Friday, April 14, 2017

ໄຂປິດສະໜາບັນຫາສັງກາດປີໃໝ່ລາວ (Opening the sacred of Lao New Year Festival era)




ໄຂປິດສະໜາບັນຫາສັງກາດປີໃໝ່ລາວ (ການໃຊ້ ຈ.ສ., ພ.ສ. ຫຼື ຄ.ສ.)
___________________________
ການສະເຫຼີມສະຫຼອງປີໃໝ່ລາວແມ່ນໜຶ່ງໃນຮີດ 12 ທີ່ໄດ້ສືບທອດປະຕິບັດກັນມາຫຼາຍສະຕະວັດມາແລ້ວ ແຕ່ບັນຫາກ່ຽວກັບການປ່ຽນສັງກາດໃນມື້ຂຶ້ນປີໃໝ່ ກໍຍັງມີຄົນຈຳນວນບໍ່ໜ້ອຍທີ່ບໍ່ທັນເຂົ້າໃຈຢ່າງຖືກຕ້ອງ, ຍ້ອນວ່າສັງກາດທີ່ປ່ຽນໃນມື້ນັ້ນ ບໍ່ໄດ້ຮັບການນຳໃຊ້ຢ່າງກວ້າງຂວາງ ແລະເປັນທາງການຢູ່ໃນສັງຄົມລາວເຮົາ.
ຄຳວ່າ “ສັງກາດ” ມີເຄົ້າມາຈາກ ຄຳປາລີ “ສັກກະຣາຊະ” ດັດແປງມາເປັນສັກກະລາດ ເປັນການເອົາຄຳເວົ້າສອງຄຳມາປະສົມເຂົ້າກັນຄື: ສັກກະ + ຣາຊະ. ສັກກະ ແປວ່າ ປີ, ຣາຊະ ແປວ່າ ເຈົ້າຊີວິດ ລວມເຂົ້າກັນແລ້ວມີຄວາມໝາຍວ່າ “ປີທີ່ໃຊ້ເປັນທາງລາຊະການ” ເຊິ່ງມີຈຸດເລີ່ມຕົ້ນ ແລະນັບຕໍ່ໆກັນມາຕາມລຳດັບ. ຄຳວ່າສັກກະລາດໄດ້ຖືກດັດແປງມາເປັນສັງກາດ ເພື່ອໃຫ້ເວົ້າງ່າຍ ແລະມີລັກສະນະມະຫາຊົນ, ໂດຍບໍ່ຕ້ອງຕິດພັນແຕ່ສະເພາະກັບເຈົ້າຊີວິດ. ດັ່ງນັ້ນ ໃນທີ່ນີ້ຜູ້ຂຽນບົດໄດ້ໃຊ້ຄຳວ່າ ‘ສັງກາດ’ ເນື່ອງຈາກວ່າຍຸກຂອງພະລາຊາ ຫຼືຍຸກສັກດິນາໄດ້ຜ່ານກາຍມາແລ້ວ. 
ໃນຍຸກບູຮານຄົນລາວໄດ້ຮັບເອົາວັດທະນະທຳຈາກອິນເດຍທີ່ມາກັບສາສະໜາພາມ ຈົນຕໍ່ມາເຖິງສາສະໜາພຸດ ແລະໄດ້ຮັບເອົາສັງກາດຈາກສາສະໜາທັງສອງນັ້ນມາໃຊ້. ເອົາຈາກສາສະໜາພາມມີ ມະຫາສັງກາດ (ມ.ສ) ຫຼື ສັງກາດຫຼວງ ແລະ ຈຸນລະສັງກາດ (ຈ.ສ) ມີຄວາມໝາຍວ່າສັງກາດນ້ອຍ. ສ່ວນທີ່ເອົາມານຳສາສະໜາພຸດກໍແມ່ນພຸດທະສັງກາດ (ພ.ສ).
ມະຫາສັງກາດ ເລີ່ມຕົ້ນນັບ 1 ໃນປີທີ່ເຈົ້າພະຍາກະນິດຖະກະ ກະສັດຜູ້ຍິ່ງໃຫຍ່ແຫ່ງລາຊະວົງສະກະຂຶ້ນຄອງອານາຈັກກຸສານະຢູ່ທາງທິດຕາເວັນຕົກສຽງເໜືອຂອງປະເທດອິນເດຍ ພາຍຫຼັງພະພຸດທະເຈົ້າປະລິນິບພານໄປແລ້ວໄດ້ 621 ປີ (ພ.ສ 621 ກົງກັບ ຄ.ສ 78), ປາກົດເຫັນຢູ່ໃນສິລາຈາລຶກຍຸກບູຮານ, ສັງກາດນີ້ໄດ້ຖືກນໍາໃຊ້ມາເປັນ ເວລາ 560 ປີ. ຈົນຮອດປີ ພ.ສ 1181 ພະບຸບພະໂສຣະຫັນໄດ້ລາສິກຂາ ແລະຂຶ້ນຄອງລາດໃນອານາຈັກພຸກາມ (ປັດຈຸບັນຢູ່ໃນປະເທດມຽນມາ) ແລ້ວຕັ້ງຈຸນລະສັງກາດ (ຈ.ສ) ຂຶ້ນ ໂດຍເລີ່ມນັບ 1 ຕັ້ງແຕ່ປີນັ້ນມາ. ຈຸນລະສັງກາດໄດ້ນຳມາໃຊ້ແທນມະຫາສັງກາດທີ່ເລີກໃຊ້ໄປແລ້ວ ແລະຖືກໃຊ້ຄຳນວນທາງໂຫລາສາດເຊິ່ງມີຄວາມແມ່ນຍຳດີ ຈິ່ງເປັນທີ່ນິຍົມແພ່ຫຼາຍໄປໃນບັນດາປະເທດແລະເຂດແຄວ້ນທີ່ນັບຖືສາສະໜາພາມປົນເປໄປກັບສາສະໜາພຸດ. ຈຸນລະສັງກາດນີ້ໃຊ້ກັບປະຕິທິນທາງສຸລິຍະຄະຕິ ໂດຍຖືເອົາເວລາທີ່ພະອາທິດໂຄຈອນຂຶ້ນສູ່ລາສີເມດ (ຕາມຕຳລາໂຫລາສາດຖືວ່າພະອາທິດ ຫຼືຕາເວັນໂຄຈອນເຄື່ອນຍ້າຍໄປໃນ 12 ຮອບຂອງລາສີເປັນວັດຕະຈັກ) ເຊິ່ງກົງກັບວັນທີ 16 ເມສາ ເປັນມື້ສັງຂານຂຶ້ນ ຫຼືມື້ປີໃໝ່. ຮອດວັນທີ 16 ເມສາປີນີ້ ແມ່ນປ່ຽນເປັນປີຈຸນລະສັງກາດຈາກ 1378 ມາເປັນ 1379. 
ສ່ວນພຸດທະສັງກາດແມ່ນຖືເອົາຕາມປະຕິທິນທາງຈັນທະຄະຕິໂດຍເລີ່ມຕົ້ນນັບແຕ່ມື້ພະພຸດທະເຈົ້າປະລິນິບພານ (ຕາຍ) ໃນມື້ເພັງເດືອນ 6, ດັ່ງນັ້ນ ມື້ປ່ຽນພຸດທະສັງກາດ (ພ.ສ) ໃໝ່ແມ່ນມື້ແຮມ 1 ຄ່ຳເດືອນ 6 ຂອງທຸກໆປີ ເຊິ່ງປີນີ້ແມ່ນວັນທີ 10 ພຶດສະພາ ເປັນວັນປ່ຽນພຸດທະສັງກາດ ຈາກ 2559 ມາເປັນ 2560. 
ການນັບພຸດທະສັງກາດແມ່ນຖືເອົາຕາມຄວາມເຊື່ອຂອງພຸດທະສາສະນິກະຊົນທີ່ເຊື່ອກັນວ່າສາສະໜາພຸດຈະຄົງຕົວຢູ່ຈົນຮອດ 5.000 ປີ. ຊາວພຸດຈິ່ງໄດ້ເລີ່ມນັບແຕ່ມື້ພະພຸດທະເຈົ້າປະລິນິບພານເປັນຕົ້ນມາ ເຊິ່ງປະເທດທີ່ນັບຖືສາສະໜາພຸດສ່ວນຫຼາຍ (ຍົກເວັ້ນປະເທດໄທ) ຍັງຖືເອົາວັນ ແຮມ 1 ຄ່ຳເດືອນ 6 ເປັນມື້ປ່ຽນ ພ.ສ ມາຈົນເຖິງປັດຈຸບັນ. ເນື່ອງຈາກວ່າມື້ປ່ຽນຈຸນລະສັງກາດຫາມື້ປ່ຽນພຸດທະສັງກາດນັ້ນບໍ່ໄກກັນຫຼາຍປານໃດ, ປະກອບກັບຄົນລາວເຮົາຮູ້ ພ.ສ ດີກວ່າ ຈ.ສ ຈິ່ງມັກພາກັນເວົ້າ ພ.ສ ໃໝ່ໃສ່ໃນໂອກາດປີໃໝ່ລາວເລີຍ, ເຊັ່ນປີນີ້ກໍວ່າ ປີໃໝ່ລາວ ພ.ສ 2560. ມີພຽງແຕ່ປະເທດໄທທີ່ຖືເອົາພຸດທະສັງກາດເປັນສັງກາດທາງລັດຖະການໂດຍກຳນົດໃຫ້ປ່ຽນໃນວັນທີ 1 ມັງ ກອນ ມື້ດຽວກັບການປ່ຽນ ຄ.ສ ທີ່ໃຊ້ກັນຫຼາຍໃນທົ່ວໂລກ ດ້ວຍເຫດຜົນທີ່ວ່າປະເທດໄທມີຄົນນັບຖືສາສະໜາພຸດເປັນຈຳນວນຫຼວງຫຼາຍ. 
ຄຣິສຕະສັງກາດ (ຄ.ສ) ຕັ້ງຂຶ້ນເມື່ອພຸດທະສັງກາດ ເກີດຂຶ້ນແລ້ວ 543 ປີ, ໂດຍຖືເອົາວັນເກີດຂອງພະເຍຊູ (ວັນທີ 25 ທັນວາ) ເປັນຫຼັກ ແລ້ວປ່ຽນວັນຂຶ້ນປີໃໝ່ຈາກເມື່ອກ່ອນຊາວເອີຣົບໄດ້ກຳນົດເອົາວັນທີ 1 ເມສາ ຍ້າຍມາເປັນວັນທີ 1 ມັງກອນ ເຊິ່ງຖືເປັນປີໃໝ່ສາກົນ. ສັງກາດນີ້ໄດ້ຖືກນຳໃຊ້ຢູ່ໃນລາວ ຕັ້ງແຕ່ສະໄໝຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ແລະໄດ້ໃຊ້ເປັນທາງການຕະຫຼອດມາ ເພື່ອໃຫ້ການຂຽນບັນທຶກປະຫວັດສາດເປັນເອກະພາບກັບປະເທດຕ່າງໆໃນທົ່ວໂລກທີ່ຍອມຮັບຕາມຄ່ານິຍົມແບບຕາເວັນຕົກ.
ລວມຄວາມວ່າສັງກາດທີ່ໃຊ້ຢູ່ໃນ ສປປ ລາວ ໃນປັດຈຸບັນແບ່ງອອກເປັນ 2 ລະບົບ ຕາມປະຕິທິນຄື ສັງກາດທາງຈັນທະຄະຕິ (ນັບຕາມຮອບໝູນຂອງດວງຈັນປິ່ນອ້ອມໜ່ວຍໂລກແບ່ງເປັນເດືອນຂຶ້ນເດືອນແຮມ) ໄດ້ ແກ່ພຸດທະສັງກາດຖືກນຳໃຊ້ໃນທາງພຸດທະສາສະໜາ ເຊັ່ນ: ບຸນນະມັດສະການພະທາດຫຼວງປະຈຳປີ ພ.ສ… ແລະ ສັງກາດທາງສຸລິຍະຄະຕິ (ນັບຕາມຮອບໝູນຂອງໜ່ວຍໂລກປິ່ນອ້ອມຕາເວັນປີໜຶ່ງ 365 ວັນກັບ 6 ຊົ່ວໂມງ) ໄດ້ແກ່ຈຸນລະສັງກາດໃຊ້ສະເພາະໃນການຄຳນວນທາງໂຫລາສາດເພື່ອຫາມື້ສັງຂານລ່ວງ, ສັງຂານເນົາ ແລະສັງຂານຂຶ້ນ ແລະຄຣິສຕະສັງກາດໃຊ້ເປັນທາງການໃນທົ່ວສັງຄົມລາວ.

ຮິບໂຮມໂດຍ: ສາທຸຄຳຫຼ້າ ອິນທະວົງສັກ (ລັກຂະໂນ) ວັດຊຽງມ່ວນ ຫຼວງພະບາງ 14 ເມສາ 2017.