໍຮັບສິນຮັບພອນຈາກພຣະອົງທີ່ຫົດນັ້ນ ຈຶ່ງຈະຖືວ່າຜ່ານການຫົດແລ້ວ ຫລັງຈາກພຣະສົງອົງຜູ້ທີຖືກຫົດນີ້້ ລາຊິກສາອອກໄປ ກໍ່ຈະເອີ້ນວ່າ ຈານ ນຳຫນ້າຊື່ຜູ້ນັ້ນ
ຖ້າພຣະສົງອົງໃດບໍ່ໄດ້ຜ່ານພິທີການຫົດ ເມື່ອລາຊິກຂາ(ຊິກ) ອອກໄປແລ້ວຈະເອິ້ນຊາຍຜູ້ນັ້ນວ່າ ທິດ ສ່ວນຈົວ ຫລືສາມະເນນ ເມື່ອລາຊິກຂາອອກໄປຈະເອີ້ນຊື່ນຳຫນ້າວ່າ ຊຽງ ແຕ່ພຣະສົງທີ່ໄປເສັງຜ່ານໂຮງຮຽນ ປະຣຽນໄດ້ ແລະບໍ່ໄດ້ຜ່ານການພິທິການຫົດສົງ ເມື່ອລາຊິກຂາໄປແລ້ວກໍ່ຍັງເອິ້ນຄຳນຳຫນ້າຊື່ຊາຍຜູ້ນັ້ນວ່າ ມະຫາ ພຣະສົງທີ່ບວກມາໄດ້ 10 ພັນສາຂຶ້ນໄປ ເອີ້ນວ່າ ຍາຄູ ເປັນພຣະສົງອາວຸໂສທີ່ໄປບວດໄດ້ 10 ພັນສາຂຶ້ນໄປ ແລະເປັນພຣະອຸປັດຊາ ຄືບວດຜູ້ອື່ນໄດ້ ເອີ້ນວ່າ ຍາຊາ
ກອງຫົດ ຈະມີຜ້າໄຕ ຈີວອນ (ຖ້າເປັນຈົວບໍ່ໃສ່ຜາສັງຄາຕິ) ມີມິດແຖ, ເຂັມແລະດ້າຍ , ມິດຕັດເລັບ , ກົດ, ຜ້າຄາດແອວ ,ຜ້າຫົ່ມ, ເກີບ, ໄມ້ຄ້ອນເທົ້າ, ຂັນຕາລະບັດ, ມິດ(ຫນິບເປືອກຫາດ), ງ້ຽງ, ຂັ້ນໝາກ, ຫລາບເງິນ, ເຄື່ອງຍົດ, ທຽນກິ່ງ(ເຮັດຄືກັບຫອກສາມຫງ່າມສຳລັບໄຕ້ຕິດກອງຫົດ) ທຽນນ້ອຍ (ສຳລັບໄຕ້ຖວາຍພຣະຕອນມາຫົດ ບາສີ 1 ຄູ່ ແລະທຽນເຫລັ້ມບາດ2ຄູ່) ນ້ຳຫອມ 3 ໄຫ
ການຫົດ ໃຫ້ເຮັດນ້ຳອົບນ້ຳຫອມໃສ່ໄວ້ໄຫ ແລ້ວເອົາຮາງຫົດມາຕັ້ງໄວ້ ເອົາຕົ້ນກ້ວຍເປັນເສົາ ເອົາໃບຕອງກ້ວຍແລະຫຍ້າແພກມາຮອງ ຖ້າສູງຈົນຍ່ອນຂາໄດ້ ເອີ້ນວ່າ ບັນລັງສີລາອາດ ຖ້າຕ່ຳກວ່ານັ້ນເອີ້ນວ່າ ຫິນສີລາອາດ ຕັ້ງໄວ້ໃສ່ໄວ້ກ້ອງປ່ອງນ້ຳຫົດສົງ ເວລາເທນ້ຳໃສ່ໂຮງຫົດ ນ້ຳຈະໄຫລມາຫົດຜູ້ຮັບການຫົດສົງພໍດີ
ການຫົດຈະເຮັດຕ່າງຫາກກໍ່ໄດ້ ຫລືຈະຮ່ວມກັບບຸນອື່ນໆກໍ່ໄດ້ ພຣະເຖຣະຜູ້ໃຫຍ່ຈະນຳພາໃນການປະກອບພິທີ ໃຫ້ພຣະຫົດສົງນ້ຳກ່ອນ ຫລັງຈາກນັ້ນຜູ້ເຖົ້າຜູ້ແກ່ຈະຫົດຕາມລຳດັບ ຈົນໄປຮອດຊາວບ້ານທົ່າວໄປ ພິທີການຫົດນີ້ສຳຄັນຫລາຍ ເພາະເປັນພິທີກັມການສະຖາປະນາໃຫ້ຜູ້ໄດ້ຮັບຈາກການຫົດສົງນ້ຳນີ້ປ່ຽນຊື່ ເປັນຜູ້ມີຍົດທາງສັງຄົມໄດ້ເມື່ອຫົດສົງແລ້ວ ກໍ່ຈະມີການຖວາຍຜ້າໄຕຈີວອນ ພຣະອົງທີ່ໄດ້ຮັບຜ້າໄຕຈີວອນກໍ່ປ່ຽນຜ້າເກົ່າໃສ່ຜ້າໃຫມ່ ອະທິຖານຜ້າແລະຄອງຜ້າ ປ່ຽນຜ້າທີ່ປຽກອອກ ແລ້ວແລ້ວຊາວບ້ານຈະເອົາຄ້ອງມາຕີ ມັກກະທາຍົກຈະຫິ້ວເຊື້ອກຄ້ອງໄວ້ (ຫາກຄ້ອງໃຫຍ່ ໃຫ້ຈັບເຊື້ອກທີ່ຫ້ອຍແທນ) ພຣະທີ່ໄດ້ຮັບການຫົດສົງຈະເອົາກ່ຳປັ້ນຕີຈູມຄ້ອງ 3 ຄັ້ງ ແຕ່ລະຄັ້ງທີ່ຕີໃຫ້ບໍລິກັມວ່າ ‘ ສີຫະທານັງ ນະທັນເຕເຕ ປະຣິສາສຸ ວິສາຣະທາ ‘ ຈາກນັ້ນກໍ່ໄປຮັບສິນ ແລະຮັບການຖວາຍກອງຫົດທັງຫມົດຈາກຍາດໂຍມ ແລະໃຫ້ພອນ ເປັນອັນຈົບພິທີ.